ວັນຊີວະນາໆພັນ

ຮ່ວມສະເຫຼີມສະຫຼອງ ວັນຊີວະນາໆພັນ ກັບ ພາເຂົ້າລາວ
phakhaolao.la
phakhaolao.la

ວັນທີ 22 ພຶດສະພາຄື ວັນຊີວະນາໆພັນສາກົນ

ແລ້ວເປັນຫຍັງເຮົາຈຶ່ງຕ້ອງໃສ່ໃຈໃຈກັບມື້ນີ້ ມັນສຳຄັນແນວໃດ?

ຊີວະນາໆພັນໝາຍເຖິງສິ່ງມີຊີວິດໜ້ອຍໃຫ່ຍເຊັ່ນ: ສັດ, ພືດ ແລະ ເຫັດ. ຄວາມອຸດົມສົມບູນທາງດ້ານຊີວະນາໆພັນຍັງໃຫ້ປະໂຫຍດແກ່ມະນຸດຫຼາກຫຼາຍເຊັ່ນ: ໃຫ້ສານອາຫານ ແລະ ສຸຂະພາບທີ່ແຂງແຮງ, ໃຫ້ຊັບພະຍາກອນໃນການສ້າງເສດຖະກິດ, ປົກປ້ອງໄພພິບັດຈາກທຳມະຊາດ, ຫຼຸດຜ່ອນການປ່ຽນແປງທາງດ້ານດິນຟ້າອາກາດ ແລະ ອື່ນໆ.

ວັນຊີວະນາໆພັນ ແມ່ນມີຄວາມສຳຄັນຫຼາຍສຳລັບປະເທດລາວ ເນື່ອງຈາກປະເທດລາວເຮົາເປັນໜຶ່ງໃນປະເທດທີ່ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນອັນລໍ້າຄ່າ ແລະ ເປັນເອກະລັກ ແຕ່ໜ້າເສຍດາຍທີ່ມັນໄດ້ຖືກຄຸກຄາມຈາກການຂະຫຍາຍພື້ນທີ່ດິນເພື່ອເຮັດການກະສິກຳແບບຂາດຄວາມຜິດຊອບ ແລະ ການຕັ້ງຖິ່ນຖານ ການລັກລອບຕັດໄມ້, ການບຸກລຸກຂ້າລ່າສັດ ແລະ ການບໍລິໂພກ, ການຄ້າຂາຍສັດປ່າເປັນຕົ້ນ.

ດັ່ງນັ້ນ, ພວກເຮົາ ພາເຂົ້າລາວ ໜຶ່ງໃນເວທີແລກປ່ຽນອອນໄລນ໌ ລະບົບຖານຂໍ້ມູນ www.phakhaolao.la ຕ້ອງການທີ່ຈະໃຫ້ທຸກທ່ານໄດ້ຮັບຮູ້ເຖິງຜົນ ແລະ ຄວາມສຳຄັນຂອງຊີວະນາໆພັນ ເຊັ່ນການປະກອບສ່ວນເຂົ້າໃນວຽກງານກະສິກຳ

ໂຄງການພາເຂົ້າໄດ້ຮັບການຈັດຕັ້ງປະຕິບັດ ມາຕັ້ງແຕ່ປີ 2018 ເຊິ່ງປະຈຸບັນໄດ້ເກັບຮວບຮວມຂໍ້ມູນພື້ນຖານກ່ຽວກັບຊະນິດພັນພືດ, ສັດ ແລະ ເຫັດ ໄວ້ຫຼາຍກວ່າ 1000 ຊະນິດພັນ. ນອກນັ້ນຍັງມີເລື່ອງເລົ່າກ່ຽວກັບຊີວະນາໆພັນກະສິກຳ ອີກຫຼາຍກວ່າ 340 ເລື່ອງເລົ່າ ເຊິ່ງປະກອບໄປດ້ວຍວີດີໂອທີ່ໜ້າສົນໃຈທັງພາສາລາວ ແລະ ພາສາອັງກິດ ເຊັ່ນດຽວກັນນັ້ນກໍຍັງມີວິທີການປຸງແຕ່ງອາຫານລາວ ອັນສະທ້ອນໃຫ້ເຫັນເຖິງການນຳໃຊ້ຊີວະນາໆພັນລາວເຊື່ອມໂຍງກັບວັດທະນະທຳລາວໃນແຕ່ລະມື້

ພວກເຮົາທຸກຄົນມີສິດ ແລະ ໜ້າທີ່ໃນການຮັບຜິດຊອບປົກປັກຮັກສາມູນມໍລະດົກ ແລະ ຊັບພະຍາກອນທຳມະຊາດຂອງເຮົາ ເພື່ອລູກຫຼານຂອງເຮົາ.

ຈົ່ງນຳໃຊ້-ຢ່າປ່ອຍໃຫ້ມັນສູນເສຍໄປ

ການປະກອບສ່ວນ