ຜົນກະທົບຈາກການໃຊ້ຢາປາບສັດຕູພືດຕໍ່ຄົນ

Sakhone INTHAVONG
ການນຳໃຊ້ຢາປາບສັດຕູພືດອັນຕະລາຍຕໍ່ຄົນເຮົາຫຼາຍ-ໜ້ອຍ ພຽງໃດ?
ຊີວະນາໆພັນກະສິກຳ
phakhaolao.la
phakhaolao.la

ຢາປາບສັດຕູພືດແມ່ນມີອັນຕະລາຍຕໍ່ຄົນເຮົາ ແຕ່ລະດັບຄວາມອັນຕະລາຍອາດຕ່າງກັນ ໂດຍທົ່ວໄປແລ້ວຄວາມອັນຕະລາຍຈະຕິດບອກຕາມກະຕຸກຂອງຢາແຕ່ລະຊະນິດ ຕົວຢ່າງ ຢາປາບສັກຕູພືດທີ່ນຳເຂົ້າຈາກໄທ ທີ່ນຳໃຊ້ຫຼາຍໃນລາວ ເຊິ່ງສັນຍາລັກທີ່ສະແດງໃຫ້ເຫັນຄື ສີແດງໝາຍເຖິງໝາຍເຖິງອັນຕະລາຍຫຼາຍ, ສີເຫຼືອງໝາຍເຖິງອັນຕະລາຍ ແລະ ສີຟ້າໝາຍເຖິງຕ້ອງລະມັດລະວັງ. ນອກຈາກນັ້ນ, ຍັງມີບັນດາສັນຍາລັກຕ່າງໆທີ່ເຮົາຄວນຮູ້ໃນການນຳໃຊ້ສານເຄມີ.

ຢາປາບສັດຕູພືດເປັນອັນຕະລາຍເຖິງຊີວິດໂດຍອີງຕາມປັດໃຈທີ່ສຳຄັນເຊັ່ນ ລະດັບຄວາມເປັນພິດຂອງສານເຄມີ, ປະລິມານ, ຂະໜາດຂອງຄົນ, ຊ່ອງທາງໄດ້ຮັບສານເຄມີ ໂດຍລວມແລ້ວຜົນກະທົບຂອງຢາປາບສັດຕູພືດຕໍ່ຄົນອາດຈັດແບ່ງເປັນສອງລັກສະນະຄື: ຜົນກະທົບໂດຍທັນທີ ຫຼື ໄລຍະສັ້ນ ແລະ ຜົນກະທົບໃນໄລຍະຍາວ.

 

phakhaolao.la

 

 

 

 

ອາການເຫຼົ່ານີ້ອາດເກີດຈາກພະຍາດອື່ນ, ແຕ່ສຳລັບຜູ້ທີ່ສີດຢາປາບສັດຕູພືດຈະມີອາການດັ່ງທີ່ກ່າວມາຂ້າງເທີງນັ້ນ ບາງຄັ້ງຜູ້ສີດອາດຈະບໍ່ຮູ້ວ່າອາການນັ້ນເກີດຈາກການສີດຢາປາບສັດຕູພືດ.

ຜົນກະທົບໃນໄລຍະຍາວ: ເກີດຂຶ້ນພາຍໃນຫຼາຍເດືອນ ຫຼື ຫຼາຍປີ. ການສະສົມເຄມີຈາກຢາປາບສັດຕູພືດໃນຮ່າງກາຍອາດນຳໄປສູ່ບັນຫາສຸຂະພາບເຊັ່ນ:

  1.  ການລຸລູກຂອງແມ່ຍິງຖືພາ.

  2. ການເກີດເດັກນ້ອຍທີ່ເປັນພິການ ຫຼື ຮ່າງກາຍບໍ່ສົມບູນ.

  3. ເປັນພະຍາດຜິວໜັງ, ຊ້ຳເຮື້ອ.

  4. ມີບັນຫາກ່ຽວກັບລະບົບປະສາດເຮັດໃຫ້ມີອາການເຈັບຫົວ, ຄວາມຈື່ຈຳບໍ່ດີ, ສະມາທິສັ້ນ, ເປັນໂລກນອນບໍ່ຫຼັບ.

  5. ເປັນມະເຮັງເຊັ່ນ: ມະເຮັງເຕົ້າຮົມ, ຕັບ, ລຳໄສ້, ສະໝອງ ແລະ ເລືອດ.

ທີ່ມາ: LURUS,2016

 

 

 

ການປະກອບສ່ວນ