ໃບພາຍ / Crypts

ການນຳໃຊ້
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Cryptocoryne albida R.Parker / ARACEAE
ຊື່ພ້ອງ
Cryptocoryne costata Gagnep.
Cryptocoryne hansenii S.Y.Hu
Cryptocoryne korthausiae Rataj
Cryptocoryne retrospiralis subsp. albida (R.Parker) Rataj
ຊື່ອື່ນ
ໄທ: ໃບພາຍອັນບິດາ ແລະ ຄຣິບອັນບິດາ.
ອັງກິດ: Crypts
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກ. ລຳຕົ້ນເປັນລຳເຫງົ້າສັ້ນຢູ່ໃຕ້ດິນ, ມີໜໍ່ແຕກເປັນຕົ້ນໃຫມ່. ໃບດ່ຽວ, ອອກຈາກລຳເຫງົ້າເປັນກໍ່ຕັ້ງຂຶ້ນ, ຮູບແຖບ ຫຼື ຮູບຮີ, ກວ້າງ 1-2 ຊມ, ຍາວ 8-10 ຊມ, ໂຄນກ້ານໃບແຜ່ກວ້າງເປັນປີກຫຸ້ມໃບຈອດກັບ, ຂອບໃບເປັນຄື້ນເລັກນ້ອຍ, ປາຍແຫຼມ, ສີຂຽວເຂັ້ມ ຫຼື ສີຂຽວອົມນ້ຳຕານ, ໃບໃຕ້ນ້ຳຮຽວຍາວ. ຊໍ່ດອກແບບຊໍ່ບອນ, ອອກຈາກລຳເຫງົ້າ, ຍາວ 10-15 ຊມ. ໃບປະດັບຊໍ່ດອກຂະໜາດໃຫຍ່, ຮຽວຍາວບິວວຽນເລັກນ້ອຍສີເຫຼືອງອ່ອນ. ດອກຍ່ອຍຈັບຢູ່ໃນຖານດອກດຽວກັນຈຳນວນຫຼາຍ.

ບັນຍາຍການນຳໃຊ້

ພືດປະດັບ: 

  • ນິຍົມນຳມາປູກປະດັບຕາມນ້ຳຕົກຕາດ ແລະ ປູກປະດັບຕູ້ປາ.
ການປະກອບສ່ວນ