ໃບພູ / Betel pepper

ການນຳໃຊ້
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Piper betle L. / Piperaceae
ຊື່ພ້ອງ
Piper betle var. densum (Blume) C. DC.

Piper betle f. densum (Blume) Fosberg
Piper betle var. marianum (Opiz) C. DC.
Piper betle f. marianum (Opiz) Fosberg
Piper betle var. psilocarpum C. DC.
ຊື່ອື່ນ
ລາວ: ໃບພູ
ໄທ: ໃບພູ, ຊີ້ເກ໊ະ, ພູຈີນ
ພາສາອັງກິດ: Betel pepper, Betel vine
ຈີນ: 蒌叶
ບັນຍາຍລັກສະນະພືດສາດ

ເປັນພືດເຄືອຍາວ, ລໍາຕົ້ນອວບນໍ້າ, ມີຮ່ອງນ້ອຍໆ, ຍາວຂະໜານໄປຕະຫຼອດລໍາຕົ້ນ, ສີນໍ້າຕານ, ສັນຮ່ອງມີສີຂຽວ, ມີຂໍ້ເຫັນຊັດເຈນ, ຮາກອອກຮອບຂໍ້ໄວ້ຍືດເກາະ, ທຸກສ່ວນມີກິ່ນຫອມສະເພາະ. ໃບດ່ຽວ ຕິດກັບລໍາຕົ້ນແບບສະລັບ ແຜ່ນໃບຮູບໄຂ່ ຫຼື ຮູບຫົວໃຈຄ້າຍໃບໂພ, ປາຍໃບແຫຼມ, ຜີວໃບຮຽບ, ຜີວແຜ່ນໃບມັນ ແລະ ມີສີເຂັ້ມຜີວທ້ອງໃບ, ຂອບໃບລຽບ, ໃບອ່ອນຈະເປັນສີຂຽວ ແລະ ໃບແກ້ສີຈະເຂັ້ມຂື້ນ ແລະ ມີກິ້ນຂີວ, ໃບກວ້າງ 3-10 ຊມ ແລະ ຍາວ 4-12 ຊມ. ດອກ ອອກເປັນກຸ່ມລຽນຢູ່ເທິງກ້ານຊໍ່ດອກ ດອກມີຂະໜາດນ້ອຍສີຂາວບໍ່ມີກ້ານ, ລັກສະນະດອກເປັນຮູບຊົງກະບອກ, ດອກເພດຜູ້ ແລະ ເພດແມ່ຈະແຍກກັນຢູ່ຄົນລະດອກ. ໝາກຮູບກົມ, ອັດແໜ້ນເປັນຊໍ່, ເນື້ອນຸ່ມ, ເມືອສຸກມີສີແດງ.

ບັນຍາຍການນຳໃຊ້

ໃບພູ ມີລົດເຜັດ, ແກ້ເຈັບແຂ້ວ, ແກ້ລຳມະນາດ, ແກ້ປາກເໜັນ, ຂັບລົມໃນລຳໄສ້, ແກ້ທ້ອງອືດ, ທ້ອງເຟີ້, ແກ້ເຈັບທ້ອງ, ຖອກທ້ອງ, ກະຕຸ້ນໃຫ້ເລືອດໜູນວຽນໄດ້ດີ, ໃຊ້ພາຍນອກແກ້ປວດບວມຟົກຊໍ້າ, ຂ້າເຊື້ອພະຍາດ, ແກ້ການອັບເສບຂອງເຍື່ອດັງ ແລະ ຄໍ, ແກ້ນໍ້າກັດຕີນ, ແກ້ຄັນ, ແກ້ລົມພິດ, ແກ້ກາກ. ປະລິມານໃນການໃຊ້ ຮັກສາກາກ ໂດຍໃຊ້ໃບສົດ 3-5 ໃບ ລ້າງໃຫ້ສະອາດ ຕໍ່າໃຫ້ລະອຽດປະສົມກັບເຫລົ້າ ຄັ້ນເອົານໍ້າທາບໍລິເວນທີ່ເປັນ. ຮັກສາອາການແພ້ລັກສະນະລົມພິດ, ອັບເສບ, ແມງໄມ້ກັດ ໂດຍໃຊ້ໃບສົດ ຕໍ່າໃຫ້ລະອຽດປະສົມກັບເຫລົ້າແຊ່ໄວ້ປະມານ 5 ນາທີ ທາບໍລິເວນທີ່ເປັນ. ແກ້ອາການປວດທ້ອງ ໂດຍໃຊ້ໃບສົດ 10-15 ໃບ ລ້າງໃຫ້ສະອາດ ຕົ້ມໃນນໍ້າ 500 ຊີຊີ ຕອງເອົາແຕ່ນໍ້າມາດື່ມ.

ການປະກອບສ່ວນ