ຄຸນປະໂຫຍດຂອງໝາກໄມ້ 5 ສີ

Andy Souvanhphukdee
ການຈັດກຸ່ມໝາກໄມ້ ຕາມສີຈະຊ່ວຍເຮັດໃຫ້ເຮົາມີຄວາມສະດວກຕໍ່ການເລືອກຮັບປະທານ ແລະ ຮັບສານທີ່ມີປະໂຫຍດໄດ້ຫຼາກຫຼາຍ ຄວນຮັບປະທານໝາກໄມ້ໃຫ້ຄົບທຸກສີໃນແຕ່ລະມື້.
ເຮືອນຄົວລາວ
https://www.flickr.com/photos/42465804@N00/186248726/in/photolist-hszfW-KRrZoY-HtRwY6-eStEK7-4z2oX4-egqyo-dXtFyM-eiyy3b-jWanY8-b69U8t-4sSycR-89xehB-nSCYy1-FjSx4e-cSZWGm-ncG5rE-bK89LP-qhLzFZ-YsMicS-7QfTWv-iMALmM-8FqLYj-bEniXJ-7RFDkm-7gDeSF-hgrN77-5TfynH-86j4wS-ow3n1Z-gKYUSB-Cd4dnS-7RpYNE-7jvKv4-9BxAmn-QCi6U8-9W6pW9-bDT3RJ-SN9xf-9BAvKG-qv14DF-7j2oWi-7j1BMb-Uqs8Wz-9KXeJ5-e27noe-BP7UYa-ekRVCg-FSfxFc-bVzEdD-9BxA32/
flickr.com

ກຸ່ມໝາກໄມ້ 5 ສີ

ກຸ່ມໝາກໄມ້ສີແດງ/ບົວປົນມ່ວງ: ມີສານໄລໂຄບີນ (lycopene) ແລະ ບີທາເລນ (betalain) ຊຶ່ງເປັນສານຕ້ານອານຸມູນອິດສະຫຼະ ຊ່ວຍປ້ອງກັນພະຍາດມະເຮັງ ແລະ ເຮັດໃຫ້ຫົວໃຈແຂງແຮງ ພົບໄດ້ໃນໝາກໂມ, ໝາກເລັ່ນ, ໝາກມັງກອນແດງ, ໝາກຕາກົບ, ໝາກສະຕໍເບີລີ່, ໝາກສີດາ ແລະ ໝາກຫຸ່ງແດງ.

ກຸ່ມໝາກໄມ້ສີມ່ວງ: ມີສານແອນໂທໄຊຍານິນ (Antocyanin) ແລະ ກຸ່ມໂພລິພີນອຣ (polyphenol) ຊຶ່ງເປັນສານຕ້ານອານຸມູນອິດສະຫຼະຊ່ວຍປ້ອງກັນພະຍາດມະເຮັງ ແລະ ການເກີດໄຂມັນອຸດຕັນໃນເສັ້ນເລືອດ ຊ່ວຍຫຼຸດຜ່ອນການເສື່ອມຂອງຈຸລັງໃຫ້ຊ້າລົງ, ໄດ້ແກ່ໝາກໄມ້ຈຳພວກໝາກລະແຊັງແດງ, ໝາກຊົມພູ່, ໝາກໝັ້ນ ແລະ ໝາກຫວ້າ.

ກຸ່ມໝາກໄມ້ສີຂຽວ: ກຸ່ມໝາກໄມ້ສີຂຽວ ນອກຈາກສານຄລໍໂຣຟິວແລ້ວ, ຍັງມີສານລູທີນ ທີ່ຊ່ວຍຕ້ານອານຸມູນອິດສະຫຼະ ປ້ອງກັນພະຍາດມະເຮັງ ແລະ ຫຼຸດຜ່ອນການເສື່ອມຂອງປະສາດຕາ ພົບໄດ້ໃນໝາກສີດາ, ອາໂວກາໂດ, ໝາກແຕງ, ລະແຊັງຂຽວ, ຊົມພູ່ຂຽວ, ກະທັນ, ແອັບເປິ່ນຂຽວ ແລະ ໝາກກອກນ້ຳ.

ກຸ່ມໝາກໄມ້ສີຂາວ ຫຼື ນ້ຳຕານ: ຊ່ວຍຕ້ານອານຸມູນອິດສະຫຼະ ລົດການແບ່ງໂຕຂອງຈຸລັງມະເຮັງ, ຕ້ານການອັກເສບ, ຫຼຸດຜ່ອນການປວດຫົວເຂົ່າ, ພົບຫຼາຍໃນໝາກ ແລະ ເປືອກມັງຄຸດ, ສີດາ, ແອັບເປິ່ນ, ມັງກອນຂາວ ແລະ ຍັງມີໝາກໄມ້ຊະນິດອື່ນໆອີກເຊັ່ນ: ກ້ວຍ, ລອງກອງ, ລິ້ນຈີ່, ແລະ ໝາກກະທັນ.

ກຸ່ມໝາກໄມ້ສີເຫຼືອງ ຫຼື ສົ້ມ
   ມີສານເບຕ້າແຄໂລທີນສູງ ຊ່ວຍໃນການຕ້ານອານຸມູນອິດສະຫຼະ ປ້ອງກັນພະຍາດມະເຮັງ ຊ່ວຍຕ້ານການອັກເສບ ແລະ ເພີ່ມລະບົບພູມຄຸ້ມກັນ ພົບຫຼາຍໃນໝາກມ່ວງສຸກ, ໝາກກອກສຸກ, ໝາກກ້ວຍ, ແລະ ໝາກນັດເປັນຕົ້ນ.

ຂໍ້ມູນຈາກ ປຶ້ມຄຸນຄ່າທາງໂພຊະນາການໃນໝາກໄມ້

ການປະກອບສ່ວນ