ຖົ່ວອ້ອມ / Siratro

ການນຳໃຊ້
ອາຫານ
ຊື່ວິທະຍາສາດ / ຕະກຸນ
Macroptilium atropurpureum (DC.) Urb. / FABACEAE
ຊື່ພ້ອງ
Phaseolus affinis Piper
Phaseolus atropurpureus DC.
Phaseolus atropurpureus var. canescens (M. Martens & Galeotti) Hassl.
Phaseolus atropurpureus var. ecuadoriensis Hassl.
Phaseolus atropurpureus var. pseuderythroloma Hassl.
Phaseolus canescens M.Martens & Galeotti
Phaseolus dysophyllus Benth.
Phaseolus schiedeanus Schltdl.
Phaseolus semierectus var. atropurpureus (Moc. & Sessé ex DC.) M. Gómez
Phaseolus vestitus Hook.
ຊື່ອື່ນ
ໄທ: ຖົ່ວສ້ຽນປ່າ, ຖົ່ວຜີເລື້ອຍ ແລະ ຖົ່ວເຊີຣາໂຕ.
ອັງກິດ: Purple bush-bean, Siratro, atro, purple bean, ແລະ conchito.
ຈີນ: 紫花大翼豆.
ບັນຍາຍລັກສະນະພືດສາດ

ລຳຕົ້ນເປັນລຳເຄືອ, ພັນຕາມຕົ້ນໄມ້ອື່ນ, ມີລັກສະນະຮຽວຍາວ ແລະ ມີຂົນຂຶ້ນກະຈາຍທົ່ວລຳຕົ້ນ, ມີລຳຕົ້ນໃຕ້ດິນ ແລະ ຮາກສະສົມອາຫານ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ, ອອກຮຽງສະຫຼັບ. ໃບຍ່ອຍມີ 3 ມບ, ຮູບໄຂ່ ຫຼື ຮູບຮີ, ກ້ວາງ 6-8 ຊມ, ຍາວ 10-12 ຊມ, ໂຄນໃບຕັດ ຫຼື ມົນ, ຂອບລຽບ, ປາຍແຫຼມ, ມີຂົນຍາບປົກຄຸມທັງສອງດ້ານ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ, ຍາວ 10-18 ຊມ, ມີຂົນ. ດອກຍ່ອຍມີຈຳນວນຫຼາຍ, ສີແດງ ຫຼື ສີມ່ວງເຂັ້ມ. ໃບປະດັບຊໍ່ດອກ ແລະ ໃບປະດັບດອກ. ກາບດອກໂຄນເຊື່ອມຕິດກັນ, ປາຍແຍກອອກເປັນ 5 ແສກ, ມີຂົນສັ້ນ. ກີບດອກຮູບດອກຖົ່ວ, ມີກີບດອກ 5 ກີບ, ກີບເທິງເຊື່ອມຕິດກັນເປັນຮູບໄຂ່, ກີບຂ້າງຮູບກຽວ. ເກສອນເພດຜູ້ເຊື່ອມຕິດກັນເປັນ 2 ກຸ່ມ. ເຕົ້າໄຂ່ຮູບແຖບ, ມີຂົນ. ໝາກເປັນຝັກ, ຮູບຂອບຂະໜານ, ຍາວ 8-10 ຊມ, ໝາກແຫ້ງແລ້ວແຕກບິດວຽນ. ແກ່ນມີຈຳນວນຫຼາຍ, ຮູບແກ່ນຖົ່ວ, ສີນ້ຳຕານ.

ບັນຍາຍການນຳໃຊ້

ອາຫານ:
    ຍອດ ແລະ ໃບອ່ອນ: ໃຊ້ເປັນອາຫານໂດຍສະນຳໄປໃສ່ໃນແກງແຄໄດ້.
    ໝາກ: ໝາກອ່ອນສາມາດນຳມາລວກກິນກັບແຈ່ວ ຫຼື ໃສ່ຕຳ.
    ແກ່ນ: ໃຊ້ເຮັດນ້ຳຫວານ ຫຼື ເຮັດໄສ້ເຂົ້າໜົມ.
ຄຸນປະໂຫຍດ:
    ໃຊ້ປູກເປັນພືດຄຸມດິນເພື່ອຟື້ນຟູສະພາບດິນ.
    ປູກເປັນອາຫານສັດ.
    ໃຊ້ໝັກຝຸ່ນຊິວະພາບ.

    ການປະກອບສ່ວນ