ເຫັດນ້ຳແປ້ງ / White Russula

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Russula alboareolata Hongo / Russulaceae
ຊື່ພ້ອງ
ຊື່ອື່ນ
Thai: Het Nam Peang
ບັນຍາຍລັກສະນະພືດສາດ

ລັກສະນະທົ່ວໄປ ດອກກວ້າງ 5-10 ຊັງຕິແມັດ, ເຄິ່ງກາງດອກເປັນແອ່ງວໍ້າລົງເລັກນ້ອຍ, ປົກຄຸມດ້ວຍເກັດສີຂາວ, ຂອບມີຮອຍວໍ້າ, ຈິກຂາດເມື່ອແກ່, ກີບຕິດກັບກ້ານ, ກີບກວ້າງລຽນຫ່າງເລັກນ້ອຍ, ສີຂາວ. ກ້ານດອກຂະໜາດ 2-6 x 1,5-2 ຊັງຕິແມັດ, ຮູບຊົງກະບອກສີຂາວ. ລັກສະນະສະປໍ ຂ້ອນຂ້າງກົມ, ຂະໜາດ 5-8 x 5,5-7,5 ໄມໂຄຣແມັດ.

ເກີດຕາມດິນໃນເຂດປ່າໂຄກ, ເປັນເຫັດທີ່ເກີດດ່ຽວ.

ບັນຍາຍການນຳໃຊ້

ສາມາດກີນໄດ້ ແລະ ປຸງແຕ່ງເປັນອາຫານໄດ້ຫຼາຍປະເພດເຊັ່ນ: ຂົ້ວ, ແກ້ງ, ປີ້ງ ແລະ ຕໍ່າແຈ່ວ. ຍັງພົບເຫັນຂາຍຕາມທ້ອງຕະຫຼາດໃນຊ່ວງລະດູການ.

ການປະກອບສ່ວນ