ວິທີກຳຈັດບົ້ງຝູງ Army Worm ໃນນາເຂົ້າ

Andy Souvanphakdy
ບົ້ງຝູງແມ່ນສັດຕູທີ່ເປັນອັນຕະລາຍທີ່ຮ້າຍແຮງຊະນິດຫນຶ່ງຂອງນາເຂົ້າ ຊຶ່ງສາມາດລະບາດຕັ້ງແຕ່ໄລຍະຕົ້ນກ້າ ຈົນຮອດໄລຍະເຂົ້າອອກຮວງ
ຊີວະນາໆພັນກະສິກຳ
phakhaolao.la
phakhaolao.la

ຊື່ວິທະຍາສາດ: Spodoptera frugiperda
ຊື່ສາມັນ: Army worm.
ຊື່ພາສາລາວ: ບົ້ງຝູງ

ໂຕແກ່ເປັນແມງກະບີ້ກາງຄືນ ປີກຄູ່ຫນ້າເປັນສີນໍ້າຕານອ່ອນ, ປົນສີນ້ໍາຕານແດງ, ປີກກວ້າງປະມານ 4,5-5 ຊຕມ, ມັນຈະວາງໄຂ່ເປັນກຸ່ມຕາມກາບໃບ, ຕາມລໍາຕົ້ນຂອງເຂົ້າ ການວາງໄຂ່ແມ່ນເປັນກຸ່ມລະປະມານ 100 ຫນ່ວຍ, ໄລຍະໄຂ່ແມ່ນ 6-8 ວັນ.

ການລະບາດ 

- ບົ້ງຝູງແມ່ນສັດຕູທີ່ເປັນອັນຕະລາຍ ທີ່ຮ້າຍແຮງຊະນິດຫນຶ່ງຂອງເຂົ້າ ຊຶ່ງສາມາດລະບາດຕັ້ງແຕ່ໄລຍະຕົ້ນກ້າ ຈົນຮອດໄລຍະເຂົ້າອອກຮວງ 
- ພື້ນທີ່ ທີ່ມີນໍ້າຖ້ວມຂັງຫຼັງຈາກທີ່ນ້ໍາລົດແລ້ວມັກຈະເຫັນບົ້ງຝູງລະບາດ.

ຂ. ການທໍາລາຍ 

ໂຕອ່ອນຈະກັດກິນໃບຫຍ້າອ່ອນ ຫຼັງຈາກມີອາຍຸໄດ້ 15 ວັນ ຈຶ່ງເລີ່ມກັດກິນໃບເຂົ້າ ແລະ ຄໍຮວງເຂົ້າ, ບົ້ງຝູງ ສາມາດທໍາລາຍເຂົ້າໄດ້ໄວທີ່ສຸດ ໂດຍຊະເພາະຈະກັດກິນໃບເຂົ້າ

ຄ. ວິທີການປ້ອງກັນ.

  • ລົງສໍາຫຼວດ ແລະ ຕິດຕາມເຝົ້າລະວັງໄຮ່ນາເປັນປະຈໍາ (ຢ່າງໜ້ອຍອາທິດລະຄັ້ງ) ໂດຍສະເພາະໃນຊ່ວງ ປັກດໍາ ຫາ ເຂົ້າຕັ້ງທ້ອງ ຖ້າພົບເຫັນບົ້ງຝູງ 1 ໂຕ/ສຸມ ແມ່ນໃຫ້ຫາວິທີທາງປ້ອງກັນ ແລະ ກໍາຈັດ ຫຼື ໃຫ້ລາຍງານຫາຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ທີ່ໃກ້ບ້ານທ່ານ ເພື່ອຫາທາງປ້ອງກັນ ແລະ ກໍາຈັດໃຫ້ທ່ວງທັນສະພາບການ
  • ອະນາໄມຄັນນາ ແລະ ຖ່າງຫຍ້າບໍລິເວນອ້ອມໄຮ່ນາໃຫ້ສະອາດ ເພື່ອບໍ່ໃຫ້ເປັນບ່ອນລີ້ຊ້ອນຂອງບົ້ງຝູງ
  • ບໍ່ໃຫ້ໃສ່ຝຸ່ນເລັ່ງໃນປະລິມານທີ່ຫຼາຍບາດດຽວ ເພາະຈະເຮັດໃຫ້ຕົ້ນເຂົ້າອ່ອນແອ ເຮັດໃຫ້ບົ້ງສາມາດທໍາລາຍໄດ້ງ່າຍ
  • ນໍາໃຊ້ກັບດັກກາວສີເຫຼືອງ ຂະຫນາດ 40x40 ຊຕມ, ປັກໄວ້ໃນໄຮ່ນາ 5-10 ແຜ່ນ/ໄລ່, ເພື່ອເປັນການ ຕິດຕາມ ແລະ ຫຼຸດຜ່ອນຈໍານວນປະຊາກອນຂອງແມ່ບົ້ງຝູງ
  • ໃຊ້ນໍ້າສະກັດຊີວະພາບສູດປ້ອງກັນແມງໄມ້ ເພື່ອປ້ອງກັນແມງໄມ້ທີ່ຈະມາໄຂ່ໃສ່ຕົ້ນເຂົ້າ 1-2 ຄັ້ງ/ອາທິດ

ງ. ວິທີການກໍາຈັດ 

  • ໃຊ້ກັບດັກແສງໄຟເພື່ອລໍ້ໂຕແກ່ທີ່ມາຕອມແສງໄຟ ແລ້ວນໍາໄປທໍາລາຍຖີ້ມ
  • ປ່ອຍແຕນບຽນ (Trichogrammasp) ເພື່ອທໍາລາຍໄຂ່ຂອງແມງກະບີ້ ໃນອັດຕາ 100 ແຜ່ນ/ເຮັກຕາ 7 (1ແຜ່ນມີ 1.000 ໂຕ)
  • ໃຊ້ຢາ ອີມີດາຄູ່ປິດ (Imdaoloprid), ເດວຕາເມຕີນ (Deltamethrin) ຫຼື ໄລຍະໂຕຕ້ມ ໄວ 3-4 ວັນ
  • ໃນອັດຕາສ່ວນ ຕາມຄໍາແນະນໍາຢູ່ຂ້າງກ່ອງ (ຖ້າບໍ່ຈໍາເປັນແມ່ນບໍ່ໃຫ້ໃຊ້).
  • ນໍາໃຊ້ສະຫມູນໄພ ເຊິ່ງມີສ່ວນປະກອບດັ່ງນີ້: ຫມາກເຜັດປົ່ນ 1 ບ່ວງແກງ, ນໍ້າຊີ່ຖ່ານ 100 ຊີຊີ, ນໍ້າປາ 2 ລິດ

ວິທີປະຕິບັດ: ໂດຍນໍາໃຊ້ວັດຖຸທີ່ໄດ້ມາຄົນເຂົ້າກັນ ໝັກໄວ້ 24 ຊົ່ວໂມງ ຫຼັງຈາກນັ້ນໃຊ້ຜ້າສະອາດກັ່ນຕອງເອົານ້ຳທີ່ສະອາດ ແລ້ວກໍ່ນໍາເອົາໄປສີດໃສ່ບ່ອນທີ່ມີບົ້ງທໍາລາຍ
ອັດຕາສ່ວນໃນການນໍາໃຊ້: ນໍາເອົານໍ້າສະກັດດັ່ງກ່າວ 1 ລິດ ຕໍ່ ນໍ້າ 20 ລິດ ແລ້ວນໍາໄປສີດພົ່ນ ບ່ອນທີ່ມີບົ້ງທໍາລາຍເຂົາ ໂດຍສີດ 3 ວັນ/ຄັ້ງ, ເວລາສີດແມ່ນໃຫ້ສີດພົ່ນ ຕອນເຊົ້າ ຫຼື ຕອນແລງ
 

ອ້າງອີງ

ຄູ່ມືປ້ອງກັນແມງໄມ້ສັດຕູພືດໃນນາເຂົ້າສູນປ້ອງກັນພືດ, ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້

ຄູ່ມືປ້ອງກັນແມງໄມ້ສັດຕູພືດໃນນາເຂົ້າ ກົມສົ່ງເສີມກະສິກຳ ແລະ ປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ພິມເຜີຍແຜ່ປີ 1997

ຄູ່ມືປຸງແຕ່ງຢາພື້ນເມືອງປ້ອງກັນ ແລະ ກຳຈັດສັດຕູພືດສູນພັດທະນາກະສິກຳສະອາດ, ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້

ຄູ່ມືບັນຫາເຂົ້າໃນນາຂອງກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ 1990

ສຳນັກວິໄຈ ແລະ ພັດທະນາເຂົ້າ, ກົມການເຂົ້າຂອງໄທ

ຄູ່ມືແນະນຳ ການປ້ອງກັນ ກຳຈັດແມງໄມ້ ແລະ ພະຍາດເຂົ້າໃນນາ ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ

ການປະກອບສ່ວນ