ປາສົ້ມ

Andy Souvanhphukdee
ປະເທດລາວອຸດົມສົມບູນ ແລະ ຫຼາກຫຼາຍໄປດ້ວຍປານ້ຳຈືດນາໆພັນ ສາມາດນຳມາປຸງແຕ່ງເປັນອາຫານໄດ້ຫຼາກຫຼາຍຢ່າງ ເຊັ່ນ ປາສົ້ມ. ປາສົ້ມ ປົກກະຕິແລ້ວຈະຖູກນຳມາຈືນ ຫຼື ທອດໃສ່ໄຂ່ ຫຼື ປີ້ງກໍ່ໄດ້ຕາມຕ້ອງການ.
ເຮືອນຄົວລາວ
mahasonmagazine

ເຄື່ອງປະກອບ
  •  ປາສົດ 1 kg
  •  ເກືອທະເລ (ເກືອເມັດໃຫ່ຍ) 1 ບ່ວງແກງ
  •  ເຂົ້າໜຽວໜຶ້ງ 1 ປັ້ນ
  •  ຜັກທຽມແຫ້ງ 3 ຫົວ
  •  ແປ້ງນົວ (ໃສ່ ຫຼື ບໍ່ໃສ່ກໍໄດ້) ຕາມໃຈມັກ
  •  ກຽມ ໄຫ ຫຼື ໂຖແກ້ວ ທີ່ມີຝາ, ລ້າງໃຫ້ສະອາດ

https://www.flickr.com/photos/32744581@N05/17299660041
flickr.com

ວິທີປຸງແຕ່ງ
  1.  ເລືອກເອົາປາສົດ (ປາບໍ່ເນົ່າ), ຖ້າປາເກັດ ກໍໃຫ້ເຊາະເກັດອອກ, ລ້າງໃຫ້ສະອາດແລ້ວນຳມາແລ່ ຫຼື ທຸບ ໃຫ້ອ່ອນໜ້ອຍໜຶ່ງ (ຖ້າໂຕໃຫ່ຍ ໃຫ້ຕັດເປັນຕ່ອນຕາມໃຈມັກ).
  2.  ປອກກະທຽມ ແລ້ວທຸບພໍປະມານ ບໍ່ໃຫ້ມຸ່ນ
  3.  ເອົາປາ, ເກືອ, ເຂົ້າໜຽວໜຶ້ງ, ຜັກທຽມ ມາປະສົມເຂົ້າກັນ ແລ້ວຄົນໃຫ້ທົ່ວ (ສາມາດໃສ່ ຫຼືບໍ່ໃສ່ແປ້ງນົວກໍໄດ້)
  4.  ເອົາໃສ່ໄຫ ຫຼື ໂຖແກ້ວ ທີ່ກຽມໄວ້ ອັດຝາໃຫ້ແຈບ, ປະໄວ້1 ອາທິດ ກໍ່ສາມາດຮັບປະທານໄດ້
ສິ່ງທີ່ຄວນເອົາໃຈໃສ່
ຖ້າຕ້ອງການເກັບໄວ້ກິນດົນ 3 ເດືອນ ຫຼື 1 ປີ ຂຶ້ນໄປ ເພີ່ມເກືອອີກເລັກນ້ອຍ ເພື່ອໃຫ້ລົດຊາດເຄັມຫຼາຍຂຶ້ນ ແລະ ບໍ່ຄວນໃສ່ແປ້ງນົວ.

ຂໍ້ມູນຈາກ ປຶ້ມອາຫານລາວ (ວິທີເຮັດອາຫານໄວ້ກິນດົນ)

ວີດີໂອແນະນຳຈາກ May Laos.kitchen

ການປະກອບສ່ວນ