ນະຄອນຫຼວງວຽງຈັນມີເກືອບ 40 ກຸ່ມປູກພືດອິນຊີສະໜອງໃຫ້ກັບຕະຫຼາດ

ກຸ່ມປູກພືດອິນຊີນະຄອນຫຼວງວຽງຈັນ
Phakhaolao.la
phakhaolao. la

       ນະຄອນຫຼວງວຽງຈັນ (ນວ) ມີທ່າແຮງບົ່ງຊ້ອນຫຼາຍດ້ານ ໂດຍສະເພາະແມ່ນດ້ານກະສິກຳທີ່ນະຄອນຫຼວງວຽງຈັນ ໄດ້ຊຸກຍູ້ ແລະ ກະຕຸ້ນກຸ່ມຜະລິດພືດຜັກ, ໝາກໄມ້ໃນ 7 ຕົວເມືອງຫຼັກຂອງນະຄອນຫຼວງ, ໂດຍທຸກກຸ່ມຕ້ອງປະຕິບັດຕາມມາດຕະຖານກະສິກຳອິນຊີ ແລະ ກະສິກຳທີ່ດີເພື່ອຮັບປະກັນໃຫ້ຜົນຜະລິດທີ່ໄດ້ພຽງພໍກັບຄວາມຕ້ອງການຕະຫຼາດ ແລະ ໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້ທີ່ສະພານະຄອນຫຼວງຮັບຮອງ 1,13 ແສນໂຕນຕໍ່ປີ ແລະ ສະໜອງການບໍລິໂພກໃຫ້ໄດ້ 100 ກິໂລຕໍ່ຄົນຕໍ່ປີ ຊຶ່ງໃນປະຈຸບັນນນະຄອນຫຼວງສາມາດສ້າງກຸ່ມປູກພືດຜັກ ແລະ ໝາກໄມ້ຕາມມາດຕະຖານດັ່ງກ່າວໄດ້ແລ້ວເກືອບ 40 ກຸ່ມ
       ຕາມບົດລາຍງານຂອງຂະແໜງປູກຝັງພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໃຫ້ຮູ້ເມື່ອບໍ່ດົນມານີ້ ຮູ້ວ່າ ໃນປີ 2019 ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນໄດ້ກຳນົດແຜນການຜະລິດພືດຜັກຢູ່ນະຄອນຫຼວງວຽງຈັນ ໃນເນື້ອທີ່ທັງໝົດ 11,06 ພັນເຮັກຕາ, ກວມເອົາ 7 ເມືອງຫຼັກຄື: ເມືອງສີໂຄດຕະບອງ 1,33 ພັນເຮັກຕາ, ໄຊເສດຖາ 3 ຮ້ອຍເຮັກຕາ, ນາຊາຍທອງ 1,07 ພັນເຮັກຕາ, ໄຊທານີ ຶ3,15 ພັນເຮັກຕາ, ຫາດຊາຍຟອງ 3,27 ພັນເຮັກຕາ, ສັງທອງ 1,09 ພັນເຮັກຕາ ແລະ ເມືອງປາກງື່ມ 840 ເຮັກຕາ
      ເພື່ອຮັບປະກັນການສະໜອງພືດຜັກໃຫ້ພຽງພໍກັບຄວາມຕ້ອງການ ແລະ ໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້ທີ່ສະພານະຄອນຫຼວງຮັບຮອງ 1,13 ແສນໂຕນຕໍ່ປີ ແລະ ສະໜອງການບໍລິໂພກໃຫ້ໄດ້ 100 ກິໂລຕໍ່ຄົນຕໍ່ປີ, ສະເພາະການຊຸກຍູ້ການປູກພືດໃນປີ 2019, ໃນນີ້ລະດູແລ້ງແຜນການຜະລິດແມ່ນ 7,13 ພັນເຮັກຕາ, ສາມາດປະຕບັດໄດ້ 7,27 ພັນເຮັກຕາ, ທຽບໃສ່ແຜນການໄດ້ 101,86% ລື່ນແຜນການ 1,86%, ສະເລ່ຍຜະລິດຕະພາບ 10,68 ໂຕນຕໍ່ເຮັກຕາ ແລະ ຜົນຜະລິດໄດ້ 77,65 ພັນໂຕນ
      ສ່ວນການຜະລິດພືດຜັກລະດູຝົນປີນີ້, ນະຄອນຫຼວງວາງແຜນທັງໝົດ 3,93 ພັນເຮັກຕາ, ຄາດຄະເນຜະລິດຕະພາບສະເລ່ຍ 9,53 ໂຕນຕໍ່ເຮັກຕາຜົນຜະລິດໄດ້ 37,44 ພັນໂຕນ, ໃນນັ້ນເມືອງສີໂຄດຕະບອງ ເນື້ອທີ່ 406 ເຮັກຕາ, ໄຊເສດຖາ 80 ເຮັກຕາ, ນາຊາຍທອງ 340 ເຮັກຕາ, ໄຊທານີ 979 ເຮັກຕາ, ຫາດຊາຍຟອງ 1,16 ພັນເຮັກຕາ, ສັງທອງ 552 ເຮັກຕາ ແລະ ເມືອງປາກງື່ມ 410 ເຮັກຕາ, ມາຮອດປະຈຸບັນໃນຈຳນວນ 7 ເມືອງສາມາດປະຕິບັດໄດ້ແລ້ວ 2,55 ພັນເຮັກຕາເທົ່າກັບ 65,09%

phakhalao.la

      ການປູກພືດຜັກ ແລະ ໝາກໄມ້ຕາມມາດຕະຖານກະສິກຳອິນຊີ, ກະສິກຳທີ່ດີມາຮອດປະຈຸບັນທົ່ວນະຄອນຫຼວງມີທັງໝົດ 38 ກຸ່ມ, ໃນນັ້ນການປູກພືດ ແລະ ໝາກໄມ້ຕາມມາດຕະຖານກະສິກຳອິນຊີມີ 17 ກຸ່ມຄື: ເປັນກຸ່ມຜະລິດຂອງຊາວສວນ 11 ກຸ່ມ, 4 ບໍລິສັດ, 1 ກອງຜະລິດ ແລະ 1 ສູນມາດຕະຖານກະສິກຳສະອາດ, ລວມມີເນື້ອທີ່ທັງໝົດ 279 ເຮັກຕາ, ມີ 238 ຄອບຄົວ, ຜົນຜະລິດໄດ້ 2,91 ພັນໂຕນ, ໂດຍມີຕະຫຼາດຈຳໜ່າຍຮອງຮັບທັງໝົດ 7 ແຫ່ງເປັນຕົ້ນຕະຫຼາດອີນຊີສູນການຄ້າລາວ-ໄອເຕັກ, ຕະຫຼາດກະສິກຳອິນຊີສະໂມສອນດອກປີກໄກ່ຫຼັກ 5, ຕະຫຼາດກະສິກຳອິນຊີສູນການຄ້າວຽງຈັນເຊັນເຕີ, ຕະຫຼາດກະສິກຳອິນຊີຫ້ວຍຫົງ, ຕະຫຼາດກະສິກຳອິນຊີດົງນາໂຊກ, ຕະຫຼາດກະສິກຳອິນຊີບ້ານຊ້າງຄູ່ ແລະ ຮ້ານຂາຍຜັກອິນຊີບ້ານສົມຫວັງເໜືອ.
       ສະເພາະປີ 2018 ຜ່ານມາຜົນຜະລິດທັງໝົດໄດ້ 2,49 ພັນໂຕນ ແລະ ສ້າງມູນຄ່າເຂົ້າຕະຫຼາດຈຳນວນ 7 ຕື້ກີບ, ສຳລັບການປູກພືດຜັກ ແລະ ໝາກໄມ້ຕາມມາດຕະຖານກະສິກຳທີ່ດີມີທັງໝົດ 21 ກຸ່ມ, ໃນນັ້ນເປັນກຸ່ມຜະລິດຂອງຊາວສວນ 14 ກຸ່ມ, ຜູ້ປະກອບການ 6 ບໍລິສັດ ແລະ ອີກ 1 ສູນມາດຕະຖານກະສິກຳສະອາດ ລວມມີເນື້ອທີ່ 240 ເຮັກຕາ, ມີ 382 ຄອບຄົວ ແລະ ຜົນຜະລິດ 2,49 ພັນໂຕນ.

ແຫຼ່ງຂ່າວຈາກ ໜັງສືພິມເສດຖະກິດ-ສັງຄົມ

ການປະກອບສ່ວນ