ໝາກແຕງກວາ / Cucumber

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Cucumis sativus L. / CUCURBITACEAE
ຊື່ພ້ອງ
Cucumis esculentus Salisb.
Cucumis hardwickii Royle
Cucumis muricatus Willd.
Cucumis rumphii Hassk.
Cucumis sativus subsp. agrestis Gabaev
Cucumis sativus f. albus M.Hiroe
Cucumis sativus f. albus Pangalo
Cucumis sativus var. albus Ser.
Cucumis sativus var. anatolicus Gabaev
Cucumis sativus var. anglicus L.H. Bailey
Cucumis sativus var. arakis Forssk.
Cucumis sativus f. australis Kitam.
Cucumis sativus var. battich-djebbal Forssk.
Cucumis sativus f. borealis Kitam.
Cucumis sativus var. brullos Forssk.
Cucumis sativus f. brunnescens Gabaev
Cucumis sativus var. chatte Forssk.
Cucumis sativus var. chiar Forssk.
Cucumis sativus var. cilicicus Gabaev
Cucumis sativus var. ennemis Forssk.
Cucumis sativus var. europaeus Gabaev
Cucumis sativus var. fakus Forssk.
Cucumis sativus var. falcatus Gabaev
Cucumis sativus var. fastigiatus Ser.
Cucumis sativus var. flavus Ser.
Cucumis sativus subsp. gracilior Gabaev
Cucumis sativus var. grossularioides Tkachenko
Cucumis sativus var. hardwickii (Royle) Gabaev
Cucumis sativus var. indo-europeus Gabaev
Cucumis sativus var. irano-turanicus Gabaev
Cucumis sativus var. izmir Gabaev
Cucumis sativus f. pallescens Gabaev
Cucumis sativus var. pallidus Gabaev
Cucumis sativus subsp. rigidus Gabaev
Cucumis sativus var. schemmam Forssk.
Cucumis sativus var. squamosus Gabaev
Cucumis sativus var. testudaceus Gabaev
Cucumis sativus f. tuberculatus Hiroë
Cucumis sativus var. tuberculatus Gabaev
Cucumis sativus f. typicus Gabaev
Cucumis sativus var. variegatus Ser.
Cucumis sativus f. viridis Gabaev
Cucumis sativus var. viridis Ser.
Cucumis sativus var. vulgatus Gabaev
Cucumis sativus var. xishuangbannanesis Qi Chunzhang & Yuan Zhenzhen
Cucumis setosus Cogn.
Cucumis sphaerocarpus Gabaev
Cucumis vilmorinii Spreng.
ຊື່ອື່ນ
ລາວ: ໝາກແຕງຄ້າງ, ແຕງກວາ ແລະ ແຕງຂີ້ໄກ່.
ໄທ: ແຕງກວາ, ແຕງຂີ້ໄກ່, ແຕງຂີ້ຄວາຍ, ແຕງຊ້າງ, ແຕງປີ ແລະ ແຕງຮ້ານ.
ອັງກິດ: Cucumber, Garden Cucumber, Gherkin, Timun ແລະ Mentimun.
ຈີນ: 黄瓜.
ບັນຍາຍລັກສະນະພືດສາດ

ຈັດເປັນພືດລົ້ມລຸກ. ລຳຕົ້ນເປັນລຳເລືອ, ຍາວ 2-3 ມ, ມີຂໍ້, ແຕ່ລະຂໍ້ຍາວ 10-20 ຊມ, ມີມືເກາະອອກບໍລິເວນຂໍ້ເຮັດຫນັາທີ່ຍຶດເກາະລຳຕົ້ນກັບຕົ້ນໄມ້ອື່ນ, ທຸກສ່ວນຂອງລຳຕົ້ນມີຂົນແຂງ ແລະ ມີຢາງໃສ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບສາມແຈ ຫຼື ຮູບຫົວໃຈ, ມີມູມ 3-5 ມູມ, ກ້ວາງ 10-15 ຊມ, ຍາວ 14-16 ຊມ. ກ້ານໃບກົມ, ຍາວ 5-15 ຊມ, ມີຊ່ອງຫວ່າງພາຍໃນ, ໂຄນໃບຮູບຫົວໃຈ, ຂອບໃບແສກແຂ້ວເລື່ອຍ, ປາຍແຫຼມ. ດອກດຽວ, ອອກບໍລິເວນງ່າມໃບ, ດອກແຍກເພດໃນຕົ້ນດຽວກັນ. ກາບດອກມີ 5 ກາບ, ສີຂຽວ. ກີບດອກມີ 5 ກີບສີເຫຼືອງ. ດອກຜູ້ບໍ່ມີເຕົ້າໄຂ່, ມີເກສອນເພດຜູ້ຢື່ນອອກມາ. ດອກແມ່ເຕົ້າໄຂ່ຈັບລຸ່ມ, ບໍ່ມີເກສອນເພດຜູ້. ໝາກຮູບຊົງກະບອກ, ຍາວ 5-40 ຊມ, ເນື້ອອົມນ້ຳ, ສີຂາວ. ແກ່ນມີຈຳນວນຫຼາຍ, ຮູບຮີ, ສີຂາວ.

ບັນຍາຍການນຳໃຊ້

ອາຫານ: 

  • ໝາກ:  ນິຍົມນຳມາກິນສົດ, ເປັນເຄື່ອງຄຽງກັບແຈ່ວ ແລະ ຊ່ວຍຜ່ອນຄາຍຄວາມເຜັດ. ນອກຈາກນີ້ຍັງສາມາດນຳມາປຸງແຕ່ງອາຫານໄດ້ຫຼາຍເມນູ ເຊັ່ນ ຍຳໝາກແຕງໄຂ່ຕົ້ມ, ຕໍາ ແລະ ອື່ນໆ.

ສັບພະຄຸນ: 

  • ເຄືອ: ຊ່ວຍຫຼຸດຄວາມດັນເລືອດ.
  • ໃບ: ຊ່ວຍແກ້ອາການຖອກທ້ອງ ແລະ ເຈັບທ້ອງບິດ.
  • ໝາກ: ຊ່ວຍແກ້ອາການຂາດນ້ຳ, ຫຼຸດຄວາມຮ້ອນໃນຮ່າງກາຍ, ເຮັດໃຫ້ຮ່າງກາຍສົດຊື່ນ ແລະ ຊ່ວຍເພີ່ມຄວາມຊຸ່ມໃຫ້ກັບຮ່າງກາຍ, ຊ່ວຍກຳຈັດສິ່ງຕົກຄ້າງໃນຮ່າງກາຍ, ມີສານຟີນອລທີ່ເຮັດຫນ້າທີ່ຕ້ານອານຸມູນອິດສະຫຼະ, ຊ່ວຍຮັກສາຄວາມສົມດູນຕ່າງໆພາຍໃນຮ່າງກາຍ, ຮັກສາລະດັບນ້ຳຕານໃນເລືອດ, ເສີມສ້າງພູມຄຸ້ມກັນ, ມີສານໂພແທກຊຽມ ແລະ ແມງການິດທີ່ເຮັດໜ້າທີ່ຄວບຄຸມຄວາມດັນເລືອດ ແລະ ຄວາມສົມດູນຂອງຮ່າງກາຍ, ມີສານແມັກນີຊຽມຊ່ວຍເສີມສ້າງການເຮັດວຽກຂອງລະບົບປະສາດ, ລະບົບກ້າມເນື້ອ ແລະ ລະບົບມູນວຽນເລືອດ.
  • ໝາກ ແລະ ແກ່ນອ່ອນ: ຊ່ວຍຕ້ານມະເຮັງ, ຊ່ວຍເສີມສ້າງການເຮັດວຽກຂອງລະບົບປະສາດ, ເພີ່ມຄວາມຈຳ ແລະ ແກ້ອາການນອນບໍ່ຫຼັບ.
  • ນ້ຳແຕງກວາ: ຊ່ວຍແກ້ໄຂ້, ແກ້ອາການເຈັບຄໍ, ຊ່ວຍຫຼູດອາການນອນບໍ່ຫຼັບ,​ ຊ່ວຍຫຼຸດກົດໃນກະເພາະອາຫານ, ຊ່ວຍໃນການຂັບຖ່າຍ, ປ້ອງກັນ ແລະ ແກ້ອາການທ້ອງຜູກ, ເປັນຢາລະບາຍອ່ອນໆ, ບຳລຸງລະບົບຍ່ອຍອາຫານໃນຮ່າງກາຍ, ຊ່ວຍຂັບປັດສະວະ ແລະ ຊ່ວຍຫຼຸດອາການບວມນ້ຳ.
  • ເສັ້ນໄຍຈາກໝາກແຕງ: ຊ່ວຍຄວບຄຸມລະດັບຄໍເລສໂຕຣອລ ແລະ ໃຫ້ພະລັງງານຕໍ່າ.

ຂໍ້ມູນທາງວິທະຍາສາດ:

  • ສາມາດຂ້າເຊື້ອ, ຊ່ວຍຢັບຢັ້ງແບກທິເຣຍ, ກະຕຸ້ນລຳໄສ້ນ້ອຍ ແລະ ມົດລູກໃຫ້ຫົດຕົວ, ກະຕຸ້ນການສ້າງແບກທິເຣຍ, ຢັບຢັ້ງຕ່ອມໄທລອຍອັກເສບ, ຕ້ານການກາຍພັນ ຫຼື ການຈະເລີນເຕີບໂຕຂອງຊີ້ນງອກ, ຊ່ວຍຂ້າພະຍາດພິດ, ກະຕຸ້ນການສ້າງ interferon, ໄລ່ແມງໄມ້, ຮັກສາພະຍາດເລືອດອອກຕາມວາງແຂ້ວ ແລະ ລົບຮອຍແຜ.
  • ປະກອບດ້ວຍສານສຳຄັນຫຼາຍຊະນິດທີ່ຊ່ວຍເສີມສ້າງສຸຂະພາບຜິວທີ່ດີ ແລະ ເປັນສານຕັ້ງຕົ້ນໃນການສັງເຄາະທີ່ໃຫ້ຄວາມຊຸ່ມຊື່ນຕາມທຳມະຊາດ ຫຼື Natural Moisturizing Factors (NMFs), ມີອາຊິດ Cystine ແລະ ສານ Methionine ທີ່ຊ່ວຍເຮັດໃຫ້ເກີດຄວາມຢືດຢຸນຂອງຜິວໜັງ.
  • ໝາກແຕງມີສານ Anthoxanthins ທີ່ຊ່ວຍຕ້ານການອັກເສບ, ຫຼຸດອາການເຈັບຄໍເຂົ່າ ແລະ ຊ່ວຍຕ້ານເຊື້ອວັນນະໂຣກໄດ້.

ສິນຄ້າ:

  • ປັດຈຸບັນຖືກນຳເຂົ້າໃຊ້ໃນອຸດສາຫະກຳເຄື່ອງສຳອາງ ເຊັ່ນ ຄີມລ້າງໜ້າ, ເຈວລ້າງໜ້າ, ຄີມບຳລຸງຜິວ ແລະ ອື່ນໆ, ເພື່ອຊ່ວຍປ້ອງກັນຜິວແຫ້ງ, ຊ່ວຍຮັກສາຜິວເຮັດໃຫ້ຜິວມີນ້ຳມີນວນ.

ຄຸນຄ່າທາງໂພສະນາການ: ພະລັງງານ 16 kcal, ຄາໂບໄຮເດດ 3.63 ກຼາມ, ນ້ຳຕານ 1.67 ກຼາມ, ເສັ້ນໄຍອາຫານ 0.5 ກຼາມ, ໄຂມັນ 0.11 ກຼາມ, ໂປຣຕີນ 0.65 ກຼາມ, ນ້ຳ 95.23 ກຼາມ, ວິຕາມິນບີໜຶ່ງ 0.027 ມກ 2%, ວິຕາມິນບີສອງ 0.033 ມກ 3%, ວິຕາມິນບີສາມ 0.098 ມກ 1%, ວິຕາມິນບີຫ້າ 0.259 ມກ 5%, ວິຕາມິນບີຫົກ 0.04 ມກ 3%, ວິຕາມີນບີເກົ້າ  7 ໄມໂຄກຼາມ 2%, ວິຕາມິນຊີ 2.8 ມກ 3%, ວິຕາມິນເຄ 16.4 ໄມໂຄກຼາມ, ແຄລຊຽມ 16 ມກ 2%, ທາດເຫຼັກ 0.28 ມກ 2%, ແມັກນິຊຽມ 13 ມກ 4%, ແມງການີສ 0.079 ມກ 4%, ຟອສຟໍຣັດ 24 ມກ 3%, ໂພແທັກຊຽມ 147 ມກ 3%, ໂຊດຽມ 2 ມກ, ສັງກະສີ 0.2 ມກ 2% ແລະ ຟູອໍໄຣ 1.3 ມກ 11%.

ຄຸນປະໂຫຍດ:

  • ນຳໝາກແຕງມາຕັດເປັນແຜ່ນບາງໆ ຫຼື ນຳມາຂູດພອກໜ້າ ຫຼື ລຳຄໍເພື່ອປ້ອງກັນສິວ ແລະ ສິວຫົວດຳ.
  • ນ້ຳໝາກແຕງປະສົມກັບນົມສົດ ແລະ ນ້ຳກີບກຸລາບນຳມາທາໜ້າຊ່ວຍເຮັດໃຫ້ຜິວນຸ້ມ ແລະ ຂາວຂຶ້ນ.
  • ນ້ຳໝາກແຕງປະສົມກັບນ້ຳດອກກຸລາບ ແລະ ນ້ຳໝາກນາວທາໜ້າຊ່ວຍເຮັດໃຫ້ຜິວໃສຂຶ້ນ.
  • ໃຊ້ໝາກແຕງເຄິ່ງໜ່ວຍ, ສະຕໍເບີລີ 2 ໜ່ວຍ, ນ້ຳໝາກນາວ 1 ບ່ວງຊາ ແລະ ນ້ຳຂີງສົດນຳມາປັ່ນໃຫ້ລະອຽດແລ້ວນຳມາພອກໜ້າເຮັດໃຫ້ໜ້າໃສ, ບໍ່ມີສິວ ແລະ ກ້ຽງ.
ການປະກອບສ່ວນ