ວັງສະຫງວນບ້ານແກ້ງເໝັ້ນ, ເມືອງນ້ຳບາກ, ແຂວງຫຼວງນ້ຳທາ

Andy Souvanhphukdee
ການສ້າງວັງສະຫງວນເຮັດໃຫ້ການຫາປາມີຄວາມຍືນຍົງ
ຊີວະນາໆພັນກະສິກຳ
phakhaolao. la

ເປັນຫຍັງຕ້ອງມີການສ້າງຕັ້ງວັງສະຫງວນ?    

ໃນເມື່ອກ່ອນປາມີຫຼາຍ ແລະ ຫາໄດ້ງ່າຍ, ແຕ່ໜ້າເສຍດາຍທີ່ມີການນຳໃຊ້ເຄື່ອງມືຫາປາແບບສູນພັນ ເຂົ້າໃນການຫາປ່າ ຊຶ່ງເປັນສາເຫດໜຶ່ງທີ່ເຮັດໃຫ້ຈຳນວນປະຊາກອນຫຼຸດລົງ ແລະ ເຮັດໃຫ້ປາບໍ່ພຽງພໍຕໍ່ການບໍລິໂພກພາຍໃນຄອບຄົວ.

ດັ່ງນັ້ນ, ພະນັກງານວິຊາການຈຶ່ງໄດ້ເຂົ້າໄປຊ່ວຍແນະນຳຊຸມຊົນໃຫ້ເຂົ້າໃຈ ແລະ ແກ້ໄຂບັນຫາກ່ຽວກັບການຫາປາຮ່ວມກັນ ແລະ ຍັງມີພິທີການທາງສາສະໜາ ທີ່ໄດ້ຊ່ວຍໃນການອານຸລັກປາໃນວັງສະງວນ. ອຳນາດການປົກຄອງບ້ານກໍເປັນເປັນແກນຫຼັກໃນການຊ່ວຍແນະນຳໃຫ້ຊຸມຊົນເຂົ້າໃຈ ແລະ ປະຕິບັດຕາມກົດລະບຽບ.

ຜົນໄດ້ຮັບຈາກການສ້າງຕັ້ງວັງສະຫງວນ

  • ເດັກນ້ອຍໄດ້ຮັບການຮຽນຮູ້ເຖິງຄວາມສຳຄັນ ແລະ ກົດລະບຽບຂອງວັງສະຫງວນ
  • ຊຸມຊົນໄດ້ຮັບຜົນປະໂຫຍດ ແລະ ຜົນສຳເລັດຈາກການຈັດຕັ້ງວັງສະຫງວນ.
  • ການສ້າງຕັ້ງ ວັງສະຫງວນສາມາດປະກອບຊີວິດການເປັນຢູ່ໃນຄອບຄົວໃຫ້ດີຂຶ້ນ
  • ປະຊາກອນປາເພີ່ມຂຶ້ນໄດ້ເຮັດໃຫ້ມີການຂາຍປາໃນຕະຫຼາດຫຼາຍຂຶ້ນ.
  • ວັງສະຫງວນຍັງໄດ້ດຶງດູດນັກທ່ອງທ່ຽວ ແລະ ສ້າງລາຍຮັບໃຫ້ແກ່ຊຸມຊົນອີກດ້ວຍ.
  • ທຸກຄົນແມ່ນໄດ້ຮັບຜົນປະໂຫຍດຈາກການສ້າງຕັ້ງວັງສະຫງວນ ໂດຍສະເພາະແມ່ນຄົນຮຸ່ນໃໝ່.
ການປະກອບສ່ວນ