ນ້ຳຫວານກ້ວຍ

Andy Souvanhphukdee
ນ້ຳຫວານກ້ວຍ ສຸດຍອດອາຫານຫວານທີ່ເຮັດຈາກໝາກໄມ້ ຫຼື ເອີ້ນວ່າ ກ້ວຍບວດຊີ ປະເທດໄທ
ເຮືອນຄົວລາວ
https://www.goodfood.com.au/recipes/bananas-in-coconut-milk-20150615-3xt6f
goodfood.com

ສ່ວນປະສົມ
     • ກ້ວຍນໍ້າ 1 ຫວີ
     • ນໍ້າປາຍກະທິ 500 ml
     • ໃບເຕີຍຫອມ 2 ໃບ
     • ນໍ້າຕານ 8 ບ່ວງແກງ
     • ເກືອຍິບໜຶ່ງ
     • ຫົວກະທິ 400 ml

 ວິທີປຸງແຕ່ງ
1.  ຕົ້ມໝາກກ້ວຍນໍ້າ ໃນນໍ້າຝົດ ປະມານ 3-5 ນາທີ ຈົນໝາກກ້ວຍແຕກ
2.  ຕັກຂຶ້ນມາ, ປອກເປືອກ ແລະ ຕັດເປັນຕ່ອນພໍດີຄໍາ
3.  ຕົ້ມນໍ້າປາຍກະທິກັບໃບເຕີຍຈົນຟົດ ໃສ່ໝາກກ້ວຍລົງໄປພ້ອມດ້ວຍນໍ້າຕານ ແລະ ເກືອ
4.  ຕົ້ມຈົນຟົດອີກເທື່ອນຶ່ງ ໃສ່ຫົວກະທິລົງໄປ ຕົ້ມຈົນຟົດປະມານ 3 ນາທີ 
5.  ຕັກໃສ່ຖ້ວຍ ພ້ອມຮັບປະທານ
ຂໍ້ມູນຈາກ SNV Netherlands Development Organisation

ວີດີໂອຈາກ Boonta Laostyle

ການປະກອບສ່ວນ