ພິດ

Andy Souvanphakdy
ທຸກຢ່າງເປັນພິດ ບໍ່ມີຫຍັງເປັນພິດ
ຊີວະນາໆພັນກະສິກຳ
phakhaolao.la
phakhaolao.la

 

        ທຸກຢ່າງເປັນພິດ ບໍ່ມີຫຍັງເປັນພິດ ໝາຍຄວາມວ່າ ພືດຈະດີ ຫຼື ເປັນພິດແມ່ນຂຶ້ນກັບປະລິມານທີ່ນຳໃຊ້ນັ້ນເອງ pharmakon ເຊິ່ງເປັນທີ່ມາຂອງຄຳສັບ ເພສັດຊະສາດ ເຊິ່ງມີຄວາມໝາຍໃນພາສາເກຣັກວ່າ ຢາພິດ ເຊັ່ນດຽວກັນກັບໃນພາສາລາວຄຳວ່າ ພິດ ໝາຍເຖິງຢາພິດ ໃນຂະນະດຽວກັນກໍສື່ເຖິງພິດຂອງພືດນັ້ນໆ (ປະສິດທິພາບ) ເຊັ່ນ:  ຕົ້ນໝາກຫຸ່ງສາ, ມັນຕົ້ນ, ຢາສູບ, ຈະເປັນພິດ ຫຼື ບໍ່ແມ່ນ ຂຶ້ນກັບການນຳໃຊ້. ສະຕຼິກນີນໍ (ຢາເບືອທ່ີ່ມີຜົນຮ້າຍແຮງຊະນິດໜຶ່ງ) ແມ່ນຢາທີ່ມີຜົນຕໍ່ກັບລະບົບເສັ້ນປະສາດຢ່າງແຮງ ເຊິ່ງສະກັດມາຈາກນວນຂອງໝາກແສງເບື່ອ ຫຼື ໝາກຕຸມກາ (Strychnos nux-vomice) ຕົ້ນນີ້ພົບໄດ້ຢູ່ປະເທດລາວ ແລະ ຄົນລາວຍັງເອົາມາໃຊ້ເປັນຢາເບື່ອປາ. ຕົ້ນໜ້ອງ (Antiaris toxicarie) ແມ່ນຕົ້ນໄມ້ທີ່ມີພິດຮ້າຍແຮງຊະນິດໜຶ່ງ ທີ່ພົບເຫັນໃນຂົງເຂດ ໄດ້ມີການນຳໃຊ້ນໍ້າຢາງຂອງມັນເປັນສ່ວນປະກອບໃນການເຮັດລູກສອນອາບຢາພິດ ໃນສະໄໝສົງຄາມຕໍ່ຕ້ານຍີ່ປຸນ.

phakhaolao.la
ໝາກຕຸມກາ 
ຊື່ວິທະຍາສາດ / ຕະກຸນ: Strychnos nux-vomica L. / Loganiaceae

 

         ດອກໄມ້ທີ່ມີຄວາມງົດງາມ ບາງຄັ້ງອາດເປັນອັນຕະລາຍ ກໍລະນີດອກງວງຊ້າງ (Strophanthus spp.) ແກ່ນຂອງມັນເປັນພິດຢ່າງແຮງ, ເຄືອຕົ້ນພັນມະຫາ (Gloriosa superpa) ພິດຈາກເຫງົ້າຂອງມັນພຽງເລັກຫນ້ອຍກໍ່ອາດເຮັດໃຫ້ເສຍຊີວິດໄດ້ ແລະ ອີກໜຶ່ງຊະນິດທີ່ຄົນລາວເຮົາເອີ້ນວ່າ ຕົ້ນໝາກເຂືອບ້າ (Datura metel) ອາດໃສ່ຊື່ຕາມຄວມເປັນພິດຕໍ່ປະສາດ ເຊິ່ງເຮັດໃຫ້ຄົນປ່ວງຄ້າຍຄືຄົນບ້າ (ສະຕິບໍ່ດີ). ຕົ້ນດອກຮັກ (Calotropis gigantea) ເປັນຕົ້ນໄມ້ຂະໜາດນ້ອຍ ມີຢາງທີ່ມີພິຮ້າຍແຮງ ເຊິ່ງໃນເມື່ອກ່ອນຢູ່ທະວີບເອີຣົບ ເພິ່ນໄດ້ນຳໃຊ້ປິ່ນປົວພະຍາດກາມມະໂຣກ. ແກ່ນສີແດງຂອງຕົ້ນລໍ່າ (Adenanthera pavonine) ແລະ ຕົ້ນລຳຕາແດງ (Abrus precatoris) ເຊິ່ງເພິ່ນມັກເອົາມາເຮັດສາຍສອຍນັ້ນ ຕ້ອງໄດ້ລະມັດລະວັງເປັນຢ່າງຍີ່ງ. ​

phakhaolao.la
ຜັກລໍ້າ
ຊື່ວິທະຍາສາດ ແລະ ຕະກຸນ Adenanthera pavonina var. luteosemiralis (G.A. Fu & Y.K. Yang) X.Y. Zhu / Fabaceae

      ດັ່ງທີ່ໄດ້ກ່າວມານັ້ນ ຕົ້ນໄມ້ທຸກຊະນິດບໍ່ໄດ້ໝາຍຄວາມວ່າຈະເປັນສິ່ງທີ່ດີສຳລັບຄົນ ແລະ ສັດສະເໝີໄປ ເຮົາຄວນເພິ່ມການເອົາໃຈໃສ່ລະມັດລະວັງ ໂດຍສະເພາະປະລິມານ, ຄວນນຳໃຊ້ໃຫ້ພໍດີຢູ່ໃນຂອບເຂດ ສຶກສາຫາຂໍ້ມູນຈາກນັກຄົ້ນຄວ້າ ແລະ ຜູ້ຊ່ຽວຊານກ່ອນນຳໃຊ້ສະເໝີ "ທຸກຢ່າງເປັນພິດ ບໍ່ມີຫຍັງເປັນພິດ"

Source

ການປະກອບສ່ວນ