ຄວາມເປັນມາຂອງບຸນຫໍ່ເຂົ້າສະຫຼາກ (ຕາມເລື່ອງເລົ່າ)

bouavone thipphavanh
ບຸນຫໍ່ເຂົ້າສະຫຼາກ ເປັນບຸນທີ່ເຮັດເພື່ອອຸທິດບຸນກຸສົນໃຫ້ແກ່ວິນຍານຍາດພີ່ນ້ອງຜູ້ທີ່ລ່ວງລັບໄປແລ້ວ ແລະ ພວກຜີເຜດ
ສວຍງາມແບບລຽບງ່າຍ
ຄວາມເປັນມາຂອງບຸນຫໍ່ເຂົ້າສະຫຼາກ (ອີງຕາມບາງເລື່ອງເລົ່າ)
www.phakhaolao.la

ບຸນຫໍ່ເຂົ້າສະຫຼາກ ເປັນບຸນທີ່ເຮັດເພື່ອອຸທິດບຸນກຸສົນໃຫ້ແກ່ວິນຍານຍາດພີ່ນ້ອງຜູ້ທີ່ລ່ວງລັບໄປແລ້ວ ແລະ ພວກຜີເຜດ ໂດຍມີເວລາຫ່າງຈາກບຸນຫໍ່ເຂົ້າປະດັບດິນພຽງ 14 ວັນ, ບຸນທັງສອງນີ້ມີລັກສະນະຄ້າຍກັນຄື ການເຮັດຫໍ່ເຂົ້າສົ່ງໃຫ້ເຜດ ເຊິ່ງລວມທັງບັນພະບູລຸດຍາດພີ່ນ້ອງຂອງຜູ້ທໍາບຸນ ແລະ ເຜດທີ່ບໍ່ມີຍາດ.

ຕາມປະເພນີສືບທອດກັນມາເມື່ອເຖິງມື້ແຮມ 13 ຄໍ່າ ເດືອນ 10 ແມ່ນຈະເປັນມື້ກະກຽມເຂົ້າ, ປາ, ອາຫານ ແລະ ໝາກໄມ້ຕ່າງໆ (ຕາມທີ່ສັດທາຫາມາໄດ້) ແລ້ວນໍາມາໃສ່ກວຍ (ເຮັດດ້ວຍໄມ້ໄຜ່) ພໍຮອດຕອນເຊົ້າຂອງມື້ແຮມ 14 ຄໍ່າ ກໍນໍາເອົາເຄື່ອງຂອງທີ່ກະກຽມໄວ້ນັ້ນໄປວັດ ເພື່ອຖວາຍໃຫ້ແກ່ເຈົ້າພຣະພິຂຸ ແລະ ຢາດນໍ້າໄປໃຫ້ວິນຍານຂອງບັນພະບູລຸດ ແລະ ຜີເຜດທີ່ບໍ່ມີຍາດ, ປະເພນີບຸນຫໍ່ເຂົ້າສະຫຼາກຈະມີຄວາມແຕກຕ່າງຈາກບຸນອື່ນໆຄື ກ່ອນຈະນໍາເຄື່ອງທານໄປຖວາຍພຣະສົງ ຊາວບ້ານຈະຈັບສະຫຼາກກັບພຣະພິຂຸສໍາມະເນນກ່ອນ ຖ້າຈັບຖືກສະຫຼາກໃນຊື່ພຣະ-ເນນອົງໃດ ກໍເອົາຂອງໄປທານພຣະ-ເນນອົງນັ້ນ ອີກວິທີໜຶ່ງ ຜູ້ຖວາຍຈະຂຽນຊື່ຕົນເອງລົງໃນບາດ ແລ້ວໃຫ້ພຣະ-ສໍາມະເນນ ຈັບເອົາ ຖ້າອົງໃດໄດ້ສະຫຼາກຂອງໃຜ ຜູ້ນັ້ນກໍນໍາເອົາຂອງທານຖວາຍຂອງຕົນໄປຖວາຍພຣະ-ເນນອົງນັ້ນ.

ນອກນັ້ນ ຍັງມີການຈັດພາເຂົ້າເພື່ອໄປບູຊາ “ຜີຕາແຮກ” ເຊິ່ງເປັນຜີທີ່ຊາວນາເຊື່ອວ່າເປັນຜູ້ດູແລເຂົ້າກ້າໃນນາໃຫ້ຈະເລີນງອກງາມ ຕະຫຼອດຈົນຊ່ວຍຂັບໄລ່ສັດຕູເຂົ້າ ໄດ້ແກ່ ນົກ, ໜູ ຫຼື ຫອຍ ເປັນຕົ້ນ.

ຄວາມເປັນມາ (ອີງຕາມບາງເລື່ອງເລົ່າ)

ໃນອະດີດຕະການລ່ວງມາແລ້ວ ໄດ້ມີພຣະພຸດທະເຈົ້າອົງໜຶ່ງຊົງພະນາມວ່າ: ປະທະມຸດຕະຣະ ອາໄສຢູ່ໃນກຸງຫົງສາວະດີ ມະຫານະຄອນທານີ ເປັນທີ່ໂທຈອນທຽວບິນທະບາດ, ຍັງມີສາມີພັນລະຍາຄູ່ໜຶ່ງ ເປັນຄົນອານາຖາເຂັນໃຈຢູ່ໃນພະນະຄອນ ມີອາຊີບຮັບຈ້າງຕັດຟືນຂາຍຕາມພາສາຄົນຍາກຈົນ ແຕ່ເປັນຜູ້ເຫຼື້ອມໄສໃນພຸດທະສາສະໜາ ຢູ່ມາວັນໜຶ່ງຜູ້ເປັນສາມີ ມາຄິດເບິ່ງວ່າການລ້ຽງຊີບຄືມີຄວາມຫຍຸ້ງຍາກແທ້? ຄົງຈະເນື່ອງມາຈາກຕົນບໍ່ໄດ້ບໍາເພັນກອງການກຸສົນ ບໍ່ໄດ້ໃຫ້ທານຮັກສາສິນ, ຟັງທັມມະ, ຈະເລີນທັມ ເມດຕາພາວະນາໃນຊາດປາງກ່ອນ ມາໃນຊາດນີ້ ຈຶ່ງເປັນຄົນຍາກຈົນເຂັນໃຈໄຮ້ຊັບອັບປັນຍາ ກໍເລີຍມີຈິດໃຈຢາກສ້າງກຸສົນ, ເຮັດບຸນກິນທານ, ເພື່ອເປັນການສ້າງຂຸມຊັບ ແລະ ສະບຽງອາຫານ ເອົາໄວ້ໃນຊາດພົບໜ້າ ຈຶ່ງໄດ້ປຶກສາກັບພັນລະຍາ ແລ້ວພັນລະຍາກໍເຫັນດີ

ຢູ່ມາວັນໜຶ່ງສາມີພັນລະຍາກໍພາກັນເຂົ້າປ່າ ເພື່ອເກັບຜັກຫັກຟືນມາຂາຍໄດ້ພໍເປັນມູນຄ່າແລ້ວ ກໍພາກັນໄປຊື້ໝໍ້ເຂົ້າໜ່ວຍໜຶ່ງ, ໝໍ້ແກງໜ່ວຍໜຶ່ງ, ອ້ອຍ 4 ລໍາ, ກ້ວຍ 4 ໜ່ວຍ ນໍາມາຈັດແຈງແຕ່ງເຄື່ອງສໍາເລັດແລ້ວ ຈຶ່ງນ້ອມໄປສູ່ພະອາຮາມເຮັດເປັນສະຫຼາກກະພັດທານ ພ້ອມກັບຊາວບ້ານຄົນອື່ນໆ ສາມີພັນລະຍາຄູ່ນັ້ນ ຈົກສະຫຼາກຖືກ ພຣະພິຂຸສົງໜຶ່ງ ກໍດີໃຈຫຼາຍ ຈຶ່ງໄດ້ນ້ອມເອົາສະຫຼາກກາພັດທານຂອງຕົນໄປຖວາຍແລ້ວຫຼັ່ງນໍ້າທັກຂີໂນທົກ (ນໍ້າຕາ) ໃຫ້ຕົກລົງເໜືອແຜ່ນພື້ນພະສຸທາ (ແຜ່ນດິນ) ແລ້ວຕັ້ງຄວາມປາດຖະໜາວ່າ: “ເຕຊະບຸນກຸສົນຜົນທານນີ້ຂ້າພະເຈົ້າທັງສອງ ເກີດໃນພົບໃດໆກໍດີ ຂຶ້ນຊື່ວ່າຄວາມເຂັນໃຈໄຮ້ຊັບອັບປັນຍາເໝືອນດັ່ງຊາດນີ້ ຢ່າໄດ້ມີແກ່ພວກຂ້າພະເຈົ້າທັງສອງເລີຍ ຂໍໃຫ້ຂ້າພະເຈົ້າທັງສອງເປັນຜູ້ຮັ່ງມີ ພ້ອມໄປດ້ວຍຊັບສົມບັດ ສິນທານບໍລິວານລາບຍົດສັນລະເສີນສຸກ ແລະ ມີລິດເດດຢ່າງເຫຼືອຫຼາຍໃນພົບນີ້ ແລະ ພົບໜ້າເທີ້ນ”

ຕໍ່ມາບໍ່ນານສາມີພັນລະຍາທັງສອງ ກໍໄດ້ຕາຍໄປ ແລະ ໄດ້ໄປເກີດເປັນເທວະບຸດເທວະດາ ໃນຊັ້ນດາວະດິງສະຫວັນ ສະເຫວີຍສົມບັດທິບ ອັນເປັນທີ່ຢູ່ໃນວິມານຜາສາດຄໍາ ເມື່ອຈຸດຕິຕາຍຈາກສະຫວັນກໍໄດ້ລົງມາເກີດເປັນບໍຣົມກະສັດສະເຫວີຍຣາດຊະສົມບັດ ຢູ່ໃນນະຄອນພຣານະສີມີນາມວ່າ: ພຣະເຈົ້າສັດທາດິດສະ ສະເຫວີຍຣາດຊະສົມບັດຢູ່ສີ່ໝື່ນແປດພັນປີ. ນີ້ແຫຼະ ຄືບຸນກຸສົນຈາກການໃຫ້ທານສະຫຼາກ ມີຜົນອັນຍິ່ງໃຫຍ່ໄພສານ ສາມາດນໍາທ່ານທັງຫຼາຍໃຫ້ໄດ້ຮັບຄວາມສຸກ ແລະ ຄວາມຈະເລີນ ທັງໃນພົບນີ້ ພົບໜ້າ ແລະ ພົບຕໍ່ໆໄປນັ້ນແລ.

ແຫຼ່ງທີ່ມາ: ປື້ມ ຮີດ 12 ຄອງ 14 ປະເພນີລາວ ໂດຍ: ອາຈານ ບຸນເຕີມ ສີບຸນເຮືອງ

                ພຣະ ປິ່ນທອງ ປັນຍາວະໂຣ - Phra Pinethong Panyavalo

 

ການປະກອບສ່ວນ