ຂາງກະອ້າຍ / Jarak Kayu

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Claoxylon indicum (Reinw. ex Blume) Hassk. / EUPHORBIACEAE
ຊື່ພ້ອງ
Claoxylon caerulescens Ridl.
Claoxylon indicum f. gracilius J.J.Sm.
Claoxylon indicum var. macrophyllum (Hassk.) Müll.Arg.
Claoxylon indicum var. spathulatum Müll.Arg.
Claoxylon macrophyllum Bojer
Claoxylon macrophyllum Hassk.
Claoxylon minus (Blume) Hassk.
Claoxylon molle (Blume) Miq.
Claoxylon parviflorum Hook. & Arn.
Claoxylon polot Merr.
Croton halecum Roxb.
Croton pigmentarius Noronha
Croton tabacifolius Geiseler
Erythrochilus indicus Reinw. ex Blume
Erythrochilus minor Blume
Erythrochilus mollis Blume
Niota globosa Blanco
ຊື່ອື່ນ
ໄທ: ຂາງນ່ຳເຜີ້ງ, ຜັກຫວານໃບໃຫຍ່, ສັບແປ້ງ, ງຸ້ນເຜິ້ງຂາວ, ຫູຄວາຍ ແລະ ຂາກະອ້າຍ.
ອັງກິດ: Laping Budak, Jarak Kayu ແລະ Lampin Budak.
ຈີນ: 白桐樹 ແລະ 丟了棒.
ຫວຽດນາມ: Hốc kheo, Lộc mại, Lộc mại ấn, Lộc mại lá bầu, mại mại, mọ trắng, lộc ma, ching hôi ແລະ bồ lốt.
ບັນຍາຍລັກສະນະພືດສາດ

ເປັນຟຸ່ມຂະໜາດໃຫຍ່ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງປະມານ 2-10 ມ, ທຸກສ່ວນມີຂົນຂຶ້ນຢ່າງໜາແໜ້ນ, ເປືອກນອກບາງ, ລຽບ, ສີເທົາອ່ອນ. ໃບດ່ຽວ, ອອກວຽນສະຫຼັບ, ຮູບຮີ ຫຼື ຮູບໄຂ່, ກວ້າງ 7-16 ຊມ, ຍາວ 10-25 ຊມ, ໂຄນໃບມົນ ຫຼື ວ້ຳຕື້ນ, ຂອບວ້ຳຕື້ນ, ປາຍແຫຼມ, ແຜ່ນໃບໜານຸ້ມ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນສັ້ນສີຄີມປົກຄຸມທັງສອງດ້ານຢ່າງໜາແໜ້ນ. ກ້ານໃບກົມ, ຍາວປະມານ 8 ຊມ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບໃກ້ກັບປາຍກິ່ງ, ດອກແຍກເພດຕ່າງຕົ້ນກັນ. ຊໍ່ດອກເພດຜູ້ຍາວປະມານ 33 ຊມ, ສີເຫຼືອງແກມຂຽວ. ດອກຍ່ອຍມີຈຳນວນຫຼາຍ, ມີຂະໜາດປະມານ 4.5 ມມ. ເກສອນເພດຜູ້ມີ 20 ອັນ. ຊໍ່ດອກເພດແມ່ຍາວປະມານ 7.5 ຊມ, ສີຂຽວອອ່ນ. ດອກຍ່ອຍຈຳນວນຫຼາຍ, ມີຂະໜາດປະມານ 3 ມມ. ເຕົ້າໄຂ່ມີ 3-4 ຫ້ອງ. ໝາກເປັນໝາກແຫ້ງແລ້ວແຕກເປັນຫຼາຍພູ, ມີຮ່ອງຕາມຍາວ, ມີຂົນສັ້ນອ່ອນນຸ້ມກະຈາຍຢ່າງໜາແໜ້ນ, ສີຂຽວ. ແກ່ນມີຂະໜາດ 3-3.8 ມມ, ມີເຈ້ຍຫຸ້ມສີແດງ.

ບັນຍາຍການນຳໃຊ້

ອາຫານ:
    ໃບອ່ອນ: ກີນເປັນເຄື່ອງຄຽງຄ້າຍກັບຜັກສະຫຼັດ, ໃຊ້ເປັນຜັກໜຶ້ງ, ໃຊ້ເປັນຊອດ ແລະ ໃຊ້ເຮັດເປັນນ້ຳຈິ່ມລົດເຜັດໄດ້.
ສັບພະຄຸນ:
    ໃບ: ໃຊ້ເປັນຢາລະບາຍ ແລະ ນຳມາຕົ້ມຮັກສາພະຍາດຕ່າງໆ, ນຳມາຕໍາພອກ ຫຼື ທາບໍລິເວນໜ້າອົກຮັກສາພະຍາດຫອບຫືດ.
    ລຳຕົ້ນ: ນຳມາຕຳພອກແກ້ອາການເຈັບຫູ ແລະ ຫູອື້.
ໝາຍເຫດ:
    ເນື້ອໄມ້: ມີຄວັນຫຼາຍເຮັດໃຫ້ຫາຍໃຈຟືດ ເພາະສະນັ້ນຈຶ່ງບໍ່ສາມາດນຳມາເຮັດຝືນໄດ້.

ການປະກອບສ່ວນ