ໝາກເອີກ / Hairy Eggplant

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Solanum stramonifolium Jacq. / Solanaceae
ຊື່ພ້ອງ
Solanum abancayense Ochoa
Solanum abbottianum Juz.
Solanum abbottii Leonard
Solanum aberrans Phil.
Solanum abitaguense S. Knapp
Solanum abollatum H. St. John
Solanum abortivum Symon
Solanum absconditum Agra
Solanum abutilifolium Rusby
Solanum abutiloides (Griseb.) Bitter & Lillo
Solanum abyssinicum Vitm.
Solanum acanthifolium Mill.
Solanum acanthocalyx Klotzsch
Solanum acanthocarpum Poit.
Solanum acanthodapis A.R. Bean
Solanum acanthodes Hook. f.
Solanum acanthoideum Drège ex Dunal
Solanum acaule Bitter
Solanum acaule subsp. acaule
Solanum acaule subsp. aemulans (Bitter & Wittm.) Hawkes & Hjerting, Solanum acaule var. aemulans (Bitter & Wittm.) Correll
Solanum acaule var. albicans Ochoa
Solanum acaule subsp. albicans (Ochoa) Hawkes
Solanum acaule var. caulescens Bitter
Solanum acaule var. checcae Hawkes
Solanum acaule var. punae (Juz.) Hawkes
Solanum acaule subsp. punae (Juz.) Hawkes & Hjert.
Solanum acaule var. subexinterruptum Bitter
Solanum acayucense Sessé & Moc.
Solanum accedens Domin
Solanum accrescens Standl. & C.V. Morton
ຊື່ອື່ນ
ລາວ: ໝາກເອີກ
ໄທ: ມະເຂືອປູ່, ມະປູ່, ມະເຂືອຂົນ, ໝາກຂົນ, ໝາກເອີກ, ບັກເອີກ.
ບັນຍາຍລັກສະນະພືດສາດ

ເປັນພຸ່ມ, ສູງ 50-100 ຊມ. ລໍາຕົ້ນ ແລະ ກິ່ງກ້ານມີໝາມທຸກພາກສ່ວນມີຂົນປົກຄຸມ. ໃບເປັນໃບດ່ຽວຈັບແບບຮຽງສະຫຼັບກັນ, ແຜ່ນໃບຮູບໄຂ່, ຍາວ 20-30 ຊມ, ກ້ວາງ 15-20 ຊມ. ກົກໃບວໍ້າ ຫຼື ຕັດ, ຂອບໃບວໍ້າເປັນຄື້ນ, ປາຍໃບແຫຼມ, ໃບສີຂຽວຊາມີຂົນທັງສອງດ້ານ, ຕາມເສັ້ນກາງໃບມີໝາມ, ຊໍ່ດອກແບບກະຈຸກອອກຢູ່ງ່າມໃບ, ດອກສີຂາວ, ກີບດອກສີຂຽວມີຂົນ ກີບດອກສີຂາວ, ມີຂົນ. ໝາກມົນກົມສີຂຽວ, ເປືອກໝາກອ່ອນຈະຫນາ, ເວລາສຸກຈະເປັນສີເຫຼືອງ, ມີຂົນກາບດອກຕິດທົນ, ແກ່ນແປມີຈໍານວນຫຼາຍຈັດລຽງຕາມແຖວ, ໝາກມີລົດຊາດສົ້ມ ແລະ ມີກິ່ນຫອມ.

ບັນຍາຍການນຳໃຊ້

ໝາກນໍາໄປປຸງແຕ່ງເປັນອາຫານໄດ້ຫຼາຍຊະນິດ ໝາກມີລົດຊາດສົ້ມ, ນໍາມາຈີ່ຕໍາແຈ່ວ ແລະ ໝາກສົດ, ນໍາໄປປະກອບໃສ່ຕໍາໝາກຫຸ່ງ  ເພື່ອຊ່ວຍເພີ່ມລົດຊາດສົ້ມໃຫ້ອາຫານ ແລະ ກິ່ນທີ່ເປັນເອກກະລັກເປັນພິເສດ ມັນຈະແຕກຕ່າງໄປຈາກລົດສົ້ມອື່ນໆ ເຊັ່ນ ໝາກນາວ, ໝາກມວງ, ໝາກຂາມ ເປັນຕົ້ນ ແລະ ຍັງຊ່ວຍເພີ່ມພະລັງແຮງງານໃຫ້ຮ່າງກາຍ ມັນຫຍັງປະກອບດ້ວຍທາດການຊຽມ, ທາດເຫຼັກ, ຟູອໍຣ໌, ວິຕາມິນບີ1, ວິຕາມິນບີ2, ວິຕາມິນຊີ ແລະ ອື່ນໆທີ່ເປັນປະໂຫຍດຫຼາຍ.

ການປະກອບສ່ວນ