ການສ້າງແນວທາງຂອງການປູກພືດໃນອະນາຄົດ ເພື່ອໃຫ້ມີຄວາມທົນທານຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດ ໃນ ສປປ ລາວ

18 Jul 2022 Authors: ລັດສະໝີ ພູນວີສຸກ
phakhaolao.la

ການສ້າງແນວທາງຂອງການປູກພືດໃນອະນາຄົດມີຄວາມສໍາຄັນແນວໃດ?

ແຜນທີ່ເລື່ອງສະແດງໃຫ້ເຫັນຂໍ້ມູນຂ່າວສານກະສິກໍາຂອງຜະລິດຕະພັນກະສິກໍາຕ່າງໆ.ເພື່ອສະໜັບສະໜູນ ຊ່ວຍການພັດທະນາເຂດນິເວດກະສິກຳ ແລະ ສະໜອງຂໍ້ມູນຂ່າວສານກ່ຽວກັບການພັດທະນານະໂຍບາຍ ກະສິກຳເພື່ອປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດໃນປະຈຸບັນ ແລະ ອະນາຄົດ.

ວິໄສທັດ, ຮັບປະກັນຄວາມຫມັ້ນຄົງ ທາງດ້ານສະບຽງອາຫານ, ຜະລິດສິນຄ້າ ກະສິກໍາທີ່ມີທ່າແຮງ, ພັດທະນາ ກະສິກໍາສະອາດ, ປອດໄພ ແລະ ຍືນຍົງ ບົນພື້ນຖານການຫັນເປັນອຸດສະຫະກໍາ ແລະ ທັນສະໄຫມ ຕິດພັນກັບ ການພັດທະນາຊົນນະບົດ ເພື່ອປະກອບສ່ວນ ສ້າງພື້ນຖານເສດຖະກິດແຫ່ງຊາດ

ຊຸກຍູ້ການຜະລິດກະສິກໍາ ເພື່ອຄ້ໍາປະກັນຄວາມຫມັ້ນຄົງທາງດ້ານສະບຽງອາຫານ ແລະ ໂພສະນາການ, ຜະລິດສິນຄ້າກະສິກຳໃຫ້ມີຄຸນນະພາບ ແລະ ມີຄວາມຫຼາກຫຼາຍ.

ເຮັດໃຫ້ປະຊາຊົນມີລາຍຮັບເພີ່ມຂື້ນ ເຮັດໃຫ້ຄວາມທຸກຍາກ ແລະ ຊີວິດການເປັນຢູ່ຊາວຊົນນະບົດໄດ້ ຮັບການປັບປຸງ ດີຂຶ້ນ, ພັດທະນາສ້າງມູນຄ່າເພີ້ມ ແລະ ລາຍຮັບເຂົ້າໃນເສດຖະກິດແຫ່ງຊາດໃຫ້ສູງຂື້ນ

ດາວໂຫລດ

ແນວທາງການປູກພືດໃນອະນາຄົດ - ລາວ (1.4 MB)

ການສ້າງແນວທາງຂອງການປູກພືດໃນອະນາຄົດ ເພື່ອໃຫ້ມີຄວາມທົນທານຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດ ໃນ ສປປ ລາວ

ການປະກອບສ່ວນ