ຕົ້ນໝາກ / Areca Nut

ການນຳໃຊ້
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Areca catechu L. / Arecaceae
ຊື່ພ້ອງ
Areca catechu var. alba Blume
Areca catechu var. batanensis Becc.
Areca catechu f. communis Becc.
Areca catechu var. longicarpa Becc.
Areca catechu var. nigra Giseke
Areca catechu var. silvatica Becc.
ຊື່ອື່ນ
ລາວ: ຕົ້ນໝາກ
ໄທ: ຕົ້ນໝາກ, ໝາກເມຍ
ຈີນ: ປີງນໍ້, ປີງຫຼາງ
ອັງກິດ: areca palm, areca nut palm, betel palm, Indian nut, Pinang palm
ບັນຍາຍລັກສະນະພືດສາດ

ຕົ້ນໝາກເປັນໄມ້ຢືນຕົ້ນຈຳພວກປາມມີຄວາມສູງປະມານ 10–15 ແມັດ ລຳຕົ້ນຕັ້ງຊື່, ເປັນຕົ້ນດ່ຽວບໍ່ແຕກກີ່ງກ້ານ, ລັກສະນະຂອງລຳຕົ້ນມີຮູບຊົງກະບອກ, ມີຂະໜາດເສັ້ນຜ່າສູນກາງ 8–12 ຊັງຕີແມັດ. ເປືອກລຳຕົ້ນເປັນຮອຍຂັ້ວນຮອບໆຂື້ນໄປຕະຫຼອດລຳຕົ້ນ. ຕົ້ນໝາກຈະມີເນື້ອເປັນສ່ຽນຍາວຈັບຕົວກັນແໜ້ນບໍລິເວນເປືອກນອກເລິກເຂົ້າໄປປະມານ 2 ຊັງຕີແມັດ. ແຕ່ສ່ວນກາງຂອງລຳຕົ້ນເປັນເປັນສ້ຽນບໍ່ອັດແໜ້ນ ແລະ ມີເນື້ອໄມ້ອ່ອນນຸ່ມຄືກັບຟອງນ້ຳຈິ່ງເຮັດໃຫ້ຕົ້ນໝາກໜຽວ ແລະ ສາມາດໂອນໄປມາໄດ້ຫຼາຍ. ໃບ: ເປັນໃບປະກອບແບບຂົນນົກອອກລຽງກັນໜາແໜ້ນຢູ່ປາຍຍອດ, ກ້ານໃບລວມຍາວໄດ້ປະມານ 130–200 ຊັງຕີແມັດ. ໃບຍ່ອຍລັກສະນະເປັນຮູບຫອກ, ປາຍໃບແຫຼມ, ໂຄນໃບຮຽວແຄບ, ໃບອ່ອນມີຮອຍແຍກ, ໃບມີຂະໜາດກວ້າງປະມານ 2.5–6 ຊັງຕີແມັດ ແລະ ຍາວປະມານ 50-70 ຊັງຕີແມັດ. ແຜ່ນໃບລຽບໜາ, ກ້ານໃບຫຸ້ມລຳຕົ້ນ. ດອກ: ຈະອອກດອກຕາມຊອກໂຄນກ້ານໃບ ຫຼື ກາບນອກ ດອກອອກລວມກັນເປັນຊໍ່ຂະໜາດໃຫຍ່ປະກອບໄປດ້ວຍໂຄນຈັບຍືດຕິດຢູ່ທີ່ຂໍ້ຂອງລຳຕົ້ນ. ກ້ານຊໍ່ດອກເປັນເສັ້ນຍາວແຕກອອກໂດຍຮອບແກນກາງ ມີກີບຫຸ້ມຊໍ່ຂະໜາດໃຫຍ່ຍາວປະມານ 40 ຊັງຕີແມັດ ເປັນມັນເງົາ, ມີໃບປະດັບຫຸ້ມຢູ່ ດອກເປັນແບບແຍກເພດຢູ່ເທີງຕົ້ນດຽວກັນ ກີບດອກເປັນສີຂາວແກມສີເຫຼືອງມີ 6 ກີບ ຮຽງເປັນຊັ້ນ 2 ຊັ້ນ ສີຂຽວຍາວປະມານ 5–6 ມີນລີແມັດ. ດອກມີເກສອນຜູ້ 6 ອັນ, ມີເກສອນແມ່ເປັນເສັ້ນ 3 ເສັ້ນບາງໆແຜ່ອອກ. ດອກຜູ້ຈະມີຂະໜາດນ້ອຍ ແລະ ຢູ່ສ່ວນປາຍຂອງກ້ານຊໍ່ດອກ. ສ່ວນດອກແມ່ຂະຂ້ອນຂ້າງໃຫຍ່ ແລະ ຢູ່ທີ່ໂຄນກ້ານຊໍ່ດອກ. ດອກຜູ້ຈະໃຊ້ເວລາຢູ່ປະມານ 21 ວັນ. ຫຼັງຈາກນັ້ນ 5 ວັນ ດອກເພດແມ່ຈະເລີ່ມບານ. ໝາກ: ອອກເປັນແຊງລັກສະນະຂອງໝາກເປັນຮູບຊົງກົມ, ຮູບໄຂ່ປາຍແຫຼມ ຫຼື ເປັນຮູບກະສວຍຂະໜາດນ້ອຍ. ໃນໜື່ງແຊງຈະມີໝາກຢູ່ປະມານ 10–150 ໜ່ວຍ, ຜີວໝາກລຽບມີກາບດອຕິດກັນເປັນຂົ້ວໝາກ, ໝາກມີຂະໜາດກວ້າງປະມານ 5 ຊັງຕີແມັດ ແລະ ຍາວປະມານ 7 ຊັງຕີແມັດ. 

ບັນຍາຍການນຳໃຊ້

ແກ້ພິດໄຂ້ໂດຍການໂດຍການນຳຮາກມາຕົ້ມ ຫຼື ຈະໃຊ້ນຳມາຕົ້ມກັບນ້ຳກິນ ແລະ ອາບເປັນຢາແກ້ໄຂ້ແກ້ຫວັດໄດ້, ໝາກມີສັບພະຄຸນຮັກສາໂຣກເບົາຫວານດ້ວຍການໃຊ້ໝາກທີ່ກິນກັບໃບພູແບບສົດ 1 ໝາກ ນຳມາຜ່າເປັນ 4 ປ່ຽງ ຕົ້ມກັບນ້ຳ 1 ລິດ ຈົນຟົດປະມານ 10 ນາທີ, ໃຊ້ດື່ມກ່ອນອາຫານຄັ້ງລະເຄິ່ງຈອກເຊົ້າ, ສວຍ, ແລງ ເມື່ອນນ້ຳຕານໃນເລືອດຫຼຸດລົງກໍ່ໃຫ້ນຳມາຕົ້ມດື່ມແບບວັນເວັ້ນວັນໄດ້ຊື່ງໝາກຈະມີຣົດຝາດຈິ່ງຊ່ວຍສະໝາກແຜຂອງຜູ້ເປັນພະຍາດເບົາຫວານໃຫ້ເຊົາໄວຂື້ນໄດ້ອີກດ້ວຍ. ເປືອກຂອງໝາກມີຣົດເຜັດອອກລິດຕໍ່ມ້າມ, ກະເພາະ ແລະ ລຳໄສ້ໃຫຍ່ ມີສັບພະຄຸນຊ່ວຍຂັບນ້ຳໃນກະເພາະລຳໄສ້ ແລະ ຊ່ວຍໃນການຍ່ອຍອາຫານ.

ການປະກອບສ່ວນ