ບ່າງ / Sunda Colugo

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Galeopterus variegatus (Audebert, 1799) / Cynocephalidae
ຊື່ພ້ອງ
Cynocephalus variegatus
ຊື່ອື່ນ
ໄທ: ບ່າງ, ພຸງຈົງ, ພະຈົງ ແລະ ປັກຂະພິຟ້າ.
ຊື່ສາມັນ: Malayan Colugo, Malayan Flying Lemur ແລະ Sunda Colugo.
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

       ຫົວ ແລະ ລຳໂຕຍາວ: 34-42 ຊມ. ຫາງຍາວ: 7.5-27 ຊມ
ສີທີ່ພົບໃນ ສປປ ລາວ ສ່ວນຫຼາຍມີສີດຽວຄືສີນ້ຳຕານເປັນສ່ວນຫຼາຍ, ມີຈຸດແຕ້ມສີຄີມ. ໂຕບ່າງສາມາດຈຳແນກໄດ້ຍ້ອນມັນມີແຜ່ນປີກໜັງທີ່ເໜັ່ງຄຶງໄປຫາປາຍຕີນ, ນິ້ວມື ແລະ ປາຍຫາງ. ແຕ່ບ່າງຊະນິດນີ້ິ້ວມື, ນິ້ວຕີນ ແລະ ຫາງບໍ່ເຊື່ອມຕໍ່ກັນ, ແຜ່ນປີກໜັງນີ້ຈະມີເປັນຈຸດສີນ້ຳຕານໝົ່ນ ແລະ ທາງລຸ່ມສີຈາງໆ, ບ່າງຊະນິດນີ້ໜ້າແຫຼມ, ຫົວໃຫຍ່, ມີຫູສັ້ນມົນ, ຕາຈະສະທ້ອນແສງສີແດງເຮືອງເມື່ອຕ້ອງກັບແສງໄຟສາຍ.
       ອຸປະນິໄສ: ຫາກິນໃນຍາມກາງຄືນ, ອາດຈະພົບກ່ອນຕາເວັນຂຶ້ນ ແລະ ກ່ອນມືດ, ສ້າງຮັງໃນຜົ້ງ, ໂກນຂອງເຫງົ້າໄມ້, ດັງນັ້ນຈຶ່ງມັກເຫັນໃນຍາມກາງເວັນ. ບ່າງເປັນສັດຫາກິນຕາມຕົ້ນໄມ້, ມີຄວາມຄ່ອງແຄ້ວໃນການໄຕ່ລະຫວ່າງຕົ້ນໄມ້. ເປັນສັດທີ່ກິນພືດເປັນອາຫານຈຳພວກຍອດອອ່ນ, ໃບອ່ອນ ແລະ ຢາງໄມ້.
      ສຽງຮ້ອງ: ຮອງຄືສຽງໂມງປຸກ (ສັດຈຳພວກ Sundaic), ສຽງດັງ ຣິບ (Rip) ອາດຈະອອກສຽງເວລາທີ່ມັນຖືກແດດ, ແລ່ນຂຶ້ນຕົ້ນໄມ້ ແລະ ມັກພັກຜ່ອນເທິງຕົ້ນໄມ້.
     ຖິ່ນອາໄສ: ມັກຢູ່ໃນປ່າຕຶບທີ່ກຳລັງເຕີບໃຫຍ່ຢູ່ຕາມເທິງພູສູງ ແລະ ຕ່ຳ, ນອກຈາກນີ້ຍັງມັກຢູ່ຕາມປ່າປະສົມ ແລະ ປ່າຂຽວຕະຫຼອດປີ, ຢູ່ປ່າດົງດິບຂຽວຕະຫຼອດປີຂອງ ສປປ ລາວ, ມີໃນປ່າດົງດິບ. ໄດ້ບັນທຶກໄວ້ຫຼາຍບ່ອນໃນເຂດສາຍພູຫຼວງ, ເຂດປ່າສະຫງວນນາກາຍ-ນ້ຳເທີນໄປຮອດເຂດຂອງແຂວງຫົວພັນ.

ບັນຍາຍການນຳໃຊ້

ເປັນອາຫານຂອງປະຊາຊົນໃນທ້ອງຖີ່ນ ແລະ ພົບເຫັນຂາຍເປັນສິນຄ້າຕາມທ້ອງຕະຫຼາດ.
ຄຸນປະໂຫຍດ: ຄ່າງບິນ Sunda ກິນໝາກໄມ້ ແລະ ດອກໄມ້ ພວກມັນຊ່ວຍກະຈາຍແກ່ນຄ້າຍກັບການກະຈາຍເກສອນ

ການສຶບພັນ ແລະ ວົງຈອນຊີວິດ

ການປະສົມພັນ: ສາມາດປະສົມພັນໄດ້ຕະຫຼອດປີ, ຫຼັງຈາກຕັ້ງທ້ອງໄດ້ປະມານ 60 ວັນຄ່າງບິນ Sunda ໂຕແມ່ຈະອອກລູກເປັນລູກດ່ຽວ, ອາດເກີດເປັນແຝດໄດ້ໃນກໍລະນີໜ້ອຍ, ແຕ່ຖ້າເກີດມາຈະບໍ່ສົມບູນ ແລະ ມີນ້ຳໜັກປະມານ 35 ກຼາມ. ເມື່ອລູກມີອາຍຸໄດ້ 6 ເດືອນຈະຍ່ານົມ ແລະ ຈະເປັນຜູ້ໃຫຍ່ເມື່ອອາຍຸປະມານ 3 ປີ. ແມ່ສາມາດປະສົມພັນໄດ້ອີກຄັ້ງຫຼັງຈາກເກີດ ແລະ ເປັນໄປໄດ້ທີ່ໂຕແມ່ຈະມີລູກໃນຂະນະທີ່ໃຫ້ນົມຢູ່

ການປະກອບສ່ວນ