ເຫັດໜ້າງົວ / Stinking Russula

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Russula cf. foetens Pers. / Russulaceae
ຊື່ພ້ອງ
Agaricus foetens Pers.
Agaricus foetens var. lactifluus Corda
Agaricus incrassatus Sowerby
Russula foetens var. minor Singer
ຊື່ອື່ນ
Eng: stinking russula
Chinese: Chòu hóng gū [臭紅菇]
Thai: Het Toun Mou
ບັນຍາຍລັກສະນະພືດສາດ

ດອກເຫັດສູງປະມານ 15 ຊມ. ໝວກເຫັດເປັນຮູບເຄີ່ງວົງມົນ, ຂະໜາດ (4,5)−5−17 ຊມ ແລະ ຜິວມື່ນເມື່ອຍັງອ່ອນ, ນູ່ນເຄີ່ງກາງດອກ. ເປັນສີເຫຼືອງຄ້າຍນ້ຳເຜີ້ງ ເຖີງ ສີນ້ຳຕານ.  ກີບ ແລະ ສະປໍເປັນສີີຄຣິມຈາງໆ. ກ້ານດອກແຂງແຮງ, ຂະໜາດ (4,3)−5,5−11−(16) x 1,2−5 ຊມ, ສີຂາວ ຫຼື ສີນ້ຳຕານອົມເຫຼືອງ. ເນື້ອດອກເຫັດອວບໜາ, ມີກີ່ນເໜັນເມື່ອແກ່ ແລະ ມີລົດຊາດບໍ່ດີ.

ບັນຍາຍການນຳໃຊ້

ອາຫານ: ໃນລາວ ແລະ ຈີນ ເຫັດຊະນິດນີ້ສາມາດກິນເປັນອາຫານໄດ້. ແຕ່ໃນເອີຣົບແມ່ນກິນບໍ່ໄດ້. ອາຫານທ້ອງຖີ່ນຂອງລາວແມ່ນເຮັດແກງປະສົມກັບເຫັດຫຼາຍຊະນິດ. ເປັນຢາຮັກສາພະຍາດທາງກະເພາະອາຫານ ແລະ ລຳໄສ້. ໃນປະເທດລັດເຊຍເອົາເຫັດຊະນິດນີ້ເປັນເຫັດດອງເພື່ອໃຫ້ໄດ້ລົດຊາດທີ່ດີ ແລະ ເຫັດຊະນິດອື່ນໃນສະກຸນດຽວກັນ.

ການປະກອບສ່ວນ