ໜູງວງຕາເວັນອອກ / Himalayan mole

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Euroscaptor micrurus (Hodgson, 1841) / Talpidae
ຊື່ພ້ອງ
ຊື່ອື່ນ
ຊື່ສາມັນ: Himalayan mole, Eastern mole ແລະ Himalayan ຫຼື Indian short-tailed mole
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

    ງວງ - Mole ແລະ ຕະກູນ Taridae:
   ປະກອບດ້ວຍ 12 ສະກຸນ ທີ່ເປັນສັດຄວັດຮູຢູ່ໃຕ້ດິນ, ສ່ວນຫຼາຍເປັນສັດທີ່ ມີຮ່າງກາຍທ່ອນກົມສົມສ່ວນດີ, ບໍ່ໄດ້ແຍກອອກເປັນສ່ວນຄໍ. ຕີນໜ້າທີ່ແຂງແຮງຄ້າຍຄືໄມ້ພາຍ, ມີຂົນອ່ອນສັ້ນ ແລະ ນຸ້ມນວນ.
1. ຫົວ ແລະ ລຳຕົວຍາວ: 13-16 ຊມ. ຫາງຍາວ: 0.71 ຊມ
      ລັກສະນະໜູງວງແມ່ນສາມາດຈຳແນກໄດ້ຄື: ມີຕີນໜ້າໃຫຍ່, ມີເລັບສີກ, ຂົນສີນ້ຳຕານເຂັ້ມອອກເຫຼືອມປອນເງິນ, ປາກຍາວ, ລັກສະນະເປັນທໍ່ກົມ, ບໍ່ມີຂົນແຕ່ຈະມີໜວດຮັບຄວາມຮູ້ສຶກ, ຕານ້ອຍຫຼາຍ, ບໍ່ມີໃບຫູ, ຫາງສັ້ນຫຼາຍ ແລະ ປົກຫຸ້ມດ້ວຍຂົນ.
      ອຸປະນິໄສ: ເປັນສັດທີ່ຂຸດຮູໃຕ້ດິນ, ອາໄສຢູ່ໃນຮູຢ່າງຖາວອນ ແລະ ເຮັດເປັນຂວຍ, ໜູງວງອາດຈະອອກມາໜ້າດິນໃນຍາມກາງຄືນ ຫຼື ຍາມຝົນຕົກເພື່ອຫາກິນຢູ່ເທິງໜ້າດິນໃນບ່ອນທີ່ມີປ່າໄມ້ປົກຄຸມ, ອາຫານຂອງມັນສ່ວນໃຫຍ່ແມ່ນສັດຢູ່ໃນໜ້າດິນ.
      ສຽງຮ້ອງ:....
      ຖິ່ນອາໄສ: ພົບຕາມປ່າເລົ່າ, ປ່າຕຶບໃນປ່າໄມ້ເຂດພູຫຼວງ ແລະ ເຂດຕໍ່າໃນພາກໃຕ້ຂອງ ສປປ ລາວ. ການແຜ່ກະຈາຍຍັງບໍ່ທັນຮູ້ລະອຽດ, ຂໍ້ມູນບັນທຶກໄດ້ຢ່າງດຽວທີ່ເຂດພູພຽງບໍລິເວນ.

ບັນຍາຍການນຳໃຊ້

ເປັນອາຫານຂອງປະຊາຊົນທ້ອງຖີ່ນທີ່ອາໄສຢູ່ຕາມຊົນນະບົດ ແລະ ພົບເຫັນເປັນສິນຄ້າຕາມທ້ອງຕະຫຼາດໃນທ້ອງຖິ່ນ.

ການປະກອບສ່ວນ