ກ້ອຍກຸ້ງຝອຍ

Andy Souvanhphukdee
ກ້ອຍກຸ້ງ ອາຫານແຊບຊ້ອຍບ້ານນາ
ເຮືອນຄົວລາວ
Phakhaolao.la
phakhaolao. la

ສ່ວນປະສົມ

  • ກຸ້ງ 2 ຖ້ວຍນ້ອຍ
  • ໝາກນາວ 1 ໜ່ວຍ
  • ນ້ຳປາ 1 ບ່ວງແກງ
  • ໝາກເຜັດປົ່ນ 1 ບ່ວງແກງ
  • ໝາກເຜັດດິບ 4 ໜ່ວຍ (ຊອຍ)
  • ເຂົ້າຂົ້ວ 2-3 ບ່ວງແກງ
  • ຫອມບົ່ວຊອຍ 1 ຖ້ວຍນ້ອຍ
  • ຫອມເປຊອຍ 1 ຖ້ວຍນ້ອຍ
  • ຫອມລາບ 1 ຖ້ວຍນ້ອຍ

ວິທີປຸງແຕ່ງ

  • ນຳກຸ້ງ ໄປໜຶ້ງ ຫຼື ຂົ້ວ
  • ໃສ່ກຸ້ງ, ໝາກເຜັດດິບ, ຫອມບົ່ວໃບ, ຫອມເປ, ຫອມລາບລົງໃນຊາມ
  • ປຸງລົດດ້ວຍນ້ຳປາ, ເຂົ້າຂົ້ວ, ໝາກນາວ ແລະໝາກເຜັດປົ່ນ
  • ຄົນສ່ວນປະສົມທຸກຢ່າງໃຫ້ເຂົ້າກັນ, ຊິມ ແລະ ເພີ່ມລົດຊາດຕາມຕ້ອງການ

ຄຳແນະນຳ

  • ໃສ່ໝາກຖົ່ວຍາວ
  • ປຸງລົດຊາດໃຫ້ເຜັດ ແລະ ສົ້ມໜ້ອຍໜຶ່ງ ຈະຊ່ວຍເພີ່ມໃຫ້ລົດຊາດແຊບຫຼາຍຂຶ້ນ

ວີດີໂອແນະນຳ ຜູ້ສາວຝັ່ງຂອງ

ການປະກອບສ່ວນ