ປະໂຫຍດຈາກຂີ້ເຫຍື້ອ (ເສດ) ອາຫານທີ່ບໍ່ຄວນເບິ່ງຂ້າມ

Sakhone INTHAVONG
ວິທີກຳຈັດສິ່ງເສດເຫຼືອຈາກອາຫານທີ່ປອດໄພ ແລະ ໄດ້ປະໂຫຍດ
ຊີວະນາໆພັນກະສິກຳ
phakhaolao.la
https://m.pantip.com/topic/35158449?

"ຂີ້ເຫຍື້ອຈາກເສດອາຫານ’’ ອົງການອານາໄມໂລກປະເມີນວ່າ ທົ່ວໂລກຜະລິດຂີ້ເຫຍື້ອອາຫານຢ່າງໜ້ອຍ 30 ເປີເຊັນ ຈາກອາຫານທັງໝົດ ຫຼື ຄິດເປັນມູນຄ່າ 940 ລ້ານໆ ໂດລາ/ປີ  ເຊິ່ງເຫັນວ່າມັນເປັນບັນຫາທີ່ເກີດຈາກພຶດຕິກຳການໃຊ້ຊີວິດຂອງມະນຸດເຮົາ ທັງນີ້້ການກຳຈັດຂິ້ເຫຍື້ອແບບບໍ່ຖືກວິທີກໍຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມຢ່າງຫຼີກລ່ຽງບໍ່ໄດ້  ດັ່ງນັ້ນເພື່ອເປັນສ່ວນໜຶ່ງໃນການຊ່ວຍຫຼຸດຜ່ອນບັນຫາດັ່ງກ່າວ ພວກເຮົາຈຶ່ງໄດ້ນຳເອົາວິທີການກຳຈັດສິ່ງເສດເຫຼືອຈາກອາຫານເພື່ອໃຫ້ເກີດປະໂຫຍດ ວິທີການດັ່ງກ່າວມີດັ່ງນິ້:

  • ການເຮັດປຸ໋ຍໝັກຈາກເສດອາຫານ : ເສດອາຫານຈາກຄົວເຮືອນໃນແຕ່ລະມື້ມີຈຳນວນຫຼວງຫຼາຍທີ່ເຮົາສາມາດນຳໄປເປັນປະໂຫຍດ ໂດຍການນຳໄປເຮັດປຸ໋ຍຊີວະພາບສຳລັບປູກຜັກສວນຄົວໃຫ້ຈະເລີນເຕີບໂຕໄດ້ດີ ເຊິ່ງວິທີການເຮັດກໍງ່າຍດາຍ ໂດຍການນຳໃຊ້ກະຕ່າຢາງ ຫຼື ພາຊະນະລັກສະນະສູງ ( ເຈາະໃຫ້ມີຮູລະບາຍນ້ຳ ) ຫຼັງຈາກນັ້ນໃຊ້ຖົງຢາງໂດຍເຈາະໃຫ້ເປັນຮູຊ້ອນໄວ້ກັບພະຊະນະດ້ານໃນ ຈາກນັ້ນເມື່ອມີເສດອາຫານກໍໃຫ້ເທລົງໄປ ແລະ ໃສ່ດິນ ຫຼື ປຸ໋ຍຄອກຕາມລົງໄປ (ເລືອກຢ່າງໃດໜຶ່ງແຕ່ປຸ໋ຍຄອກຈະໄດ້ຜົນດີກວ່າດິນ) ພ້ອມທັງນຳໃບໄມ້ແຫ້ງມາຊ້ອນກັນເປັນຊັ້ນໃນສັດສ່ວນເທົ່າໆກັນ ຫຼັງຈາກນັ້ນມັດຖົງຢາງໄວ້ໃຫ້ແໜ້ນເພື່ອປ້ອງກັນບໍ່ໃຫ້ແມງວັນມາໄຂ່ໃສ່ ເຮັດຊ້ຳແບບນັ້ນທຸກເທື່ອເມື່ອມີເສດອາຫານ ເມື່ອເຕັມຖັງແລ້ວແມ່ນໃຫ້ປິດຝາປະໄວ້ແລ້ວຫົດນ້ຳທຸກ 7 ມື້ ເພື່ອລະບາຍຄວາມຮ້ອນໃນກອງປຸ໋ຍອອກ. ເມື່ອຮອດເດືອນໜຶ່ງຜ່ານໄປເສດອາຫານຈະກາຍເປັນປຸ໋ຍໝັກສີດຳເຂັ້ມ ແລະ ຈະບໍ່ມີກິ່ນເໝັນລົບກວນ. ທີ່ສຳຄັນປຸ໋ຍທີ່ໄດ້ນີ້ສາມາດນຳໄປປະສົມກັບດິນເພື່ອປູກຜັກສວນຄົວໃຫ້ພືດຜັກຈະເລີນເຕີບໂຕງອກງາມໄດ້ດີ.
  • ເຮັດນ້ຳໝັກ EM: ການບໍລິໂພກໝາກໄມ້ເປັນສິ່ງທີ່ດີ ແຕ່ກໍມີໝາກໄມ້ບາງຊະນິດທີ່ບໍ່ສາມາດບໍລິໂພກເປືອກໄດ້ ເນື່ອງຈາກເນື້ອທີ່ແຂງເກີນໄປ ແລະ ເປືອກນັ້ນກໍຈະຖີ້ມໄປລ້າໆພ້ອມທັງສົ່ງກິນເນົ່າເໝັນເຊັ່ນ: ເວລາປອກເປືອກໝາກນັດ ຫຼື ຈາກການຄັ້ນເອົານ້ຳໝາກກ້ຽງ ແລະ ໝາກໄມ້ຊະນິດອື່ນ ເຮົາສາມາດນຳສິ່ງເສດເຫຼືອມາເຮັດເປັນນ້ຳໝັກ ດ້ວຍການນຳເສດອາຫານ 3 ສ່ວນ ມາປະສົມກາກນ້ຳຕານ 1 ສ່ວນ  ແລະ ນ້ຳ 10 L ໂດຍບັນຈຸໃສ່ຖັງທີ່ມີຝາປິດໝັກໄວ້ 7 ມື້ ເຊິ່ງຈະກາຍເປັນນ້ຳຫົວເຊື້ອເພື່ອນຳມາປະສົມກັບນ້ຳເພື່ອນຳໄປຫົດຕົ້ນໄມ້ ແລະ ພືດຜັກ ເຊິ່ງຈະຊ່ວຍເລັ່ງການອອກດອກ, ໝາກ ພ້ອມທັງສີດພົ່ນດິນເພື່ອປັບໂຄງສ້າງຂອງດິນ ແລະ ເພີ່ມຈຸລິນຊີທີ່ມີປະໂຫຍດ, ຊ່ວຍຫຼຸດຈຳນວນແມງໄມ້ສັດຕູພືດ ແລະ ຊ່ວຍຍ່ອຍສະລາຍໃບໄມ້ແຫ້ງຕາມສວນ ທັງຊ່ວຍດັບກິນໃນອ່າງລ້າງຈານ ແລະ ຮ່ອງລະບາຍນ້ຳໄດ້ດີ.
  • ເຮັດປຸ໋ຍຂີ້ກະເດືອນ: ຂີ້ກະເດືອນເປັນອີກໜຶ່ງໂຕຊ່ວຍໃນການກຳຈັດຂີ້ເຫຍື້ອຈາກເສດອາຫານ ທັງເປັນຕົວຍ່ອຍສະລາຍອິນຊີວັດຖຸໄດ້ດີ ເຊິ່ງວິທີລ້ຽງຂີ້ກະເດືອນສາມາດເຮັດໄດ້ງ່າຍເຊັ່ນ: ລ້ຽງໃນກະຖັງຕົ້ນໄມ້ (ເຮັດຈາກດິນເຜົາ), ຫຼື ອາດລ້ຽງໃນຊາມຢາງ (ເຈາະກົ້ນຮູໃຫ້ທົ່ວ) ກໍໄດ້. ວິທີລ້ຽງໄດ້ແກ່ກຽມດິນປະສົມກັບຂີ້ງົວ ຖ້າບໍ່ມີກໍສາມາດໃຊ້ດິນຢ່າງດຽວກໍໄດ້ ໂດຍປະສົມກັບນ້ຳໃຫ້ຊຸ່ມ ເພື່ອຮອງພື້ນພາຊະນະລ້ຽງປະມານ 3 ນີ້ວເພື່ອໃຫ້ຂີ້ກະເດືອນລົງໄປ ຫຼັງຈາກນັ້ນປິດຝາພາຊະນະໄວ້ໂດຍໃຫ້ມີຊ່ອງລະບາຍອາກາດ ເພື່ອປ້ອງກັນບໍ່ໃຫ້ແມງວັນວາງໄຂ່ໄດ້ ຫຼັງຈາກນັ້ນໃຫ້ເສດອາຫານທຸກມື້ ຫຼື ເທົ່າທີ່ມີ ເຊິ່ງມັນສາມາດກິນໄດ້ທັງເສດໝກໄມ້, ອາຫານ (ບໍ່ຄວນເອົງແກງ) ແລະ ມູນສັດເຊັ່ນ: ໝາ, ແມວ, ກະຕ່າຍ, ງົວເປັນຕົ້ນ ການລ້ຽງແມ່ນໃຫ້ນຳເອົາໄວ້ບ່ອນທີ່ມືດ, ຊຸ່ມ ແລະ ເຢັນ ຫຼື ອາດຈະໃຊ້ນ້ຳຫົດພໍໃຫ້ຊຸ່ມກໍໄດ້. ຂີ້ກະເດືອນຈະຊ່ວຍປ່ຽນເສດອາຫານໃຫ້ກາຍເປັນປຸ໋ຍ ໂດຍສາມາດນຳມາປະສົມກັບກັບດິນເພື່ອປູກພືດສວນຄົວຈະຊ່ວຍໃຫ້ພືດຜັກຈະເລີນເຕີບໂຕໄດ້ດີ ສ່ວນຍ່ຽວຂອງຂີ້ກະເດືອນກໍເປັນດັ່ງຮໍໂມນຊ່ວຍເລັ່ງການຈະເລີນເຕີບໂຕຂອງພືດ ທັງສາມາດໃຊ້ເພື່ອດັບກິ່ນເໝັນບໍລິເວນອ່າງລ້າງຈານ ແລະ ຮ່ອງລະບາຍນ້ຳເຊັ່ນດຽວກັບນ້ຳໝັກ EM.
  • ໃຊ້ຜະລິດທາດອາຫານສຳລັບພືດຜັກ: ເມືື່ອເວົ້າເຖິງສິ່ງເສດເຫຼືອຈາກອາຫານລ້ວນແຕ່ສາມາດນຳມາໃຊ້ປະໂຫຍດໄດ້ ເຊັ່ນ: ເປືອກໄຂ່ ສາມາດນຳມາໂຮຍໃສ່ອ້ອມຮອບຕົ້ນໄມ້ ຫຼື ຖາດກ້າແກ່ນ ໂດຍການນຳໄປຕາກແດດແລ້ວບົດໃຫ້ມຸ່ນລະອຽດ ຈະຊ່ວຍປ້ອງກັນຫອຍທາກທີ່ມາກິນຕົ້ນອ່ອນຂອງພືດ ຫຼື ນຳໄປໃສ່ຖັງລ້ຽງຂີ້ກະເດືອນເພື່ອກຳຈັດໄຮແດງ ທັງຊ່ວຍຫຼຸດຜ່ອນຄວາມເປັນກົດຂອງດິນ  ນອກຈາກນີ້ເປືອກຂອງໝາກຖົ່ວດິນຍັງມີໄນໂຕເຈນສູງ ເຊິ່ງເຮົາຈະນຳໄປຕາກແດດເພື່ອນຳໄປບົດມາປະສົມກັບດິນປູກຈະຊ່ວຍບຳລຸງຕົ້ນໄມ້ ແລະພືດຜັກໄດ້ດີ.

ທັງໝົດທີ່ກ່າວມານັ້ນ ນອກຈາກຈະຊ່ວຍແຍກຂີ້ເຫຍື້ອແລ້ວ ຍັງເປັນວີທີການນຳໃຊ້ເສດອາຫານຕ່າງໆໃຫ້ເປັນປະໂຫຍດ ເພື່ອນຳມາເປັນປຸ໋ຍບຳລຸງຕົ້ນໄມ້ ແລະ ພືດຜັກໃຫ້ເຕີບໂຕໄດ້ດີ ທັງຊ່ວຍກຳຈັດສັດຕູພືດໄດ້ອີກ.

ທີ່ມາ:https://www.greenery.org/articles/articles/4waysforjunks/

 

ການປະກອບສ່ວນ