ນໍ້າຫວານເຜືອກ Sweet Taro

Andy Souvanphakdy
ນໍ້າຫວານເຜືອກ ປຸງແຕ່ງງ່າຍ ສະບາຍທ້ອງ
ເຮືອນຄົວລາວ
phakhaolao.la

ສ່ວນປະກອບທີ່ຕ້ອງການ

  • ເຜືອກ, ໃບເຕີຍ, ກະທິໝາກພ້າວ, ນໍ້າຕານຊາຍແດງ, ເກືອ, ສາຄູ
phakhaolao.la

 

ວິທີປຸງແຕ່ງ

  • ເລີ່ມຈາກແຊ່ສາຄູປະໄວ້
  • ແລ້ວນຳສ່ວນປະສົມມາລ້າງໃຫ້ສະອາດ
  • ເຜືອກ ຂາດບໍ່ໄດ້ ເພາະຄືສ່ວນປະສົມຫຼັກໃນມື້ນີ້ ນຳມາປອກເປືອ ແລະ ຊອຍ ຂະໜາດພໍດີຄຳ
  • ຕົ້ມໃບເຕີຍ ເພື່ອເພີ່ມກິ່ນຫອມ
  • ຕົ້ມນໍ້າຕານໃຫ້ລະລາຍ ໃສ່ກະທິ, ເກືອ ຕາມດ້ວຍໃສ່ເຜືອກ  ຈາກນັ້ນກໍປິດຝາຕົ້ມເຜືອກປະໄວ້ປະມານ 30 ນາທີ ແລະ ໃສ່ສາຄູ ຫຼັງຈາກໃສ່ສາຄູ ຕ້ອງຄົນຢູ່ຕະຫຼອດເວລາ ປະມານ 10-15 ນາທີ  ເພື່ອບໍ່ໃຫ້ຕິດໝໍ້
phakhaolao.la

ສາລະໜ້າຮູ້

  • ເຜືອກ: ສັບພະຄຸນຊ່ວຍໃນລະບົບຂັບຖ່າຍ
  • ໃບເຕີຍ: ບຳລຸງຮ່່າງກາຍ ແລະ ຊ່ວຍໃຫ້ສະມອງຜ່ອນຄາຍ
  • ໝາກພ້າວ: ບຳລຸງຜິວ ແລະ ປ້ອງກັນພະຍາດຫົວໃຈ
ການປະກອບສ່ວນ