ວັງສະຫງວນປາເມືອງແອດ, ແຂວງຫົວພັນ

ວັງສະຫງວນປາເມືອງແອດ, ແຂວງຫົວພັນ, ກາຍເປັນແຫຼ່ງທ່ອງທ່ຽວແບບອະນຸລັກ
ເນື່ອງໃນປີໃໝ່ລາວໃກ້ຈະມາເຖີງນີ້. ຖ້າທ່ານຍັງບໍ່ທັນມີແຜນຈະໄປທ່ຽວໃສ ເຊີນທ່ຽວວັງສະຫງວນປາທຳມະຊາດທີ່ເມືອງແອດ, ແຂວງຫົວພັນ. ວັງສະຫງວນປາຂົວອູ່ ບ້ານເມືອງແອດ ໄດ້ຮັບການສ້າງຕັ້ງຂື້ນໃນປີ 2008 ເບື້ອງຕົ້ນໄດ້ຮັບທືນສະໜັບສະໜູນຈາກກອງທືນຫຼຸດຜ່ອນຄວາມທຸກຍາກຂອງແຂວງຫົວພັນ ແລະ ຕໍ່ມາຮອດປີ 2012 ຈົນເຖີງປະຈຸບັນໄດ້ຮັບທຶນສະໜັບສະໜູນຈາກໂຄງການພັດທະນາລະບົບນິເວດຊີວະນາໆພັນກະສິກຳຢູເຂດພູດອຍ (TABI).
Lee Cha
Lee Cha

ວັງສະຫງວນດັ່ງກ່າວນີ້ ມີລວງຍາວ 700 ແມັດ ແລະ ລວງກ້ວາງ 115 ແມັດ, ແມ່ນອຸດົມສົມບູນໄປດ້ວຍແນວພັນປາທຳມະຊາດທີ່ສຳຄັນຫຼາຍກວ່າ 10 ຊະນິດເຊັ່ນ: ປາແຂ້, ປາໂພ່ງ, ປາປາກ, ປາແມ(ປາແກັດແລບ), ປາຫຼາດ, ປານິນ, ປາໄນ, ປາກົດ, ປາເຕັບ,ປາດຸກ, ປາກິນຫຍ້າ ແລະ ປາຊະນິດອື່ນໆ ທີ່ຢູ່ໃນຂະບວນການເກັບຂໍ້ມູນ, ອັດຕາຄວາມໜາແໜ້ນຂອງປາທຳມະຊາດຊະນິດຕ່າງໆແມ່ນ 11-12 ໂຕ/ຕາແມັດ, ປາໂຕທີ່ໃຫຍ່ກວ່າໝູ່ ແລະ ຫລາຍກ່ວາໝູ່ແມ່ນປາໂພ່ງ 8-9 ກິໂລກລາມ ແລະ ໂຕທີ່ນ້ອຍກວ່າໝູ່ແມ່ນ 0,5-1 ກິໂລກາມ.

ຈຸດພິເສດຂອງວັງສະຫງວນດັ່ງກ່າວນີ້ ແມ່ນມີທັດສະນີຍະພາບທີ່ສວຍງາມ, ມີຕົ້ນໄມ້ອ້ອມຮອບ ແລະ ມີຄວາມຊຸ່ມເຢັນຕະຫຼອດ, ມີຈຸດຖ່າຍຮູບສຳລັບແຂກທີ່ເຂົ້າມາທ່ຽວຊົມ ແລະ ຮ່ວມກິດຈະກຳປ່ອຍປາໃນວັງສະຫງວນ, ຂໍ້ສະດວກອີກອັນໜຶ່ງກໍຄື ມີຂົວອູ່ຜ່ານທາງກາງເຮັດໃຫ້ປະຊາຊົນທີ່ສັນຈອນໄປມາ, ມີຄວາມສະດວກໃນເຂົ້າຊົມຝູງປານ້ອຍໃຫຍ່ ແລະ ມີຮ້ານຄ້າຕ່າງໆທີ່ຂາຍອາຫານ, ສິນຄ້າກະສິກຳ,ໝາກໄມ້ປະຈຳທ້ອງຖິ່ນ. ໃນອະນາຄົດມໍ່ໆນີ້ ວັງສະຫງວນແຫ່ງນີ້ຈະພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວຂອງເມືອງ ທີ່ມີຫ້າງຮ້ານ ແລະ ສິ່ງອຳນວຍຄວາມສະດວກຈາກຜູ້ປະກອບການໃນທ້ອງຖິ່ນ ແລະ ບັນດາບໍລິສັດຕ່າງໆເຂົ້າມາລົງທຶນ.

ການປະກອບສ່ວນ