ກະຈຽວຂາວ/ Waan Chak Modlook

ການນຳໃຊ້
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Curcuma comosa Roxb. / ZINGIBERACEAE
ຊື່ພ້ອງ
ຊື່ອື່ນ
ໄທ: ຫວ້ານຊັກມົດລູກ
ບັນຍາຍລັກສະນະພືດສາດ

ເປັນພືດທີ່ມີຫົວ ຫຼື ລຳເຫງົ້າ, ຢູ່ໃຕ້ດິນ, ກ້ວາງ 5-6 ຊມ, ຍາວ 8-10 ຊມ, ເນື້ອເປັນສີນ້ຳຕານ ຫຼື ສີຂາວ, ລຳຕົ້ນເໜືອດິນສູງປະມານ 60 ຊມ. ໃບດ່ຽວ, ອອກວຽນສະຫຼັບ, ຮູບຮີ ຫຼື ຮູບຂອບຂະໜານ, ກ້ວາງ 14-17 ຊມ, ຍາວ 20-40 ຊມ, ໂຄນໃບຮຽວແຫຼມ ຫຼື ບ້ຽວ, ຂອບລຽບ ຫຼື ເປັນຄື້ນເລັກນ້ອຍ, ປາຍແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວລຽບທັງສອງດ້ານ, ສີຂຽວ ແລະ ມີສີແດງເປັນແສດຍາວຕາມຄວາມຍາວຂອງເສັ້ນກ່າງກາງໃບ. ກ້ານໃບແປ, ລັກສະນະເປັນກາບໂອບຫຸ້ມເປັນລຳຕົ້ນ, ຍາວປະມານ 10-18 ຊມ. ຊໍ່ດອກແບບກະຈະ, ເກີດຈາກລຳເຫງົ້າ, ເກີດກ່ອນໃບ, ຍາວປະມານ 20 ຊມ. ກ້ານຊໍ່ດອກຮູບກົມ, ຍາວປະມານ 10 ຊມ. ໃບປະດັບດອກສ່ວນລຸ່ມຮູບໄຂ່, ສີຂາວປົນສີຂຽວ, ໃບປະດັບດອກສ່ວນປາຍເປັນສີບົວເຂັ້ມ. ກີບດອກມີ ກີບຂ້າງ ແລະ ກີບປາກສີຂາວ ແລະ ມີສີເຫຼືອງຢູ່ກາງກີບປາກ. ຖົງລະອອງມີປາຍແຍກອອກເປັນ 3 ແສກ, ປາຍແຫຼມ, ຊີ້ລົງ. ເຕົ້າໄຂ່ຍາວປະມານ 4 ມມ, ຜິວລຽບ.

ບັນຍາຍການນຳໃຊ້

ສັບພະຄຸນ: 

  • ຊ່ວຍເຮັດໃຫ້ກ້າມຊິ້ນກະຊັບຂຶ້ນ, ຮັກສາອາການມົດລູກບໍ່ເຂົ້າອູ່, ມີສ່ວນຊ່ວຍເສີມ ຫຼື ຂະຫຍາຍໜ້າເອິກ, ເຮັດໃຫ້ຜິວພັນສົດໃສ, ຂາວນວນ ແລະ ເລືອດຝາດ, ຊ່ວຍບຳລຸງຜິວ, ຝ້າ ແລະ ຮອຍດຳ, ຊ່ວຍກະຊັບໜ້າທ້ອງຍ່ອນຫຼັງຄອດລູກ ຫຼື ຊ່ວຍປັບຊ່ອງຄອດພາຍໃນຂອງແມ່ຍິງໃຫ້ມົດລູກເຂົ້າອູ່ໄວຂຶ້ນ.
  • ຊ່ວຍແກ້ອາລົມແປປວນຂອງຜູ້ຍິງ ເຊັ່ນ ອາລົມຮ້າຍ, ຈິດໃຈອ່ອນແອ, ຄຽດງ່າຍ, ອ່ອນໄຫວງ່າຍໃຫ້ຫາຍໄດ້, ຊ່ວຍດັບກິ່ນປາກ ແລະ ກິ່ນຕົວ. 
  • ປ້ອງກັນມະເຮັງປາກມົດລູກ ຫຼື ມະເຮັງໃນມົດລູກໄດ້, ຊ່ວຍເຮັດໃຫ້ຊິ້ນປົ່ງໃນຊ່ອງຄອດຫຽວຕົວລົງ, ຊ່ວຍດັບກິ່ນໃນຊ່ອງຄອດໃຫ້ຫາຍໄປ, ຊ່ວຍເພີ່ມນ້ຳຫຼໍ່ລື່ນໃນຊ່ອງຄອດຂອງແມ່ຍິງ, ຮັກສາອາການເຈັບທ້ອງນ້ອຍເປັນປະຈຳໃຫ້ດີຂຶ້ນ, ແກ້ບັນຫາປະຈຳເດືອນມາບໍ່ປົກກະຕິ, ແກ້ອາການເຈັບທ້ອງລະຫວ່າງມີປະຈຳເດືອນ ຫຼື ແກ້ອາການເຈັບທ້ອງໜັກໃຫ້ດີຂຶ້ນ, ແກ້ອາການລົງຂາວໃນແມ່ຍິງ, ເຮັດໃຫ້ແມ່ຍິງມີອາລົມທາງເພດທີ່ສົມບູນ ແລະ ຊ່ວຍຟື້ນຟູອາລົມທາງເພດຂອງແມ່ຍິງ.
  • ຊ່ວຍຂັບນ້ຳຄາວປາ, ຊ່ວຍແກ້ພິດອາຫານບໍ່ຍ່ອຍ, ບັນເທົາ ແລະ ຮັກສາອາການຂອງພະຍາດລິດຊີດວງທະວານໜັກ, ຮັກສາພະຍາດໄສ້ລົງຫໍາ ແລະ ຫຼຸດອາການຮ້ອນວູບວາບໃນແມ່ຍິງໄວທອງ.
  • ຊ່ວຍຕ້ານອານຸມູນອິດສະຫຼະ ແລະ ອາການອັກເສບຕ່າງໆ ເຊິ່ງເປັນສາເຫດຂອງການເຊື່ອມ ແລະ ພິດປົກກະຕິຂອງຈຸລັງໃນຮ່າງກາຍ, ຊ່ວຍປົກປ້ອງຈຸລັງເຊຕິນາຈາກອານຸມູນອິດສະຫຼະຕ່າງໆ, ປ້ອງກັນພະຍາດຕໍຕາປະສາດເຊື່ອມຂອງໄວທອງ, ປ້ອງກັນ ແລະ ຮັກສາກະດູກຜ່ອຍ ໂດຍການປ້ອງກັນການສູນເສຍແຄລຊຽມ ແລະ ຮັກສາຄວາມໜາແໜ້ນຂອງມວນກະດູກ.
  • ຮັກສາ ແລະ ຊ້ອມແຊມລະບົບຫຼອດເລືອດ ແລະ ຫົວໃຈ, ເຮັດໃຫ້ຫຼອດເລືອດແຂງຕົວຫຼາຍຂຶ້ນ ແລະ ຊ່ວຍປ້ອງກັນເຈ້ຍຫຸ້ມຫຼອດເລືອດທີ່ໄປລ້ຽງຫົວໃຈໃຫ້ມີຄວາມຍືດຍຸນ.
  • ຊ່ວຍຂ້າຈຸລັງເມັດເລືອດຂາວ ໂດຍການໄປທຳລາຍດີເອັນເອຂອງຈຸລັງມະເລັງ, ຊ່ວຍໃນການລຳລຽງໄຂມັນອອກຈາກຈຸລັງຕ່າງໆເຂົ້າໄປໃນຕັບ, ຊ່ວຍເສີມໃຫ້ເກີດການຂັບຄໍເຣສໂຕຣອລ ແລະ ກົດນ້ຳບີອອກສູ່ທາງເດີນອາຫານເພື່ອສົ່ງອອກນອກຮ່າງກາຍໃນທາງອາຈົມ, ຊ່ວຍກະຕຸ້ນການລັ່ງນ້ຳບີ ແລະ ຊ່ວຍກະຕຸ້ນການລັ່ງນ້ຳບີໃຫ້ຫຼາຍຂຶ້ນຈຶ່ງຊ່ວຍຫຼຸດການເກີດໜີ້ວໃນຖົງນ້ຳບີ, ຊ່ວຍປົກປ້ອງຈຸລັງມະເຮັງຕັບຈາກສານພິດ carbon tetrachloride ໂດຍການກະຕຸ້ນກົນໄກການລ້າງພິດ ແລະ ຫຼຸດການສ້າງທາດເຄມີທີ່ເປັນພິດຕໍ່ຮ່າງກາຍ, ຊ່ວຍປົກປ້ອງຕັບ ແລະ ໝາກໄຂ່ຫຼັງ.
  • ສາມາດຕ້ານການອັກເສບຕ່າງໆ ເຊິ່ງເປັນຜົນດີຂອງພະຍາດໃນລະບົບປະສາດ.

ສິນຄ້າ:

  • ນຳມາເປັນສ່ວນປະສົມຫຼັກໃນການຜະລິດສະໝູນໄພຊະນິດຕ່າງໆ ເຊັ່ນ ທັງຊະນິດແຄບຊູນ ແລະ ຊະນິດຜົງເປັນຕົ້ນ. ເພື່ອຂາຍເປັນສິນຄ້າສົ່ງອອກ.

ຜົນຂ້າງຄຽງ: 

  •  ມີອາການຕົກຂາວຫຼາຍກວ່າປົກກະຕິ ແຕ່ສາມາດຮັບປະທານຕໍ່ໄດ້ເລີຍ.
  • ມີອາການວຽນຫົວ, ເຈັບຫົວ, ໂຕຮ້ອນ, ມີອາການໄອຄືຈະເປັນໄຂ້, ເຊິງມັກເກີດຂຶ້ນໃນແມ່ຍິງທີ່ມີສຸຂະພາບອ່ອນແອ.
  • ມີຜື່ນຂຶ້ນຕາມຜິວໜັງ ແລະ ຕາມຕົນໂຕ ເຊິ່ງເປັນອາການທີ່ພົບໄດ້ໜ້ອຍ.
  • ມີອາການເຈັບໜ້າເອິກ, ຕຶງໜັາເອິກ ຫຼື ເຈັບມົດລູກ ແລະ ຊ່ອງຄອດ.
  • ສຳລັບແມ່ຍິງໄວທອງ ຫຼື ໄວໝົດປະຈຳເດືອນ ຫຼັງຈາກຮັບປະທານອາດຈະມີປະຈຳເດືອນເກີດຂຶ້ນໃໝ່.

ໝາຍເຫດ: ຜົນຂ້າງຄຽງດັງກ່າວເປັນຜົນມາຈາກກົນໄກການເຮັດວຽກທາດເຄມີໃນຫົວຫວ້ານແຕ່ບໍ່ໄດ້ເປັນອັນຕະລາຍແຕ່ຢ່າງໃດ.

ການປະກອບສ່ວນ