ຢາປາບສັດຕູພືດສູດທຳມະຊາດ

Sakhone INTHAVONG
ວິທີງ່າຍໆການເຮັດນ້ຳຢາປາບສັດຕູພືດສູດທຳມະຊາດ
ແນະນຳວິທີເຮັດ
phakhaolao.la
phakhaolao.la

ການໃຊ້ຢາປາບສັດຕູພືດຈາກທຳມະຊາດແມ່ນວິທີມີຄວາມປອດໄພຈາກສານເຄມີ, ປະຢັດງົບ ແລະ ຍັງມີປະສິດທິພາບໃນການຄວບຄຸມສັດຕູພືດ ເຊິ່ງເຮົາສາມາດປຸງແຕ່ງດ້ວຍຫຼາຍວິທີ ແລະ ສ່ວນປະກອບຫຼາຍຢ່າງຈາກທຳມະຊາດທີ່ເຮົາສາມາດຫາໄດ້ງ່າຍ ທັງເປັນມິດກັບສິ່ງແວດລ້ອມ, ຜູ້ປູກປອດໄພຈາກສານເຄມີ ທີສຳຄັນຍັງມີປະໂຫຍດຕໍ່ສຸຂະພາບຜູ້ບໍລິໂພກອີກດ້ວຍ. ດັ່ງນັ້ນພວກເຮົາຈຶ່ງນຳເອົາສູດນ້ຳຢາປາບສັດຕູມາຝາກເຊິ່ງມີດັ່ງນີ້:

ສະເປຈາກໝາກເຜັດ/ຫົວກະທຽມ

https://www.google.com/search?q=%E0%B8%99%E0%B9%89%E0%B8%B3%E0%B8%81%E0%B8%A3%E0%B8%B0%E0%B9%80%E0%B8%97%E0%B8%B5%E0%B8%A2%E0%B8%A1%E0%B9%80%E0%B8%9E%E0%B8%B7%E0%B9%88%E0%B8%AD%E0%B8%81%E0%B8%B3%E0%B8%88%E0%B8%B1%E0%B8%94%E0%B8%A8%E0%B8%B1%E0%B8%95%E0%B8%A3%E0%B8%B9%E0%B8%9E%E0%B8%B7%E0%B8%8A&sxsrf=ALeKk02Ow69kpsOMmDz623y7cSEDW867oQ:1608541005227&source=lnms&tbm=isch&sa=X&ved=2ahUKEwj__uOZ2t7tAhU9wosBHc2lD4IQ_AUoAXoECAUQAw&biw=1536&bih=698

ວິທີເຮັດ:

ນຳໝາກເຜັດ 1 ກິໂລ ມາບົດປົນກັບຫົວກະທຽມ 1 ກິໂລ ແລະ ໃບຢາສູບ 1-2 ໃບ ( ຫຼືໃຊ້ຢາສູບ 2 ກອກ ກໍໄດ້) ຫຼັງຈາກນັ້ນນຳເຫຼົ້າຂາວ 1 ລິດມາປະສົມເຂົ້າກັນແລ້ວປະໄວ້ 1 ອາທິດ. ຫຼັງຈາກນັ້ນໃຫ້ຕອງເອົາພຽງນ້ຳຂອງມັນໄວ້ເພື່ອໃຊ້. ເຊິ່ງສັດຕູພືດທີ່ສາມາດຄຸມໄດ້ມີ: ບົ້ງ, ເພ້ຍໄຟ, ໄຮແມງມຸມແດງ, ແມງມີ່ຂາວ, ຕັກແຕນ, ມົດ ແລະ ປວກ ຍົກເວັ້ນເພ້ຍທີ່ບໍ່ສາມາດກຳຈັດໄດ້.

ສະເປນ້ຳໝາກນາວ

https://www.google.com/search?q=%E0%B8%99%E0%B9%89%E0%B8%B3%E0%B8%81%E0%B8%A3%E0%B8%B0%E0%B9%80%E0%B8%97%E0%B8%B5%E0%B8%A2%E0%B8%A1%E0%B9%80%E0%B8%9E%E0%B8%B7%E0%B9%88%E0%B8%AD%E0%B8%81%E0%B8%B3%E0%B8%88%E0%B8%B1%E0%B8%94%E0%B8%A8%E0%B8%B1%E0%B8%95%E0%B8%A3%E0%B8%B9%E0%B8%9E%E0%B8%B7%E0%B8%8A&sxsrf=ALeKk02Ow69kpsOMmDz623y7cSEDW867oQ:1608541005227&source=lnms&tbm=isch&sa=X&ved=2ahUKEwj__uOZ2t7tAhU9wosBHc2lD4IQ_AUoAXoECAUQAw&biw=1536&bih=698

ວິທີເຮັດ:

ນຳເຫຼົ້າຂາວ 1 ລິດ ມາປະສົມກັບ ນ້ຳໝາກນາວ 0,5 ລິດ, ນ້ຳສະກັດຊີວະພາບ 0,5 ລິດ ແລະ ກາກນ້ຳຕານ 0,5 ລິດ ແລ້ວປະໄວ້ 1 ວັນ. ສຳລັບການໃຊ້ແມ່ນໃຫ້ນຳເອົານ້ຳຢາ 10 ມິນລີລິດ (1-2 ບ່ວງແກງ) ປະສົມກັບນ້ຳ 10 ລິດ, ນ້ຳຢາແມ່ນສາມາດຮັກສາໄວ້ໃຊ້ນານເຖິງ 6 ເດືອນໂດຍການເກັບໄວ້ບ່ອນມືດ ແລະ ແຫ້ງດີ ສ່ວນສັດຕູພືດທີ່ສາມາດກຳຈັດໄດ້ ໄດ້ແກ່ແມງລີ້ນໝາ, ຫອຍທາກ, ໜອນ ແລະ ໄຮແມງມຸມແດງ.

ຂໍ້ມູນຈາກ: ສວນພຶກສາຊາດຜາຕັດແກ້ວ(ຫຼວງພະບາງ)

ການປະກອບສ່ວນ