ຕົ້ນຕີນເປັດຂາວ

ການນຳໃຊ້
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Alstonia rupestris Kerr / APOCYNACEAE
ຊື່ພ້ອງ
Blaberopus rupester (Kerr) Pichon
ຊື່ອື່ນ
ໄທ: ຕົ້ນຕີນເປັດດອຍ
ຈີນ: 岩生羊角棉
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ເປັນໄມ້ຟຸ່ມ. ລຳຕົ້ນຕັ້ງຊື່, ສູງປະມານ 4 ມ, ເປືອກຕົ້ນແຕກເປັນຮ່ອງຕາມລວງຍາວຂອງລຳຕົ້ນ, ສີເທົາ ຫຼື ສີນ້ຳຕານອ່ອນ. ໃບດ່ຽວ, ອອກເປັນວົງຮອບ, ຮູບຂອບຂະໜານ ຫຼື ຮູບໃບຫອກ, ກ້ວາງ 0.5-1.5 ຊມ, ຍາວ 2.5–11 ຊມ, ໂຄນໃບຮຽວແຫຼມ, ຂອບລຽບ, ປາຍມົນ ຫຼື ຮຽວແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ລຽບມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ. ກ້ານໃບຮູບກົມ, ຍາວ 1-1.5 ຊມ, ຊໍ່ດອກແບບກະຈຸກຮຽງເປັນວົງແບບແຕກແໜງ, ອອກຕາມປາຍກິ່ງ, ຍາວ 6-9 ຊມ. ກາບດອກມີ 5 ກາບ, ຮູບຫອກ, ສີຂຽວ. ກີບດອກເຊື່ອມຕິດກັນເປັນຫຼອດຍາວ 6-9 ມມ, ປາຍແຍກອອກເປັນ 5 ແສກ, ຊ້ອນເຫຼື່ອມກັນແຕ່ຊ້າຍຫາຂວາ, ຮູບໄຂ່ ຫຼື ຮູບຫອກ, ຍາວປະມານ 9 ມມ. ເກສອນເພດຜູ້ຈັບເຄິ່ງຫຼອດກີບດອກ, ກ້ານດອກກ້ຽງ. ເຕົ້າໄຂ່ມັນ 2 ຫ້ອງ, ແຕ່ລະຫ້ອງມີຫຼາຍເມັດໄຂ່, ປາຍຮວງຮັບແຍກອອກເປັນ 2 ແສກ, ຍາວ 5-6 ມມ. ໝາກກຸ່ມ, ມີ 2 ຝັກ, ຍາວ 10-24 ຊມ. ແກ່ນຈຳນວນຫຼາຍ, ຍາວປະມານ 5 ມມ, ມີຂົນຂຸຍ, ຍາວປະມານ 1 ມມ.

ບັນຍາຍການນຳໃຊ້

ສັບພະຄຸນ: 

  • ໃບ: ນຳມາບົດໃຫ້ລະອຽດພອກຮັກສາແຜ ແລະ ລ້າງແຜທີ່ຕິດເຊື້ອ.
  • ເປືອກ ແລະ ນ້ຳຢາງ: ມີລົດຊາດຂົມ ເຮັດໃຫ້ເປັນຢາບຳລຸງກຳລັງ.

ສິນຄ້າ: 

  • ເນື້ອໄມ້: ຖືກນຳມາແປຮູບເປັນໄມ້ອັດ ແລະ ເຄື່ອງມືເພື່ອເຮັດກະສິກຳ
ການປະກອບສ່ວນ