ພືດຜັກ ແລະ ເຄື່ອງດື່ມສະໝຸນໄພທີ່ຊ່ວຍໃຫ້ຮ່າງກາຍອົບອຸ່ນ

Sakhone INTHAVONG
ພືດຜັກ ແລະ ເຄື່ອງດື່ມສະໝຸນໄພທີ່ຄວນກິນໃນລະດູໜາວ
ແນະນຳວິທີເຮັດ
www.phakhaolao.la
phakhaolao.la

ເມື່ອລະດູໜາວມາເຖິງອຸນຫະພູມອາກາດກໍຫຼຸດລົງ ແລະ ອາດສົ່ງຜົນຕໍ່ພູມຄຸ້ມກັນຂອງຮ່າງກາຍຄົນເຮົາ, ຫາກພູມຄຸ້ມກັນຮ່າງກາຍຕ່ຳອາດຈະເຮັດໃຫ້ເຈັບປ່ວຍໄດ້ງ່າຍ ເຊັ່ນ: ໄອ, ເຈັບຄໍ ແລະ ໄຂ້ຫວັດເປັນຕົ້ນ. ເພື່ອຫຼີກລ່ຽງອາການດັ່ງກ່າວເຮົາຄວນຮັກສາສຸພາບໃຫ້ແຂງແຮງຢ່າງສະໝ່ຳສະເໝີ ດ້ວຍການເຮັດໃຫ້ຮ່າງກາຍອົບອຸ່ນ ແລະ ໃສ່ໃຈເລື່ອງອາຫານການກິນ. ອາຫານກໍເປັນອີກປັດໄຈໜຶ່ງທີ່ສຳຄັນໃນການສ້າງພູມຄຸ້ມກັນໃຫ້ຮ່າງກາຍ, ໃນນີ້ມີພືດຜັກສະໝຸນໄພພື້ນບ້ານທີ່ມີລົດຊາດສົ້ມ, ຂົມ ແລະ ລົດຊາດເຜັດຮ້ອນ ເຊັ່ນ: ໃບສົ້ມພໍດີ, ໃບສົ້ມຕິ້ວ, ໝາກຜັກໃສ, ດອກແຄ, ຂິງ, ຂ່າ ແລະ ຫົວສີໃຄ ທີ່ຊ່ວຍເພີ່ມຄວາມອົບອຸ່ນໃຫ້ແກ່ຮ່າງກາຍ ແລະ ຊ່ວຍຫຼຸດຜ່ອນອາການໜາວຊາບໍລິເວນປາຍເສັ້ນປະສາດ ແລະ ທີ່ສຳຄັນຍັງແກ້ອາການເມົາລົດໄດ້ນຳ.

ເພີ່ມຄວາມອົບອຸ່ນ ແລະ ສ້າງພູມຕ້ານທານໃຫ້ຮ່າງກາຍໃຫ້ແຂງແຮງດ້ວຍອາຫານ ແລະ ເຄື່ອງດື່ມສະໝຸນໄພໄດ້ດັ່ງນີ້:

ໃບສົ້ມຕິ້ວ

 ສົ້ມຕິ້ວ ເປັນພືດຜັກທີ່ໃບອ່ອນຈະມີລົດຊາດຟາດສົ້ມ ເຊິ່ງສາມາດນຳມາປຸງແຕ່ງອາຫານຫຼາຍຊະນິດເຊັ່ນ: ນຳມາແກງໃສ່ຊີ້ນໝູ, ແກງໃສ່ປາ  ແລະ ອື່ນໆ ຊັບພະຄຸນຊ່ວຍແກ້ອາການເມື່ອຮ່າງກາຍຂາດນ້ຳ ແລະ ຂັບເສມຫະ.

ໝາກຜັກໃສ

ໝາກຜັກໃສ ແມ່ນມີລົດຊາດຂົມທີ່ສາມາດຫຼຸດຜ່ອນອາການໄຂ້ ແລະ ອາການອັກເສບຕ່າງໆ ນອກນີ້ຍັງຊ່ວຍຫຼຸດລະດັບນ້ຳຕານໃນເລືອດ ເຊິ່ງເຮົາສາມາດກິນໄດ້ທັງໃບ, ຍອດ ແລະ ໝາກອ່ອນ ສ່ວນໝາກແກ່ຕ້ອງໄດ້ນຳເອົາເມັດອອກກ່ອນແລ້ວນຳມາໜຶ້ງ ຫຼື ລວກ ຈຶ່ງນຳມາຮັບປະທານກັບແຈ່ວ ຫຼື ສາມາດປຸງເປັນເມນູແກງກໍໄດ້.

ດອກແຄ

ການນຳດອກແຄມາປຸງເປັນອາຫານຖືເປັນເມນູພິເສດໃນລະດູໜາວ ໂດຍສະເພາະແມ່ນເມນູແກງສົ້ມດອກແຄ ໂດຍເວລານຳມາປຸງແຕ່ງຫ້າມນຳເກສອນອອກ ເພາະຄວາມຂົມແມ່ນຢູ່ທີ່ເກສອນຜູ້ ເຊິ່ງມີສັບພະຄຸນເປັນຢາເຢັນ ນອກຈາກຈະໄດ້ພະລັງງານການເຜົາຜານແລ້ວ ຍັງໄດ້ປະໂຫຍດຈາກສ່ວນປະກອບຂອງເຄື່ອງແກງ ເຊັ່ນ: ໝາກເຜັດ, ຫອມບົ່ວ ແລະ ກະທຽມ ທີ່ສາມາດຊ່ວຍລະບົບໝູນວຽນໄດ້ດີ

ໝາກສົ້ມພໍດີ

ໝາກສົ້ມພໍດີເປັນພືດລົ້ມລຸກ, ຕົ້ນເປັນພຸ່ມສູງປະມານ 50 – 180 ຊມ, ມີດອກເປັນສີແດງເຊິ່ງນິຍົມນຳມາຕາກແຫ້ງເພື່ອນຳມາແຊ່ນ້ຳດື່ມ ເຊິ່ງມີວິຕາມິນຊີ ແລະ ມີສັບພະຄຸນຊ່ວຍຍ່ອຍອາຫານ, ຫຼຸດຄວາມດັນໃນເລືອດ, ແກ້ໄຂ້, ລະລາຍເສມຫະ, ຊ່ວຍປ້ອງກັນເມັດເລືອດແຕກຕາມອະໄວຍະວະໃນຮ່າງກາຍ ແລະ ປ້ອງກັນເລືອດອອກຕາມແຂ້ວອີກດ້ວຍ.

ໜາກນອດ

ໃນຊ່ວງລະດູໜາວເຮົາຄວນກິນນ້ຳໝາກນອດທີ່ຄັ້ນສົດໆ ຫາກມີລົດຊາດສົ້ມເກີນໄປອາດຈະເພີ່ມນ້ຳເຜີ້ງໃສ່ ໝາກນອດມີວິຕາມິນຊີສູງຊ່ວຍໃຫ່ເຮົາຫ່າງໄກຈາກໄຂ້ຫວັດ ແລະ ຍັງມີສານຕ້ານອະນຸມູນອິດສະຫຼະ, ແຮ່ທາດ ແລະ ວິຕາມິນ, ນອກຈາກນັ້ນຍັງຊ່ວຍຫຼຸດໄຂມັນໃນເລືອດ, ບຳລຸງສາຍຕາ ແລ ຜິວພັນໃຫ້ຂາວໃສ.

ດອກອັນຊັນ

ນຳດອກອັນຊັນທີ່ຕາກແຫ້ງ ຫຼື ດອກສົດມາແຊ່ນ້ຳຮ້ອນ ແລ້ວຕື່ມນ້ຳໝາກນາວດື່ມຈະຊ່ວຍສ້າງພູມຕ້ານທານ ແລະ ເພີ່ມພະລັງງານໃຫ້ຮ່າງກາຍ, ພ້ອມທັງມີສັບພະຄຸນຊ່ວຍຫຼຸດຄວາມດັນ ແລະ ຂັບປັດສະວະ. ນອກນີ້ດອກອັນຊັນຍັງມີສານ “ແອນໂທໄຊຢານິນ” (Anthocyanin) ທີ່ຊ່ວຍກະຕຸ້ນການໄຫຼວຽນຂອງເລືອດເພື່ອໄປລໍ່ລ້ຽງສ່ວນຕ່າງໆຂອງຮ່າງກາຍໄດ້ດີຂຶ້ນ ແລະ ທີ່ສຳຄັນຍັງມີສານຕ້ານອະນຸມູນອິດສະຫຼະອີກດ້ວຍ.

ນ້ຳຂິງ

ຂີງເປັນສະໝຸນໄພທີ່ມີລິດຮ້ອນ ສະນັ້ນໃນຊ່ວງລະດູໜາວຄວນນຳມາເຮັດເປັນເຄື່ອງດື່ມ "ນ້ຳຂິງ" (Ginger Water) ໂດຍນຳເອົາຫົວຂີງແກ່ມາຕົ້ມດືມຊ່ວຍໃຫ່ຮ່າງກາຍອົບອຸ່ນ, ຊ່ວຍລະລາຍເສມຫະ ແລະ ນ້ຳມູກ, ນອກນັ້ນຂີງຍັງມີໂຊດຽມທີ່ຊ່ວຍຫຼຸດຄວາມດັນໃນເລືອດ, ຊ່ວຍກະຕຸ້ນລະບົບຂັບຖ່າຍ, ແກ້ອາການທ້ອງອືດ ແລະ ອາການເມົາລົດອີກ.

ທັງໝົດທີ່ກ່າວມານັ້ນລ້ວນແຕ່ເປັນວິທີງ່າຍໆ ແລະ ເປັນພືດສະໝຸນໄພພື້ນບ້ານທີ່ຫາໄດ້ຕາມທ້ອງຕະຫຼາດ ຫຼື ຕາມສວນໃກ້ເຮືອນຂອງທ່ານ ແລະ ເປັນສະມຸນໄພທີ່ຊ່ວຍໃຫ້ຮ່າງກາຍແຂງແຮງຂຶ້ນ. ໃນຊ່ວງລະດູໜາວໂອກາດການເຈັບໄຂ້ນັ້ນມີສູງ ແຕ່ເຖິງຢ່າງໃດກໍຕາມເພື່ອໃຫ້ການຮັກສາສຸຂະພາບຢ່າງມີປະສິດທິພາບເຮົາຄວນດື່ມນ້ຳໃຫ້ຫຼາຍ, ກິນອາຫານໃຫ້ຄົບ 5 ໝູ່, ອອກກຳລັງກາຍຢ່າງສະໝ່ຳສະເໝີ ແລະ ພັກຜ່ອນໃຫ້ພຽງພໍ, ທີ່ສຳຄັນບໍ່ຄວນດື່ມເຄື່ອງດື່ມແອລກໍຮໍເພາະຈະສ່ຽງຕໍ່ຫົວໃຈວາຍ.

 


 

 

 

 

 

ການປະກອບສ່ວນ