ການລ້ຽງກຸ້ງຝອຍ

Sakhone INTHAVONG
ເຕັກນິກການລ້ຽງກຸ້ງຝອຍໃນອ່າງຊີເມັນ
ຊີວະນາໆພັນກະສິກຳ
ເຕັກນິກການລ້ຽງກຸ້ງຝອຍ
phakhaolao.la

ຫຼັງຈາກກະກຽມອ່າງຊີເມັນຮຽບຮ້ອຍແລ້ວຍັງຕ້ອງກຽມອຸປະກອນຕ່າງໆໃນການທຳຄວາມສະອາດບໍ່ ແລະ ອຸປະກອນປະກອບການລ້ຽງເຊັ່ນ: ຕົ້ນກ້ວຍແກ່, ເກືອທະເລ 1-2 ກຳມື, ພືດນ້ຳປະເພດຈອກນ້ຳ, ແໜຕ່າງໆ, ທໍ່ອອັກຊີເຈນ ແລະ ໃບກ້າມປູແຫ້ງ ເຊິ່ງມີວິທີເຮັດດັ່ງນີ້:

  1. ເຕີມນ້ຳລົງອ່າງຊີເມັນໃຫ້ເຕັມແລ້ວຕັດຕົ້ນກ້ວຍລົງແຊ່ ໂດຍຜ່າເປັນຊີກກາງແລ້ວຕັດເປັນທ່ອນໆ ໂດຍແຊ່ໄວ້ໃນອ່າງຢ່າງໜ້ອຍປະມານ 7–14 ວັນ.
  2. ຫຼັງຈາກແຊ່ຕົ້ນກ້ວຍຕາມກຳນົດແລ້ວໃຫ້ປ່ອຍນ້ຳອອກໃຫ້ໝົດ ແລະ ເຕີມນ້ຳໃຫ້ເຕັມອ່າງອີກຄັ້ງ ຫຼັງຈາກນັ້ນໃສ່ເກືອທະເລລົງໄປປະມານ 1-2 ກຳ, ປະໄວ້ປະມານ 1 ວັນ ສຳລັບນ້ຳທີ່ໃຊ້ຫາກໃຊ້ນ້ຳປະປາຈະດີກວ່ານ້ຳບາດານແຕ່ມີຂໍ້ເສຍຄືມີຄລໍຣິນ ສະນັ້ນຈຶ່ງຈຳເປັນຕ້ອງແຊ່ອ່າງເພື່ອໃຫ້ເຈືອຈາງ ພ້ອມທັງເປີດອອັກຊີເຈນເພື່ອເພີ່ມອາກາດໃຫ້ກັບນ້ຳ.
  3. ເມື່ອກະກຽມອ່າງຊີເມັນ ແລະ ນ້ຳເປັນທີ່ຮຽບຮ້ອຍແລ້ວ ຈາກນັ້ນນຳພືດນ້ຳມາປ່ອຍ ໂດຍການລ້າງໃຫ້ສະອາດກ່ອນເພື່ອປ້ອງກັນພະຍາດຕ່າງໆທີ່ຈະຕິດມານຳ ຖ້າໃຫ້ດີຄວນນຳເອົາໃບກ້າມປູແຫ້ງລົງໄປໃນອ່າງ ເພາະມັນສາມາດປ້ອງກັນພະຍາດໃນກຸ້ງຝອຍໄດ້.
  4. ສຳລັບກຸ້ງຝອຍທີ່ຈະນຳມາລ້ຽງນັ້ນສາມາດຫາໄດ້ຕາມແຫຼ່ງນ້ຳທຳມະຊາດ ຫຼື ເລືອກຊື້ຕາມທ້ອງຕະຫຼາດກໍໄດ້ ໂດຍເລືອກເອົາໂຕທີ່ມີໄຂ່ເທົ່ານັ້ນ  ເພາະຫຼັງຈາກລ້ຽງ 1 ອາທິດກຸ້ງຈະອອກເຕັມອ່າງໃຫ້ເຮົາເຫັນ.

ເຕັກນິກກ່ອນການນຳເອົາກຸ້ງມາລົງອ່າງຊີເມັນທີ່ກຽມໄວ້

  1. ກ່ອນອື່ນນຳກຸ້ງມາໃສ່ໃນຖັງ ຫຼື ຊາມແລ້ວເຕີມນ້ຳທີ່ເຮົາກຽມໄວ້ໃນອ່າງຊີເມັນມາເທລົງໃສ່ໃຫ້ນ້ຳຖ້ວມກຸ້ງ ຫຼັງຈາກນັ້ນໃສ່ອອັກຊີເຈນ ໂດຍເປີດເບົາທີ່ສຸດແລ້ວປະໄວ້ປະມານ 10 ນາທີ ຫຼັງຈາກນັ້ນໃຫ້ຄັດເອົາກຸ້ງທີ່ຕາຍອອກ  ແລະ ປ່ອຍໃຫ້ກຸ້ງປັບເຂົ້າກັບສະພາບນ້ຳໄດ້ແລ້ວຈຶ່ງນຳໄປໃສ່ອ່າງຊີເມັມທີ່ກຽມໄວ້ດ້ວຍຄວາມລະມັດລະວັງ ເພື່ອບໍ່ໃຫ້ກຸ້ງເກີດອາການຕົກໃຈ.
  2. ມື້ທຳອິດທີ່ເຮົາເອົາກຸ້ງຝອຍມາປ່ອຍບໍ່ຄວນໃຫ້ອາຫານ ແຕ່ໃຫ້ສັງເກດວ່າກຸ້ງສາມາດປັບເຂົ້າສະພາບແວດລ້ອມໄດ້ດີພຽງໃດ.
  3. ໄລຍະເວລາໃນການໃຫ້ອາຫານກຸ້ງຄວນໃຫ້ 2 ຫຼື 3 ວັນຫຼັງນຳກຸງລົງອ່າງຊີເມັນຮຽບຮ້ອຍແລ້ວ. ສຳລັບອາຫານກຸ້ງມີຫຼາກຫຼາຍຢ່າງເຊັ່ນດຽວກັນ ເພາະເປັນສັດທີ່ລ້ຽງງ່າຍກິນອາຫານໄດ້ເກືອບທຸກຊະນິດເຊັ່ນ: ປາດຸກບົດ, ຮຳປະສົມໄຂ່ຕົ້ມ, ອາຫານສຳເລັດຮູບສຳລັບກຸ້ງ, ເຕົ້າຮູ້ຫຼອດ. ການໃຫ້ອາຫານແມ່ນມື້ລະ 1 ຄັ້ງ, ສ່ວນອາຫານເສີມກໍຈະເປັນປະເພດຂີ້ກະເດືອນກັບໄຮແດງ.
  4. ການແຍກແມ່ພັນກຸ້ງຝອຍ: ເມື່ອເຮົາລ້ຽງໄດ້ປະມານ 2 ອາທິດແລ້ວແມ່ນ ໃຫ້ຄັດເອົາໂຕທີ່ເລີ່ມມີໄຂ່ເພື່ອນຳໄປຂະຫຍາຍພັນຕໍ່, ກຸ້ງຝອຍສາມາດປະສົມພັນໄດ້ຕະຫຼອດປີ ໂດຍ 1 ໂຕຈະໃຫ້ໄຂ່ປະມານ 60-80 ໜ່ວຍ ເມື່ອແມ່ກຸ້ງປ່ອຍໄຂ່ແລ້ວແມ່ນໃຫ້ຄັດອອກເພາະມັນຈະກິນກຸ້ງອ່ອນ.

ທີ່ມາ: ວາລະສານກະຊວງກະສິກຳແລະ ປ່າໄມ້

ການປະກອບສ່ວນ