ຕຳໝາກຫຸ່ງ / papaya salad

Andy Souvanhphukdee
ຕຳໝາກຫຸ່ງ ອາຫານວ່າງກິນກັບຂຽບໝູທອດກອບ, ບໍ່ຈຳກັດວິທີການປຸງແຕ່ງ ເພາະແຕ່ລະຄົນມີລົດຊາດທີ່ມັກ ແລະ ຕ້ອງການແຕກຕ່າງກັນ. ແຕ່ຈານນີ້ ປຸງແຕ່ງຈາກສູດຂອງຫຼວງນ້ຳທາ ໃຊ້ນໍ້າປູຊຶ່ງເປັນເອກະລັກຢ່າງນຶ່ງ ເປັນສ່ວນປະສົມຫຼັກ
ເຮືອນຄົວລາວ
http://www.wlinktravel.com/home/travelhub/index/106
Wlink Travel

ສ່ວນປະສົມ
•  ໝາກຫຸ່ງເຄິ່ງໜ່ວຍ
•  ກະທຽມ 2 ກີບໃຫ່ຍ
•  ໝາກເຜັດດິບ 3 ໜ່ວຍ (ສາມາດເພີ່ມປະລິມານໝາກເຜັດໄດ້ຕາມຕ້ອງການ)
•  ເກືອ 1 ບ່ວງຊາ
•  ນ້ຳຕານ 1 ບ່ວງເຄິ່ງ(1 ½),  (ບ່ວງແກງ)
•  ນ້ຳປູ ຫຼື ກະປິ ½ ບ່ວງຊາ
•  ໝາກເຂືອ 1 ໜວຍ ຜ່າເປັນ 8 ປ່ຽງ
•  ໝາກເລັ່ນ ເຄິ່ງໜ່ວຍ ຜ່າເປັນ 4 ປ່ຽງ
•  ປາແດກ ¼ ຈອກກາເຟ (1ບ່ວງຊາ - 3 ບ່ວງແກງນ້ຳປາ)
•  ໝາກນາວ 2 ໜ່ວຍໃຫ່ຍ ຫຼື 3 ໜ່ວຍນ້ອຍ

ວິທີການ
1. ປອກເປືອກໝາກຫຸ່ງອອກໃຫ້ໝົດ ແລ້ວໃຊ້ມີດຂູດ ຂູດໝາກຫຸ່ງຂະໜານຕາມລວງຕັ້ງ ວິີທີນີ້ເປັນວິທີທີ່ງ່າຍທີ່ສຸດ
2.  ໃສ່ເກືອ, ນ້ຳຕານ, ນ້ຳປູ, ກະທຽມ,  ຫຼື  ໝາກເຂືອ ລົງຄົກ ຕຳໃຫ້ເຂົ້າກັນປະມານ 1-2 ນາທີ. ໃສ່ໝາກນາວ ແລະ ປາດກ (ນ້ຳປາ) ຕາມດ້ວຍໝາກຫຸ່ງ ແລະ ໝາກເລັ່ນ ແລ້ວຕຳອີກເທື່ອໜຶ່ງ ໂດຍໃຊ້ບ່ວງເປັນອຸປະກອນເສີມ ໃນການຄົນ
3. ຊິມລົດຊາດ ຕື່ມສ່ວນປະສົມເພີ່ມເຕີມໄດ້ຕາມຕ້ອງການ ເຊັ່ນ ນ້ຳຕານ, ປາແດກ ຫຼື ໝາກນາວ
4. ຮັບປະທານກັບເຂົ້າໜຽວ, ຂຽບມັນ ຜັກກະລຳ ຫຼື ສະລັດ

ຄຳແນະນຳ
•  ສູດນີ້ເປັນສູດພື້ນຖານຂອງການຕຳໝາກຫຸ່ງ, ສາມາດໃສ່ຫົວກະຣົດ, ໝາກຫຸ່ງ ແລະ ໝາກແຕງໄດ້
•  ໃສ່ກຸ້ງແຫ້ງກັບໝາກເເຜັດ ແທນນ້ຳປູ
•  ໃສ່ໝາກຂາມ ແລະ ໝາກາເຜັດ ເປັນສ່ວນປະສົມເພີ່ມເຕີມ

ຂໍ້ມູນຈາກອາຫານຈາກພາກເໜືອລາວ (ປຶ້ມສູດອາຫານຂອງເຮືອນພັກທ່າາເຮືອ)

ວີດີໂອຈາກ Luk Lao USA 

ການປະກອບສ່ວນ