ວິທີເຮັດແກງຜັກແບບຊົນເຜົ່າຫງ້ວນ

bouavone thipphavanh
ເຄີຍເຮັດກິນແລ້ວບໍ? ແກງຜັກແບບຊົນເຜົ່າຫງ້ວນ
ເຮືອນຄົວລາວ
www.phakhaolao.la

 

ຜັກເປັນອາຫານອີກຊະນິດໜຶ່ງທີ່ຄວນທານເປັນປົກກະຕິ, ເຖິງແມ່ນວ່າບາງຄັ້ງມັນຈະມີຂັ້ນຕອນການປຸງແຕ່ງທີ່ຫຍຸ້ງຍາກ, ແຕ່ພວກເຮົາສາມາດຊອກຫາສູດອາຫານທີ່ງ່າຍໄດ້. ມື້ນີ້ພວກເຮົາມີວິທີ ແລະ ຂັ້ນຕອນການແກງຜັກແບບຊົນເຜົ່າຫງ້ວນມາແນະນຳ.

ສ່ວນປະກອບ:

  • ຍອດຜັກ     3 ກໍາມື ( ຜັກບົ້ງ, ຍອດໝາກບວບ ​ແລະ ຜັກອື)
  • ໝາກແຄ້ງ        2 ພວງ
  • ຊີ້ນໝູແຫ້ງ       2 ຕ່ອນ
  • ໝາກເຜັດ        3 ໜ່ວຍ
  • ເກືອ               1 ບ່ວງກາເຟ
  • ນ້ຳ                 1 ລິດ
  • ນ້ຳມັນ             ໜ້ອຍໜຶ່ງ
  • ປາແດກ           ໜ້ອຍໜຶ່ງ

ວິທີປຸງແຕ່ງ

  1. ນຳຍອດຜັກທີ່ເກັບມາ ແລ້ວເດັດໃຫ້ໄດ້ຄວາມຍາວຕາມຕ້ອງການ ຈາກນັ້ນນໍາໄປລ້າງນ້ຳໃຫ້ສະອາດ

  2. ນຳໝາກເຜັດໄປຕຳໃຫ້ລະອຽດ ແລ້ວໃສ່ລົງໝໍ້

  3. ຕື່ມເກືອ ແລະ ປາແດກ

  4. ນຳຊີ້ນໝູແຫ້ງມາຕັດໃຫ້ໄດ້ຂະໜາດຕາມທີ່ຕ້ອງການ ແລ້ວນຳໄປໃສ່ໝໍ້

  5. ຕື່ມນ້ຳມັນເລັກນ້ອຍ

  6. ເມື່ອນ້ຳຟົດແລ້ວໃຫ້ນໍາເອົາຜັກທີ່ກຽມໄວ້ລົງ

  7. ຕົ້ມແກງໄວ້ປະມານ 5 ນາທີ ຈາກນັ້ນຊິມລົດຊາດ ແລະ ບີບເບິ່ງວ່າຜັກສຸກແລ້ວບໍ? ຖ້າສຸກແມ່ນສາມາດປົງໄດ້ເລີຍ

 

 

ການປະກອບສ່ວນ