ຫວ້ານຫົວສືບ

ການນຳໃຊ້
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Disporum calcaratum D. Don / Asparagaceae
ຊື່ພ້ອງ
Disporum calcaratum var. hamiltonianum (D. Don) Baker
Disporum hamiltonianum D.Don
Disporum jiangchengense Y.Y.Qian
Disporum latipetalum Collett & Hemsl.
Disporum pedunculatum H.Li & J.L.Huang
Disporum wallichii D.Don
Uvularia betua Buch.-Ham. ex D.Don
Uvularia calcarata Wall.
Uvularia hamiltoniana Wall.
ຊື່ອື່ນ
ໄທ: ຫວ້ານຫົວສືບ, ຄຣົກນ້ອຍ, ຕໍ່ນໍອີ້ ແລະ ນຽມພາສີ.
ຈີນ: 距花万寿竹.
ຫວຽດນາມ: Song hoa cựu, Song bào móng ແລະ Trúc vạn thọ có cựa.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນພືດລົ້ມລຸກ. ລຳຕົ້ນມີຫົວໃຕ້ດິນ, ສ່ວນລຳຕົ້ນເໜືອດິນສູງ 50-90 ຊມ, ສີຂຽວ. ໃບດ່ຽວ, ຮຽງວຽນສະຫຼັບ, ຮູບຫອກ ຫຼື ຮູບຂອບຂະໜານ, ກວ້າງ 3-7 ຊມ, ຍາວ 6-10 ຊມ, ໂຄນໃບມົນ ຫຼື ຕັດ, ຂອບລຽບ, ປາຍແຫຼມ ຫຼື ຮຽວແຫຼມ. ຊໍ່ດອກແບບດິ້ວຄັນຮົ່ມ, ອອກອອກຕາມກິ່ງກ້ານກົງກັນຂ້າມກັບໃບ ຫຼື ຍອດ, ຫ້ອຍລົງ. ດອກຍ່ອຍມີ 4-10 ດອກ, ຮູບຄ້າຍລະຄັງ, ສີຂາວ, ສີຂຽວອ່ອນ ຫຼື ສີມ່ວງ. ກີບດອກເຊື່ອມຕິດກັນ, ປາຍແຍກອອກເປັນ 6 ແສກ, ຍາວປະມານ 5 ມມ, ບໍລິເວນໂຄນກີບມີຢາງໃສ. ເກສອນເພດຜູ້ມີ 6 ອັນ, ຖົງລະອອງສີເຫຼືອງ. ໝາກສົດ, ຮູບກົມ, ໝາກແກ່ເປັນສີມ່ວງເຂັ້ມ. ແກ່ນມີ 2 ແກ່ນ, ສີມ່ວງເຂັ້ມ ຫຼື ສີດຳ.

ບັນຍາຍການນຳໃຊ້

ສັບພະຄຸນ: 

  • ຫົວ: ຕົ້ມດື່ມບຳລຸງກຳລັງ, ແກ້ກາມມະໂຣກ, ຮັກສາພະຍາດທາງເດີນປັດສະວະ ແລະ ຊ່ວຍຈະເລີນອາຫານ.
  • ໃບ: ໃຊ້ປິດແຜຊ່ວຍຫ້າມເລືອດ.

ພືດປະດັບ: ເນື່ອງຈາກດອກ ແລະ ໃບມີຄວາມສວຍງາມຈຶ່ງນິຍົມປູກເປັນໄມ້ປະດັບ. 

ການປະກອບສ່ວນ