ປີ້ງໄກ່ທາປາແດກ

ฺBouavone
ປີ້ງໄກ່ທາປາແດກກີນກັບຕຳໝາກແຕ່ງ, ຕໍາໝາກຫຸ່ງ ເປັນອາຫານພື້ນເມືອງທີ່ຄົນລາວເຮົາມັກຮັບປະທານ
ເຮືອນຄົວລາວ
phakhaolao.la
www.phakhaolao.la

ສ່ວນປະກອບ:

  1. ໄກ່                                     1 ໂຕ
  2. ນໍ້າປາແດກ                         1 ບ່ວງກາເຟ
  3. ຫົວສີໃຄ                              3 ຫົວ
  4. ກະທຽມ                               3 ກີບ
  5. ຮາກຫອມປ້ອມ                     4 ຕົ້ນ
  6. ເກືອ                                  1 ບ່ວງກາເຟ
  7. ແປ້ງນົວ                             1 ບ່ວງກາເຟ
  8. ໝາກເຜັດປົ່ນ                      1 ບ່ວງກາເຟ
  9. ນໍ້າຕານ                              1/3 ບ່ວງກາເຟ

ວິທີເຮັດ:

  1. ເອົາຊີ້ນໄກ່ມາແຜ່ອອກ.
  2. ຫຼັງຈາກນັ້ນກໍມາກະກຽມເຄື່ອງປຸງ: ເອົາຫົວສີໄຄ, ກະທຽມ, ຮາກຫອມປ້ອມໃສ່ເກືອໜ້ອຍໜຶ່ງຕື່ມແປ້ງນົວລົງແລ້ວຕໍາຄົນໃຫ້ເຂົ້າກັນ.
  3. ຈາກນັ້ນເອົາເຄື່ອງທີ່ຕໍາໄວ້ແລ້ວນັ້ນເທລົງໃສ່ຊາມຫຼືຖ້ວຍແລ້ວຕື່ມນໍ້າປາແດກລົງ 1 ບ່ວງແກງຕໍ່ໄກ່ ໂຕພ້ອມທັງຕື່ມນໍ້າຕານລົງ 1 ບ່ວງກາເຟໝາກເຜັດປົ່ນ 1 ບ່ວງກາເຟຄົນໃຫ້ເຂົ້າກັນອີກຄັ້ງຈາກນັ້ນກໍເອົາໄປທາໃສ່ໂຕໄກ່ທີ່ເຮົາກຽມໄວ້ແລ້ວນັ້ນ
  4. ນຳມາປີ້ງ ປະມານ 30-40 ນາທີ ກໍສາມາດຮັບປະທານໄດ້

ປີ້ງໄກ່ອຸ່ນໆກີນກັບເຂົ້າໜຽວ ແລະ ຕຳໝາກຫຸ່ງແຊບອິຫຼີ

ການປະກອບສ່ວນ