ວິ​ທີ​ຄ້ຽວໝາກ​ ຫຼື ຄ້ຽວ​ຫາດ

Bouavone Thipphavanh
​ຄ້ຽວ​ໝາກ ຫຼື ຄ້ຽວ​ຫາດ ຕ​າມ​ຄວາມ​ເຊື່ອ​ຊອງ​ຄົນ​ໃນ​ເມື່ອ​ກ່ອນ​ກໍ​ຄື​ປັດ​ຈຸ​ບັນ​ທີ່​ຍັງ​ມີ​ຄົນ​ຈຳ​ນວນ​ໜຶ່ງ​ທີ່​ເຊື່ອ​ວ່າ​ການ​ຄ້ຽວ​ໝາກ​ນອກ​ຈາກ​ຈະ​ເຮັດ​ໃຫ້​ປາກ​ແດງ​ແລ້​ວ ຍັງ​ຊ່ວຍ​ເຮັດ​ໃຫ້​ແຂ້ວ​ແຂງ​ແຮງ, ເຮັດ​ໃຫ້​ແຂ້ວ​ໝັ້ນ​ຄົງ ແລະ ແຂ້ວບໍ່​ເປັນ​ແຂ້ວ​ແມງ.
ພູມປັນຍາທ້ອງຖິ່ນ
 ວິ​ທີ​ຄ້ຽວໝາກ​ ຫຼື ຄ້ຽວ​ຫາດ
www.phakhaolao.la

 

         ສ່ວນ​ປະສົມ: 

  • ໝາກ
  • ແກນ​ຄູນ
  • ປູນ​ຂາວ
  • ຢາ​ສູບ
  • ໃບ​ພູ

         ວິ​ທີ​ຄ້ຽວ: ນຳ​ເອົາ​ແກນ​​ຄູນ​ໄປ​​ຕັດ​ໃຫ້​ເປັນ​ຕ່ອນນ້ອຍໆທີ່​ສາ​ມາດ​ນຳ​ເອົາ​ມາ​ຄ້ຽວ​ໄດ້ ຫຼັງ​ຈາກ​ນັ້ນ​ກໍ​ເອົາ​ໃບ​ພູ​ທີ່​ກຽມ​ໄວ້​ນັ້ນມາຈີກຂະໜາດຕາມ​ຕ້ອງ​ການ ແລ້ວນຳມາຫໍ່​ເອົາ​ແກນ​ຄູນ, ຢາ​ສູບ, ປູນ​ຂາວ, ໝາກ​ ແ​ລ້ວ​ກໍສາມາດ​ຄ້ຽວໄດ້ເລີຍ​

 

ແຫຼ່ງ​ຂໍ້​ມູນ: ເພັດ ອາ​ຍຸ 39 ປີ ຊົນ​ເຜົ່າ​ມະ​ກອງ ປະ​ຊາ​ຊົນ​ຢູ່​ບ້ານ​ທັບ​ລາວ (ຈະ​ລຸ) ເມືອງ​ບົວ​ລະ​ພາ ແຂວງ​ຄຳ​ມ່ວນ.

ການປະກອບສ່ວນ