ຟານແດງ / Red Muntjac

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Muntiacus muntjak (Zimmermann, 1780) / Cervidae
ຊື່ພ້ອງ
Muntiacus rubidus
Muntiacus bancanus
Cervus pleiharicus
Cervus moschatus
Cervus muntjak
ຊື່ອື່ນ
ລາວ: ຟານແດງ ແລະ ຟານເລົ່າ
German: Indischer Muntjak
English: Barking deer, Indian muntjac, Common muntjac, Bornean red muntjac, Red muntjac, Southern red muntjac ແລະ Sundaland red muntjac.
French: Muntjac indien ແລະ Cerf aboyeur.
Thai: ເກ້ງ ຫຼື ອີ່ເກ້ງ
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

ຈຳພວກກວາງ ຟານ: ຕະກຸນ Cervidae
    ກຸ່ມນີ້ປະກອບດ້ວຍສັດທີ່ລ້ຽງລູກດ້ວຍນົມທີ່ງົດງາມ, ມີລໍາໂຕຍາວ, ມີຂາ ແລະ ຄໍຍາວຮຽວງາມ, ຫາງສັນ ແລະ ຫົວເປັນມຸມແຫລມ. ໂຕຜູ້ທີ່ໃຫຍ່ເຕັມໄວມີເຂົາເເຕກກິ່ງອອກ ແຕກຕ່າງຈາກສັດຄ້ຽວເອື້ອງ ອື່ນໆ. ທົ່ວໂລກມີ 43 ຊະນິດ. ໃນ ສປປ ລາວ 6 ຊະນິດ.
ຟານແດງ(ຟານເລົ່າ) / Red Muntjac
    ຫົວ ແລະ ລຳໂຕ ຍາວ: 98-120 ຊມ. ຫາງ ຍາວ: 17-19 ຊມ. ຄືກັບຟານອື່ນໆ, ຄວບຄຸມການຈະເລີນເຕີບໂຕໄດ້ດີ, ຢູ່ດ້ານໜ້າມີຕ່ອມ 2 ຕ່ອມ, ມີລາຍເປັນແຖບສີດໍາ 1 ແລະ ມີກ້ານເຂົາຍາວ ເປັນກິ່ງ. ເຂົາໂຄ້ງໄປທາງຫລັງສັ້ນ, ແລ້ວຄ່ອຍໂຄງໄປໜ້າເປັນສ່ວນຫລາຍຂອງຄວາມຍາວ, ໂຄ້ງເຂົ້າດ້ານໃນຫລາຍທີ່ສຸດ, ໂຄ້ງກັບຫລັງ ແລະ ທາງປາຍໂຄ້ງລົງລຸ່ມ. ໂຕຜູ້ມີແຂ້ວໝາກແງຍາວຄືກັບງາແຕ່ໂຕແມ່ບໍ່ຍາວ. ລຳໂຕເປັນສີນ້ຳຕານອ່ອນຫາສີນ້ຳຕານແກ່, ໜ້າ ແລະ ຂາເປັນສີນ້ຳຕານຫາສີດຳ, ຄາງ, ລຸ່ມຄໍຫອຍ ແລະ ສ່ວນທ້ອງເປັນສີຂາວ. ຂາມີການປ່ຽນແປງອາດຂ້ອນຂ້າງກວ້າງເປັນສີດຳ ຫຼື ໃຫຍ່ມີສີກົງກັນຂ້າມກັບສີຂອງລໍາໂຕ, ຫາງຍາວຂ້ອນຂ້າງນ້ອຍກວ່າ ຟານຂອງລາວຊະນິດອື່ນໆ ແລະ ທາງຂອບຂອງຫາງເປັນສີແດງປົນຂາວ, ສີເຫລົ່ານີ້ບໍ່ແຕກຕ່າງຈາກ 1/4 ຂອງດ້ານຫລັງ.
    ອຸປະນິໄສ: ໂດຍທົ່ວໄປເປັນສັດຫາກິນຍາມກາງຄືນດັ່ງນັ້ນອາດເຄື່ອນໄຫວໃນຕອນຫົວຄໍ່າ ແລະ ແຕ່ເຊົ້າໆ ຢູ່ໃນບໍລິເວນທີ່ມີຄວາມກົດດັນທາງການລ່າເນື້ອຕ່ຳ, ຕາມທຳມະດາແລ້ວຈະຢູ່ໂດດດ່ຽວ ຫຼື ເປັນຄູ່. ມັກກິນຫຍ້າ, ມີການກຳນົດຂອບເຂດທີ່ຢູ່ຊັດເຈນ.
    ສຽງຮ້ອງ: ມີຄຸນລັກສະນະເປັນສຽງເຕົ່າ ເອກ...ເອກ...ເອກ...
    ຖິ່ນອາໄສ: ພົບຕາມປ່າໄມ້ທຸກໆແບບ, ມັກຢູ່ຕາມເຂດແດນຂອງປ່າ ແລະ ໂປ່ງໃສ. ເປັນຊະນິດທີ່ຫາງ່າຍ (ພົບເລື້ອຍໆ).

ບັນຍາຍການນຳໃຊ້

ອາຫານ: ຊີ້ນ: ເປັນອາຫານທີ່ແຊບ ແລະ ໄດ້ຮັບນິຍົມຫຼາຍ ແຕ່ຫາກິນໄດ້ຍາກ
ສິນຄ້າ: ບາງທ້ອງຖິ່ນຍັງມີການລັກລອບລ່າເພື່ອເປັນສິນຄ້າ ແລະ ຍັງພົບເຫັນວ່າມີການວາງຂາຍຕາມທ້ອງງຕະຫຼາດບາງທ້ອງຖິ່ນ

ການສຶບພັນ ແລະ ວົງຈອນຊີວິດ

ອາຍຸຢືນສະເລ່ຍປະມານ 15 ປີ, ເລີ່ມປະສົມພັນໄດ້ເມື່ອອາຍຸ 1 ປີເຄິ່ງ, ລະດູປະສົມພັນຢູ່ໃນຊ່ວງລະດູໜາວ, ຖືພາດົນ 6 ເດືອນ ແລະ ອອກລູກຄັ້ງລະ 1 ໂຕ

ການປະກອບສ່ວນ