ການສົມທຽບປະສິດທິພາບຂອງນ້ຳເປື່ອຍ 5 ຊະນິດໃນການທຳຄວາມສະອາດຜັກສົດ ເພື່ອຫຼຸດຜ່ອນການປົນເປື້ອນຂອງເຊື້ອຈຸລະຊີບທັງໝົດ ແລະ ເຊື້ອຊາໂມເນລາ

Languages

24 Sep 2018 Authors: ໄມ່ ທຳມະນີ ແລະ ທີ່ປຶກສາ ຮສ ມະນີຈັນ ໄຊຍະວົງ
May

ໃນການສຶກສາຄັ້ງນີ້ ມີຈຸດປະສົງເພື່ອສຶກສາວິທີການ ແລະ ຄວາມເໝາະສົມຂອງນ້ຳເປື່ອຍ 5 ຊະນິດ ຊຶ່ງປະກອບມີ: CH3COOH, C6H10O8, KMnO4, NaHCO3 ແລະ NaCl ທີ່ຄວາມເຂັ້ມຂຸ້ນ 3 ລະດັບຄື: 0.1%, 0.5%, 1% ໃນການຫຼຸດຜ່ອນການປົນເປື້ອນຂອງເຊື້ອຈຸລະຊີບທັງໝົດ ແລະ ເຊື້ອຊາໂມເນລາໃນຕົວຢ່າງຜັກສົດ 5 ຊະນິດຄື: ຜັັກຫອມປ້ອມ, ຜັກຫອມລາບ, ຜັກຫອມເປ, ຜັກຄາວທອງ ແລະ ຜັກສະຫຼັດ. ຜັກສົດຖືກທຳຄວາມສະອາດດ້ວຍ 2 ວິທີຄື: ວິທີປາສະຈາກການແຊ່ ແລະ ແຊ່ໄວ້ 15 ນາທີ ແລ້ວກວດສອບຫາປະລິມານເຊື້ອແບັກທີເຣຍໂດຍໃຊ້ວິທີກະຈາຍເຊື້ອ. ຈາກຜົນການທົດລອງພົບວ່າ ການປົນເປື້ອນເຊື້ອຂອງຈຸລະຊີບທັງໝົດຫຼາຍທີ່ສຸດ ແມ່ນໃນຜັກຫອມປ້ອມ ແລະ ຜັກຄາວທອງຕົວຢ່າງລະ 21%, ຮອງລົງມາແມ່ນຜັກຫອມເປ ແລະ ຜັກສະຫຼັດຕົວຢ່າງລະ 20% ແລະ ຜັກຫອມລາບ 18% ຂອງຈຳນວນຜັກທີ່ນຳມາສຶກສາ.  ຜັກທີ່ມີການປົນເປື້ອນຂອງເຊື້ອຊາໂມເນລາຫຼາຍທີ່ສຸດແມ່ນຜັກຫອມເປ 37%, ຮອງລົງມາແມ່ນຜັກຫອມປ້ອມ 33%, ຜັກຫອມລາບ 30%, ສ່ວນຜັກຄາວທອງ ແລະ ຜັກສະຫຼັດ ແມ່ນບໍ່ພົບເຊື້ອຊາໂມເນລາ. ຫຼັງຈາກນຳຜັກສົດມາທຳຄວາມສະອາດໃນນ້ຳເປື່ອຍແລ້ວພົບວ່າ ການຫຼຸດຜ່ອນເຊື້ອຈຸລະຊີບໃນຜັກສົດໂດຍວິທີແຊ່ໄວ້ 15 ນາທີ ໃນນ້ຳເປື່ອຍ KMnO4 ທີ່ຄວາມເຂັ້ມຂຸ້ນ 1% ມີປະສິດທິພາບສູງ ໃນການຫຼຸດຜ່ອນປະລິມານເຊື້ອຈຸລະຊີບທັງໝົດ ແລະ ເຊື້ອຊາໂມເນລາໄດ້ ໃນຜັກ 5 ຊະນິດໄດ້ເຖິງ 93-99% ແລະ 92-97% ຕາມລຳດັບ. ການຫຼຸດຜ່ອນເຊື້ອຈຸລະຊີບໂດຍວິທີປາສະຈາກການແຊ່ໃນນ້ຳເປື່ອຍ KMnO4 ທີ່ຄວາມເຂັ້ມຂຸ້ນ 1% ສາມາດຫຼຸດຜ່ອນປະລິມານເຊື້ອຈຸລະຊີບທັງ  ໝົດ ແລະ ເຊື້ອຊາໂມເນລາໃນຕົວຢ່າງຜັກ 5 ຊະນິດເທົ່າກັບ 91-97% ແລະ 91-95% ຕາມລຳດັບ. ສ່ວນການທຳຄວາມສະອາດຜັກສົດດ້ວຍການແຊ່ໃນນ້ຳສາມາດຫຼຸດຜ່ອນປະລິມານເຊື້ອຈຸລະຊີບທັງໝົດ ແລະ ເຊື້ອຊາໂມເນລາໄດ້ໜ້ອຍ ຊຶ່ງເທົ່າກັບ 63-73% ແລະ 60-70% ຕາມລຳດັບ. ສຳລັບນ້ຳເປື່ອຍ C6H10O8, NaHCO3, CH3COOH ແລະ NaCl ມີປະສິດທິພາບໃນສາມາດຫຼຸດຜ່ອນປະລິມານເຊື້ອຈຸລະຊີບທັງໝົດ ແລະ ເຊື້ອຊາໂມເນໃນຜັກສົດເປັນອັນດັບຮອງລົງມາຕາມລຳດັບ. ນອກຈາກນັ້ນ ເຊື້ອ Salmonella spp ທີ່ເປັນໂຄໂລນີດຳ ແລະ ສີຂາວ-ດຳ ສາມາດທົນຕໍ່ເຫຼົ້າເອຕາໂນລ 6% ທີ່ອຸນຫະພູມ 42°C ແລະ ໂຄໂລນີເຫຼົ່ານີ້ເມື່ອຜ່ານການກວດສອບຢັ້ງຢືນເປັນ Salmonella Typhimurium.
ຄຳສັບທີ່ສຳຄັນ: ຈຸລະຊີບທັງໝົດ, ເຊື້ອຊາໂມເນລາ, ຜັກສົດ, ນ້ຳເປື່ອຍ, ການທຳຄວາມສະອາດ.

 

ດາວໂຫລດ

Comparison the Effective of Five Solutions in Cleaning of Fresh Vegetables to Reduce Microorganism and Slmonella spp. - ລາວ (1.8 MB)

Comparison the Effective of Five Solutions in Cleaning of Fresh Vegetables to Reduce Microorganism and Slmonella spp.

ການປະກອບສ່ວນ