ຕະຫຼາດກະສິກຳອິນຊີນະຄອນຫຼວງວຽງຈັນ

Dorine de Gast
ຕະຫຼາດກະສິກຳອິນຊີນະຄອນຫຼວງວຽງຈັນເປັນຕະຫຼາດທີ່ສຳຄັນ ເຊິ່ງມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ
ຊີວະນາໆພັນກະສິກຳ

ຖ້າທ່ານກຳລັງຊອກຊື້ສິນຄ້າ ທາງກະສິກຳສົດໃໝ່ປະຈຳລະດູ ສົ່ງຈາກຊາວກະສິກຳເຖິງທ່ານ, ຈະບໍ່ມີຕະຫຼາດໃດເໝາະສົມໄປກ່ວາຕະຫຼາດກະສິກຳອິນຊີແຫ່ງນີ້ແລ້ວ. ໃນຕອນເຊົ້າຂອງວັນພຸດ ແລະ ວັນເສົາ, ຈະມີຊາວກະສິກອນມາຈາກຫຼາຍພື້ນທີ່ເຕົ້າໂຮມກັນ ເພື່ອຂາຍຜົນຜະລິດຂອງເຂົາເຈົ້າ ທີ່ເດີ່ນຈອດລົດສູນການຄ້າລາວ-ໄອເຕັກ, ເວລາ 6-11 ໂມງເຊົ້າ. ສິນຄ້າມັກຈະຂາຍໝົດກ່ອນເວລາກຳນົດສະເໝີ ເພາະສະນັ້ນການໄປແຕ່ເຊົ້າຄືທາງເລືຶອກທີ່ດີທີ່ສຸດ. ຕະຫຼາດແຫ່ງນີ້ເປັນທາງເລຶອກທີ່ເໝາະສົມແກ່ການຊົມຊື້ ຊຶ່ງເຮົາຈະໄດ້ພົບຜູ້ທີ່ເຮັດການຜະລິດຕົວຈີງ, ສາມາດຖອດຖອນບົດຮຽນກ່ຽວກັບວິຖີການດຳລົງຊີວິດ ແລະ ວິທີການປູກຜົນຜະລິດຕ່າງໆຂອງເຂົາເຈົ້າໄດ້.

ຂໍ້ມູນຈາກ : J&C Services.

ການປະກອບສ່ວນ