ຜັກສາບ / Lacewing Vine
APA 6th ed. ຜັກສາບ / Lacewing Vine. (2021, August 19). Retrieved from https://www.phakhaolao.la/kb/0001312
MLA 8th ed. ຜັກສາບ / Lacewing Vine. Pha Khao Lao, 19 August 2021, https://www.phakhaolao.la/kb/0001312.
Chicago 17th ed. Pha Khao Lao. 2021. "ຜັກສາບ / Lacewing Vine." Published August 19, 2021. https://www.phakhaolao.la/kb/0001312.
Adenia chevalieri Gagnep.
Adenia coccinea Merr.
Adenia cordifolia Gagnep.
Adenia diversifolia Hallier f.
Adenia formosana Hayata
Adenia longifolia Merr.
Adenia maclurei Merr.
Adenia oblonga Koord.
Adenia palmatifolia Merr.
Adenia pandurata Hallier f.
Adenia parviflora C.Cusset
Adenia pinnatisecta Pham-Hoang-H
Adenia populifolia K.Schum. & Lauterb.
Adenia zucca Merr.
Modecca formosana Hayata
Modecca heterophylla Blume
Passiflora zucca Blanco
ອັງກິດ: Vine, Lacewing ແລະ Lacewing Vine
ຫວຽດນາມ: Dây vòng ky, Thư diệp lá ba thùy, Thư diệp dị diệp, Voòng kỷ, Sơ kinh Dây quạ đen ແລະ Tố liên
ລຳຕົ້ນເປັນລຳເຄືອ, ກ້ຽວພັນຕາມຕົ້ນໄມ້ອື່ນ, ມີເສັ້ນຜ່າສູນກາງປະມານ 3 ມມ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່, ກ້ວາງ 5.2-9 ຊມ, ຍາວ 8-15 ຊມ, ໂຄນໃບມົນ, ຂອບລຽບ, ປາຍໃບຮຽວແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບລຽບມັນທັງສອງດ້ານ, ມີຕ່ອມຂະໜາດໃຫຍ່ 1 ຄູ່, ຈັບຢູ່ບໍລິເວນໂຄນໃບ, ຍາວບໍ່ເກີນ 0.5 ມມ. ກ້ານໃບຮູບກົມ, ຍາວ 2.5-4 ຊມ, ໂຄນກ້ານໃບບິດງໍ. ມີມືຈັບບິດງໍຄືກັບລໍຊໍ, ຍາວ 4-5 ຊມ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ, ຍາວ 5-8 ຊມ. ດອກຍ່ອຍມີ 2-6 ດອກ, ດອກບານເຕັມທີມີຂະໜາດເສັ້ນຜ່າສູນກາງປະມານ 5 ມມ, ດອກແຍກເພດໃນຕົ້ນດຽວກັນ, ສີຂາວ. ກາບດອກເຊື່ອມຕິດກັນ, ຍາວ 15 ມມ, ປາຍແຍກອອກເປັນ 5 ກີບ, ຍາວປະມານ 1-2 ມມ. ກີບດອກເຊື່ອມຕິດກັນເປັນຮູບໂຖ, ປາຍແຍກອອກເປັນ 5 ແສກ, ຂະໜາດນ້ອຍ. ດອກເພດຜູ້ເກສອນເພດຜູ້ແຕ່ລະອັນມີຕ່ອມສີຂາວຢູ່ບໍລິເວນໂຄນ, ຖົງລະອອງຍາວປະມານ 4 ມມ, ສີສົ້ມ. ດອກເພດແມ່, ເຕົ້າໄຂ່ຈັບເທິງ, ອ້ອມຮອບດ້ວຍຕ່ອມສີຂາວ 5 ຕ່ອມ, ເຕົ້າໄຂ່ຍາວປະມານ 10 ມມ, ປາຍຍາວປະມານ 3 ມມ, ປາຍຮວງຮັບສີເຫຼືອງ. ໝາກຮູບຮີ, ມີເສັ້ນຜ່າສູນກາງ 3-3.5 ຊມ, ຍາວປະມານ 9 ຊມ, ໝາກສຸກສີແດງເຂັ້ມ. ຂວັນໝາກຍາວປະມານ 2-2.5 ຊມ. ແກ່ນຈຳນວນຫຼາຍ, ກວ້າງປະມານ 7 ມມ, ຍາວ 8-9 ມມ, ສີີນ້ຳຕານ.
ສັບພະຄຸນ:
ຮາກ: ຊ່ວຍບຳລຸງເລືຶອດຫຼັງເກີດລູກໃໝ່ ແລະ ຮັກສາພະຍາດກະເພາະອາຫານ.
ເຄືອ: ມີສັບພະຄຸນຊ່ວຍແກ້ອາການຖອກທ້ອງ.
ທັງຕົ້ນ: ແກ້ຮ້ອນໃນເນື່ອງຈາກຂາດນ້ຳ ແລະ ແກ້ອາການເຈັບໃນລຳຄໍ.
ຂໍ້ຄວນລະວັງ:
ໝາກ: ມີຢາງທີ່ເປັນພິດ.