ວິທີການປູກ ແລະ ຮັກສາຫອມປ້ອມໃນລະດູຝົນ

Soulivanh BOUNTHAMMY
ມາຮຽນຮູ້ວິທີການປູກຜັກຫອມປ້ອມໃນລະດູຝົນ ທາງເລືອກໜຶ່ງຂອງການສ້າງລາຍໄດ້ໃນຄອບຄົວ
ແນະນຳວິທີເຮັດ
https://www.google.com/search?q=%E0%B8%81%E0%B8%B2%E0%B8%A3%E0%B8%9B%E0%B8%A5%E0%B8%B9%E0%B8%81%E0%B8%AB%E0%B8%AD%E0%B8%A1%E0%B8%9B%E0%B9%89%E0%B8%AD%E0%B8%A1%E0%B9%83%E0%B8%99%E0%B8%A4%E0%B8%94%E0%B8%B9%E0%B8%9D%E0%B8%99&source=lnms&tbm=isch&sa=X&ved=0ahUKEwiUjoGI1LPkAhVa7WEKHe8LDx8Q_AUIESgB&cshid=1567479505567276&biw=1280&bih=561#imgdii=lRScbHybFCxgzM:&imgrc=Ho76AwlqQySvwM:
board.postjung.com

ວິທີການປູກ ແລະ ຮັກສາຫອມປ້ອມໃນລະດູຝົນ
   ຫອມປ້ອມທີ່ເຮົານິຍົມປູກມີ 2 ຊະນິດຄື: ແນວພັນພື້ນເມືອງ ແລະ ແນວພັນປັບປຸງ.
   ການປູກຫອມປ້ອມໃນລະດູຝົນແມ່ນຕ້ອງປູກໃນເຮືອນຮົ່ມ, ເພາະຜັກຊະນິດນີ້ຖ້າຖືກຝົນຈະເປື່ອຍ, ຫຼັງຄາມຸງດ້ວຍຜ້າຢ່າງໃສຂະໜາດຂອງເຮືອນຮົ່ມແມ່ນອີງຕາມຄວາມເໝາະສົມຂອງພື້ນທີ່, ຄວາມສູງຂອງເຮືອນຮົ່ມປະມານ 2-2,5 ມ, ເພາະຕໍ່າໂພດຈະເຮັດໃຫ້ຜັກຮ້ອນ ແລະ ເຕີບໂຕບໍ່ໄດ້ດີ, ນອກຈາກນີ້ຍັງເຮັດໃຫ້ໜານຜັກສູງກວ່າໜານຜັກໃນລະດູແລ້ງເພື່ອຫຼີກລຽງຄວາມຊຸ່ມຂອງນໍ້າຝົນໃນດິນ ແລະ ບໍ່ໃຫ້ຮາກຜັກເນົ່າເປື່ອຍ.

ວິທີປູກ ແລະ ຮັກສາຫອມປ້ອມໃນລະດູຝົນລວມມີຂັ້ນຕອນດັ່ງນີ້:
  ຂັ້ນຕອນທີ 1: ກະກຽມດິນປູກ ຫອມປ້ອມເປັນຜັກທີ່ມີຮາກສັ້ນຄວນຂຸດດິນປະມານ 15-20 ຊມ, ຕາກແດດໄວ້ປະມານ 5-7 ມື້, ຫຼັງຈາກນັ້ນຈຶ່ງທັບດິນໃຫ້ມຸ່ນ ແລະ ແປງເປັນໜານໃຫ້ຮາບພຽງ.
  ຂັ້ນຕອນທີ 2: ກະກຽມແນວພັນຜັກຫອມປ້ອມມີການຂະຫຍາຍແນວພັນດ້ວຍເມັດ ກ່ອນທີ່ຈະປູກຕ້ອງກະກຽມແນວພັນໃຫ້ດີໂດຍການນໍາເອົາແນວພັນມາແຊ່ນໍ້າໄວ້ 1 ຄືນ, ຫຼັງຈາກນັ້ນເອົາມາບົ່ມອີກ 1-2 ຄືນແລ້ວຈຶ່ງນໍາເອົາໄປຫວ່ານ.
  ຂັ້ນຕອນທີ 3: ວິທີຫວ່ານຫອມປ້ອມ ຄວນຫວ່ານຫອມປ້ອມໃຫ້ແຕ່ລະເມັດຫ່າງກັນປະມານ 2-3 ຊມ ເພື່ອປ້ອງກັນບໍ່ໃຫ້ຜັກເກີດຖີ່ເພາະຈະເຮັດໃຫ້ຫອມປ້ອມເນົ່າເປື່ອຍ.
  ຂັ້ນຕອນທີ 4: ແມ່ນການເຮັດໜານ ແລະ ຍົກຂຶ້ນປະມານ 20-30 ຊມ ເພື່ອບໍ່ໃຫ້ມີຄວາມຊຸ່ມຫຼາຍຢູ່ໜານຜັກດ້ານເທິງ ແລະ ກ່ອນຈະຫວ່ານເມັດຄວນແປງໜານໃຫ້ລະອຽດຮຽບພຽງດີແລ້ວຈຶ່ງນໍາເມັດພັນໄປຫວ່ານ, ຫຼັງຈາກນັ້ນໂຮຍຂີ້ແກບປົກບາງໆ ຫຼື ປົກດ້ວຍເຟືອງແຫ້ງກໍໄດ້ເພື່ອຮັກສາຄວາມຊຸ່ມຊື່ນ.
  ຂັ້ນຕອນທີ 5: ການໃສ່ຝຸ່ນຄວນໃສ່ຝຸ່ນຊີວະພາບ ຫຼື ຝຸ່ນບົ່ມຮອງພື້ນກ່ອນປູກ, ຫຼັງຈາກປູກໄດ້ 15-20 ມື້ ຖ້າສັງເກດເຫັນວ່າຜັກບໍ່ງາມຄວນຫົດນໍ້າດ້ວຍນໍ້າໝັກຊີວະພາບ 2 ບ່ວງແກງຕໍ່ນໍ້າ 1 ລິດ.
  ຂັ້ນຕອນທີ 6: ການຫົດນໍ້າຢ່າງພຽງພໍຢ່າໃຫ້ປຽກເກີນໄປດ້ວຍການເບິ່ງຄວາມຊຸ່ມຈາກໜານປູກ.
  ຂັ້ນຕອນທີ 7: ການເກັບກ່ຽວ ຫຼັງຈາກການຫວ່ານປະມານ 25-30 ມື້ ກໍ່ສາມາດເກັບໄດ້.

ຂໍ້ມູນຈາກ: ໜັງສືພິມ ເສດຖະກິດ-ສັງຄົມ. ສະບັບທີ 3.228 ໜ້າທີ 3

ການປະກອບສ່ວນ