ຮອງເຈົ້າແຂວງສະຫວັນນະເຂດ ລົງຊຸກຍູ້ຟາມລ້ຽງງົວກຸ່ມບ້ານທີ 2 ຢູ່ເມືອງໄຊພູທອງ​

ທີມງານຄະນະສະເພາະກິດ ຕິດຕາມຜົນກະທົບທາງດ້ານເສດຖະກິດ ເພື່ອຮັບມືກັບການລະບາດຂອງເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ​ຂອງແຂວງສະຫວັນນະເຂດ
https://v2.vientianemai.net/archives/2515
vientianemai

 ທ້າຍອາທິດຜ່ານມາ ທີມງານຄະນະສະເພາະກິດ ຕິດຕາມຜົນກະທົບທາງດ້ານເສດຖະກິດ ເພື່ອຮັບມືກັບການລະບາດຂອງເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ​ຂອງແຂວງສະຫວັນນະເຂດ ນຳໂດຍທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງ ທັງເປັນປະທານສະເພາະກິດຂັ້ນແຂວງ ພ້ອມດ້ວຍພະແນກການຕ່າງຂອງແຂວງ ມີພະແນກກະສິກຳ-ປ່າໄມ້ແຂວງ​ ພະແນກແຜນການ-ການລົງທຶນແຂວງ ແລະ ພະແນກອຸດສາຫະກຳ-ການຄ້າແຂວງ ໄດ້ລົງສຳຫຼວດພື້ນຖານການຜະລິດ​ ການລ້ຽງ ຂອງປະຊາຊົນຢູ່ເຂດເມືອງໄຊພູທອງ ໃນການຮອງຮັບດ້ານສະບຽງອາຫານເພື່ອໃຫ້ພຽງພໍກັບການປ້ອນຕະຫຼາດ ໃນການບໍລິໂພກຂອງແຂວງສະຫວັນນະເຂດ ເວົ້າລວມ ເວົ້າສະເພາະກໍຄືຢູ່ເມືອງໄຊພູທອງ

ການລົງສໍາຫຼວດຄັ້ງນີ້ ທ່ານຮອງເຈົ້າແຂວງສະຫວັນນະເຂດກໍໄດ້ເດີນທາງລົງມາຕິດຕາມເບິ່ງຟາມລ້ຽງງົວ ຢູ່ເຂດບ້ານທ່າໂພ ແລະ ບ້ານຫົວຫາດ ທີ່ຂຶ້ນກັບເມືອງໄຊພູທອງ ແຂວງສະຫວັນນເຂດ ຖືກຕ້ອນຮັບຂອງທ່ານ ຄໍາວິໃສ ຜຸຍຍະວົງ ເຈົ້າເມືອງໄຊພູທອງ ພ້ອມດ້ວຍຄະນະຫ້ອງການກະສິກໍາ-ປ່າໄມ້ເມືອງ ແລະ ວິຊາການທີ່ກ່ຽວຂ້ອງເມືອງ ຈາກນັ້ນໄດ້ພ້ອມກັນລົງມາເບິ່ງຟາມລ້ຽງງົວຂອງທ່ານ ສໍາລານ ຄໍາມຸງຄຸນ ປະຊາຊົນບ້ານທ່າໂພ ເຊິ່ງຟາມລ້ຽງງົວສອງສາຍພັນຄື: ແນວພັນບຣາມັນ ແລະ ງົວລາດ ມີຈໍານວນງົວພັນ 30 ໂຕ​ ແມ່ພັນ 10 ໂຕ ງົວລາດມີຈໍານວນ 90 ໂຕ​ ແລະ​ ຟາມງົວທ່ານ ກໍ່າ ປະຊາຊົນບ້ານຫົວຫາດ ມີ​ງົວທັງໝົດ 210 ໂຕ ໃນນັ້ນງົວພັນ 21 ໂຕ ແລະ ງົວລາດ 169 ໂຕ​ ເຊິ່ງທັງສອງຟາມແມ່ນໄດ້ສະໜອງສັດໃຫ້ກັບໂຮງຂ້າສັດ ເພື່ອນໍາໄປປ້ອນຕະຫຼາດໃຫ້ໄດ້ພຽງພໍກັບຄວາມຕ້ອງການຂອງຕະຫຼາຍ.​ 

https://v2.vientianemai.net/archives/2515

 

 ໂອກາດນີ້ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຍັງໄດ້ຮຽກຮ້ອງມາຍັງເຈົ້າຂອງຟາມລ້ຽງງົວເຊິ່ງເປັນຜູ້ຈຳໜ່າຍງົວອອກສູ່ທ້ອງຕະຫຼາດ ຈົ່ງພ້ອມກັນເອົາໃຈໃສ່ໃນການປັບປຸງຄຸນນະພາບ​ ຄວາມສະອາດ ເພື່ອຄວາມປອດໄພຂອງຜູ້ບໍລິໂພກ ພ້ອມທັງໃຫ້ມີການຈັດຕັ້ງກຸ່ມຜູ້ຂາຍຢູ່ຕະຫຼາດຕ່າງໆພາຍໃນເມືອງ ແລະ ແຂວງ ສົ່ງອອກຂາຍສູ່ທ້ອງຕະຫຼາຍໃຫ້ຫຼາຍຂື້ນ ເພື່ອຄວາມເປັນລະບຽບ ແລະ ສາມາດຄວບຄຸມໄດ້ ເພື່ອຫຼີກລ່ຽງການຂ້າສັດຊະຊາຍ ​ພ້ອມນັ້ນໄດ້ເນັ້ນໜັກໃຫ້ທາງພະແນກການທີ່ກ່ຽວຂ້ອງແຂວງ ແລະ ເມືອງ ຈົ່ງພ້ອມກັນເອົາໃຈໃສ່ສົ່ງເສີມການຜະລິດຂອງປະຊາຊົນໃຫ້ຖືກຕາມເຕັກນິກວິຊາການ ເພື່ອຕອບສະໜອງສະບຽງອາຫານໃຫ້ພຽງພໍກັບຄວາມຕ້ອງການ ເນັ້ນໜັກໃຫ້ພະແນກອຸດສາຫະກຳ-ການຄ້າແຂວງ ຈົ່ງເອົາໃຈໃສ່ຄວບຄຸມລາຄາສິນຄ້າຕາມທ້ອງຕະຫຼາດ ໃຫ້ເໝາະສົມລະຫວ່າງຜູ້ຊື້ ແລະ ຜູ້ຂາຍ.

 

News: Vientiane Mai

 

ການປະກອບສ່ວນ