ການປູກໝາກແຕງກວາ

Soulivanh BPUNTHAMMY
ເທັກນິກການປູກໝາກແຕງກວາ ພືດທີ່ປູກງ່າຍໃຫຍ່ໄວໃຫ້ໝາກໄວ ແລະ ສາມາດນໍາມາປະກອບອາຫານໄດ້ຫຼາຍຢ່າງ
ແນະນຳວິທີເຮັດ
https://www.google.com/search?biw=1280&bih=561&tbm=isch&sa=1&ei=ntBsXbiNJ8f1wAP1m5rwBg&q=%E0%B8%81%E0%B8%B2%E0%B8%A3%E0%B8%9B%E0%B8%A5%E0%B8%B9%E0%B8%81%E0%B9%81%E0%B8%95%E0%B8%87%E0%B8%81%E0%B8%A7%E0%B8%B2&oq=%E0%B8%81%E0%B8%B2%E0%B8%A3%E0%B8%9B%E0%B8%A5%E0%B8%B9%E0%B8%81%E0%B9%81%E0%B8%95&gs_l=img.1.1.0l10.148172.161857..164588...3.0..0.573.2537.0j3j5j1j0j1......0....1..gws-wiz-img.......35i39.eNco09DKtLQ#imgrc=1vx2VDxaoDM9wM:
farmerspace.co

ແນວພັນທີ່ໃຊ້ປູກ
  ແນວພັນທີ່ໃຊ້ປູກໂດຍທົ່ວໄປໄດ້ຈັດເປັນປະເພດຄື: 
  - ພັນສໍາຫຼັບບໍລິໂພກສົດ: ມີທັງພັນພື້ນເມືອງ ແລະ ພັນປັບປຸງ, ເປັນພັນທີ່ຊີ້ນບາງໃສ້ໃຫຍ່, ມີນໍ້າຫຼາຍ, ສີຂອງເປືອກບາງຂຽວຈາງເວລາໝາກຍັງອ່ອນຈະມີໜາມ, ເມື່ອໝາກຈະເລີນເຕີບໂຕດີແລ້ວໜາມຈະຫຼົ່ນອອກ (ໜາມມີທັງສີຂາວ ແລະ ສີດໍາ) ສາມາດເອົາມືລູບອອກໄດ້. 
  - ພັນສໍາລັບອຸດສາຫະກໍາ: ເປັນພັນທີ່ມີຊີ້ນໜາໃສ້ນ້ອຍ, ເປືອກເປັນສີຂຽວເຂັ້ມ, ເມື່ອນໍາໄປດອງຈະຮັກສາລັກສະນະຮູບຊົງໄວ້ໂດຍບໍ່ຫຽວຫຍຸບ.

ການກຽມດິນໜານປູກ
   ຄວນໄຖ-ຂຸດດິນເລິກປະມານ 20-25 ຊມ, ຕາກດິນໄວ້ປະມານ 5-7 ມື້, ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມທີ່ສະລາຍຕົວດີແລ້ວປະມານ 12 ໂຕນຕໍ່ເຮັກຕາ ເພື່ອຊ່ວຍປັບປຸງສະພາບຂອງດິນ ແລະ ເພີ່ມຄວາມອຸດົມສົມບູນຂອງດິນໃຫ້ດີຂຶ້ນ. ພວນດິນໃຫ້ນ້ອຍລົງແຕ່ຢ່າໃຫ້ໝຸ່ນຫຼາຍ, ຖ້າດິນເປັນກົດຄວນໃສ່ປູນຂາວ, ເກັບຫຍ້າອອກເພື່ອໃຫ້ດິນຮາບພຽງ.

ການປູກ
   ຖ້າປູກໝາກແຕງກວາໂດຍບໍ່ເຮັດຄ້າງປ່ອຍໃຫ້ມັນເລືອໄປຕາມດິນໃຊ້ໄລຍະຫ່າງລະຫວ່າງຕົ້ນ 50 ຊມ ແລະ ໄລຍະຫ່າງລະຫວ່າງແຖວ 150 ຊມ. ຖ້າປູກໃຊ້ຄ້າງໄລຍະຕົ້ນ 50 ຊມ ແລະ ໄລຍະແຖວ 100 ຊມ. ຫຼັງຈາກຕຽມດິນຮຽບຮ້ອຍແລ້ວໃຫ້ຈັດໄລຍະລະຫວ່າງຕົ້ນ ແລະ ແຖວຕາມທີ່ກ່າວມາແລ້ວນັ້ນໃຫ້ຢອດເມັດລົງໃນຂຸມໆ 5-10 ເມັດ ເລິກລົງໄປໃນດິນ 2.5 ຊມ. ປົກດ້ວຍຝຸ່ນຄອກ ຫຼື ຝຸ່ນບົ່ມ ຫຼື ດິນລະອຽດລົງຂຸມຈົນເຕັມ ຫົດນໍ້າໃຫ້ປຽກປົກດ້ວຍເຟືອງ. ກ່ອນຢອດເມັດຄວນໃຊ້ຢ່າປ້ອງກັນແມງໄມ້ເສຍກ່ອນ. ເມື່ອຕົ້ນງອກມີໃບແທ້ 2 ໃບ ຄວນແຍກຕົ້ນທີ່ອ່ອນແອອອກໃຫ້ເຫຼືອຂຸມລະ 1 ຕົ້ນ. ຫຼັງປູກໄດ້ 14 ມື້ ໝາກແຕງກວາເລີ່ມເລືອຖ້າປູກແບບຄ້າງຄວນເຮັດຄ້າງເລີຍ, ເພື່ອໃຫ້ເຄືອເລືອປັກ ແລະ ໂຮບປາຍໄມ້ເຂົ້າຫາກັນມັດເຊືອກໃຫ້ແໜ້ນແລ້ວມັດໄມ້ຂວາງອີກ 2-3 ອັນ.

ການບົວລະບັດຮັກສາ
 ການໃສ່ຝຸ່ນ

     ເນື່ອງຈາກໝາກແຕງກວາ ເປັນຜັກກິນໝາກຕ້ອງການຝຸ່ນຫຼາຍພໍສົມຄວນ. ດັ່ງນັ້ນ, ການກໍານົດຝຸ່ນເພື່ອນໍາໃຊ້ແມ່ນມີຄວາມຈໍາເປັນໃຫ້ຖືກຕ້ອງແນໃສ່ການຫຼຸດຕົ້ນທຶນການຜະລິດ ແລະ  ໃຫ້ມີປະສິດທິຜົນສູງດ້ານຜົນຜະລິດ, ໂດຍສະເພາະທາງດ້ານການຈະເລີນເຕີບໂຕຂອງລໍາຕົ້ນ, ດອກ ແລະ ໝາກ. ດັ່ງນັ້ນຈຶ່ງແນະນໍາໃຫ້ໃຊ້ຝຸ່ນ N:P:K ສູດ 14-14-21; 13-13-21 ຫຼື ສູດທີ່ໃກ້ຄຽງກັັນນີ້ ໃນຈໍານວນ 300 ກິໂລ/ເຮັກຕາ ໂດຍແບ່ງໃສ່ 3 ເທື່ອ: ເທື່ອ 1 ໃສ່ເຄິ່ງໜຶ່ງເປັນຝຸ່ນຮອງພື້ນຕອນປູກແລ້ວພວນດິນປົກ. ໃສ່ເມື່ອພືດມີອາຍຸໄດ້ 10-20 ມື້ ຈໍານວນເຄິ່ງໜຶ່ງຈາກສ່ວນທີ່ເຫຼືເຄິ່ງທໍາອິດ ພ້ອມນີ້ຍັງເພີ່ມຝຸ່ນຢູເຣັຍ 809100 ກິໂລ/ເຮັກຕາ ເພື່ອເລັ່ງການຈະເລີນເຕີບໂຕຂອງລໍາຕົ້ນ ແລະ ໃບ. ເທື່ອທີ 3 ໃສ່ເມື່ອອາຍຸໄດ້ 25-30 ມື້ ຈາກສ່ວນທີ່ເຫຼືອທີ່ກໍທນົດໄວ້ເບື່ອງຕົ້ນ.

ການໃຫ້ນໍ້າ
   ຄວນໃຫ້ຢ່າງພຽງພໍໂດຍເບີ່ງຄວາມຊຸ່ມຊື່ນໃນໜານປູກ, ແຕ່ຢ່າໃຫ້ປຽກຈົນເກີນໄປເພາະຈະເຮັດໃຫ້ຮາກເນົ່າ.
ການພວນດິນກໍາຈັດຫຍ້າ
   ຄວນເຮັດໃນໄລຍະທໍາອິດ ເພື່ອເຮັດໃຫ້ດິນລຸລ່ວງຜຸຜົງລະບາຍອາກາດ ແລະ ນໍ້າໄດ້ດີພ້ອມກັບການກໍາຈັດຫຍ້າໄປພ້ອມໆກັນ. ເມື່ອຕົ້ນພືອມີໃບປົກຄຸມດິນແລ້ວ ບໍ່ຈໍາເປັນເຮັດເລີຍ.

ການເກັບກ່ຽວ
   ສ່ວນຫຼາຍອາຍຸການເກັບກ່ຽວໝາກແຕງກວາປະມານ 30-45 ມື້ ທັງນີ້ຂຶ້ນຢູ່ກັບແຕ່ລະພັນ. ການເກັບກ່ຽວໃຫ້ເກັບໝາກອ່ອນທີ່ມີສີຂຽວສົດເກັບທຸກມື້ຈົນກວ່າໝາກແຕງຈະໝົດເກັບແລ້ວຮີບນໍາເຂົ້າຮົ່ມຫ້າມລ້າງນໍ້າເພາະຈະເຮັດໃຫ້ເຫຼືອງໄວ. ຫຼັງຝົນຕົກໃໝ່ໆບໍ່ຄວນເກັບ ຖ້າໃຫ້ດິນແຫ້ງເສຍກ່ອນ.
ຂໍ້ມູນຈາກ: ຂໍ້ແນະນໍາເຕັກນິກການປູກໝາກແຕງກວາ. ເອກະສານປະກອບການຝຶກອົບຮົມ 10 (LEAP)

ການປະກອບສ່ວນ