ສົ້ມພໍ / Tooth brush tree

ການນຳໃຊ້
ພືດເສັ້ນໃຍ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Streblus asper Lour. / MORACEAE
ຊື່ພ້ອງ
ຊື່ອື່ນ
ໄທ: ຂ່ອຍ, ຕອງຂະແໜ, ສົ້ມພໍ, ຊະໂຍເສ, ກັກໄມ້ຝ່ອຍ, ສະນາຍ ແລະ ສົມນາຍ.
ອັງກິດ: Siamese rough bush ແລະ Tooth brush tree.
ຈີນ: 寄主植物.
ບັນຍາຍລັກສະນະພືດສາດ

ໄມ້ຢືນຕົ້ນຂະໜາດນ້ອຍ​ ຫຼື ຂະໜາດກາງ. ລຳຕົ້ນສູງ 5-15 ມ, ລຳຕົ້ນ ແລະ ກິ່ງກ້ານຂ້ອນຂ້າງຄົດຄ້ຽວ, ມີຕຸ່ມຮອບຕົ້ນ, ອາດຈະຂຶ້ນຕົ້ນດຽວ ຫຼື ເປັນກຸ່ມ, ເປືອກບາງ, ຄຸຂະ, ແຕກເປັນແຜ່ນບາງໆ, ສີເທົາ, ມີຢາງສີຂາວຂຸ້ນ, ແຕກກິ່ງກ້ານສາຂາຫຼາຍ, ແຕກກິ່ງຕ່ຳ, ກ້ານຫຼາຍ, ໃບໜາ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ ຫຼື ຮູບໄຂ່ປີ້ນ, ກ້ວາງ 2-3.5 ຊມ, ຍາວ 4-7 ຊມ, ໂຄນໃບຮຽວແຫຼມ ຫຼື ຕັດ, ຂອບເປັນຄື້ນ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ,  ຜິວສາກຊາຄ້າຍກະດາດທັງສອງດ້ານ, ສີຂຽວເຂັ້ມ. ຊໍ່ດອກແບບກະຈຸກ, ອອກຕາມງ່າມໃບ ແລະ ປາຍກິ່ງ. ດອກຍ່ອຍມີ 2-10 ດອກ, ດອກແຍກເພດໃນຕົ້ນດຽວກັນ. ໝາກຮູບກົມ ຫຼື ຮູບໄຂ່, ມີຂະໜາດ 0.5 ຊມ, ສີຂຽວ, ໝາກແກ່ມີສີເຫຼືອງໃສ.  ແກ່ນມີລັກສະນະ ແລະ ຂະໜາດຄືກັບພິກໄທ, ມີເຈ້ຍຫຸ້ມໄວ້.

ບັນຍາຍການນຳໃຊ້

ສັບພະຄຸນ: 

  • ເປືອກຮາກ: ເປັນຢາບຳລຸງຫົວໃຈ ແລະ ຮັກສາແຜ.
  • ເປືອກ: ຊ່ວຍບຳລຸງທາດໃນຮ່າງກາຍ, ນຳມາຕົ້ມກັບເກືອອົມຮັກສາອາການເຫງືອກອັກເສບ, ຮັກສາລິດຊີດວງ, ແກ້ໄຂ້, ຊ່ວຍດັບພິດພາຍໃນຮ່າງກາຍ, ແກ້ອາການຖອກທ້ອງ, ແກ້ເຈັບທ້ອງບິດ, ເຈັບທ້ອງທຽວ, ທາຮັກສາລິດຊີດວງ, ຮັກສາພະຍາດຜິວໜັງ, ຊ່ວຍຂ້າເຊື້ອຈຸລະຊີບ ແລະ ຮັກສາພະຍາດຜິວໜັງແບບຊຳເຮື້ອ.

  • ແກ່ນ: ນຳມາຮັບປະທານເປັນຢາອາຍຸວັນນະ, ຊ່ວຍຈະເລີນອາຫານ, ຊ່ວຍຂ້າເຊື້ອໃນຊ່ອງປາກ ແລະ ທາງເດີນອາຫານ, ຊ່ວຍຂັບລົມໃນລຳໄສ້ (ເປືອກ ແລະ ແກ່ນ) ແລະ ຮັກສາລິດຊີດວງດ້ວຍການນຳມາຊອຍເປັນຝອຍສູບ.
  • ກິ່ງສົດ: ເຮັດໃຫ້ແຂ້ວແຂງແຮງ, ແຂ້ວບໍພຸພັງ ແລະ ບໍ່ເຈັບແຂ້ວໂດຍນຳມາຕົ້ມອົມ.
  • ໃບ: ນຳມາປີ້ງໄຟຊົງກັບນ້ຳດື່ມໃຊ້ເປັນຢາລະບາຍອ່ອນໆ ແລະ ຊ່ວຍບັນເທົາອາການເຈັບມົດລູກໃນລະຫວ່າງມີປະຈຳເດືອນ.

ພືດປະດັບ: ນິຍົມນຳມາປູກເປັນຮົ້ວ ຫຼື ປູກເປັນພືດປະດັບປັບແຕ່ງເປັນຮູບຕ່າງໆ.

ເສັ້ນໄຍ: 

  • ເນື້ອໄມ້: ນຳມາເຮັດເຈ້ຍໄດ້.

ຄຸນປະໂຫຍດ:

  • ຢາງ: ມີຢາງຊື່ວ່າ milk (lotting enzyme) ຊ່ວຍຍ່ອຍນ້ຳນົມ, ສາມາດນຳມາກຳຈັດແມງວັນໄດ້.
  • ກິ່ງ: ສາມາດນຳມາຖູແຂ້ວ ແລະ ຍັງເຮັດໃຫ້ແຂ້ວແຂງແຮງ.
ການປະກອບສ່ວນ