ພູປ່າ / Balinese long pepper

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ນ້ຳມັນຫອມ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Piper retrofractum Vahl / PIPERACEAE
ຊື່ພ້ອງ
Piper chaba Hunter
Piper officinarum (Miq.) C. DC.
ຊື່ອື່ນ
ລາວ: ພູປ່າ ແລະ ພູປ່າໃບຍາວ
ໄທ: ດີປຣີ, ດີປຣີເຊືອກ, ປານນຸ, ປ່າດົງຂໍ້, ພິດພະຍາໄຟ ແລະ ປີກຜົວະ
ອັງກິດ: Javanese pepper, Long pepper, Indian long pepper ແລະ Javanese long pepper.
ຈີນ: 假荜拔
ອິນເດຍ: Gajapipali ແລະ chevuyam
ຝຣັ່ງ: Poivre long de java
ບັນຍາຍລັກສະນະພືດສາດ

ລຳຕົ້ນຈັດເປັນລຳເຄືອ, ມີຂໍ້ນູນ, ມີຮາກຝອຍອອກຕາມຂໍ້ ເພື່ອໃຊ້ໄວ້ຍຶດເກາະ ແລະ ເລືອພັນ, ເຄືອໜຽວ, ແຂງ, ແຕກກິ່ງກ້ານສາຂາຈຳນວນຫຼາຍ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່ ຫຼື ຮູບຂອບຂະໜານ, ກ້ວາງ 3-5 ຊມ, ຍາວ 7-10 ຊມ, ໂຄນໃບມົນ ຫຼື ບ້ຽວ, ຂອບລຽບ ຫຼື ເປັນຄື້ນເລັກນ້ອຍ, ປາຍແຫຼມ, ແຜ່ນໃບເປັນສີຂຽວເຂັ້ມ, ຜິວລຽບມັນ. ກ້ານໃບຍາວ 1-1.5 ຊມ. ຊໍ່ດອກຈັບຢູ່ຖານຮອງດອກດຽວກັນ, ອອກຕາມງ່າມໃບ. ໝາກລວມ, ອັດແໜ້ນໃນຖານດອກດຽວກັນເປັນຮູບຊົງກະບອກ, ໂຄນໃຫຍ່ກວ່າປາຍເລັກນ້ອຍ, ປາຍມົນ, ຍາວ 2.5-7.5 ຊມ, ມີເສັ້ນຜ່າສູນກາງ 5-8 ຊມ, ຜິວຫຍາບ, ມີເກສອນເພດແມ່ຈັບຈົນເປັນໝາກ. ແກ່ນມີ 1 ແກ່ນຕໍ່ໝາກ, ມີຂະໜາດນ້ອຍຫຼາຍ, ລັກສະນະກົມ ແລະ ແຂງ, ເນື້ອເປັນສີນ້ຳຕານ, ມີກິ່ນຫອມ.

ບັນຍາຍການນຳໃຊ້

ອາຫານ:

  • ໝາກ: ໝາກອ່ອນສາມາດຮັບປະທານເປັນຜັກສົດໄດ້, ໝາກແກ່ສາມາດນຳມາຕຳແຈ່ວແທນໝາກເຜັດໄດ້ ຫຼື ນຳມາແຕ່ງໃສ່ກັບສົ້ມຜັກຄືກັບໝາກເຜັດ.
  • ຍອດອ່ອນ: ສາມາດນຳຍຳກີນໄດ້.
  • ໝາກ: ສາມາດນຳມາປະກອບເປັນເຄື່ອງຄຽງປະສົມອາຫານ ເຊັ່ນ: ແກງ ຫຼື ແກງເຜັດ, ນອກນີ້ຍັງໃຊ້ປຸງແຕ່ງກິ່ນອາຫານໄດ້ອີກເນື່ອງຈາກສາມາດດັບກິ່ນຄາວຊີ້ນສັດໄດ້ເປັນຢ່າງດີ ແລະ ຍັງຊ່ວຍຮັກສາອາຫານບໍ່ໃຫ້ບູດເໜົ່າ.

ສັບພະຄຸນ:

  • ຮາກ: ແກ້ຕົວຮ້ອນ, ແກ້ຫອບຫືດ (ຮາກ ແລະ ດອກ), ຊ່ວຍຂັບເສມຫະ, ແກ້ເສມຫະ, ເສມຫະເປັນພິດ, ນ້ຳລາຍໜຽວ, ແກ້ອາການເຈັບທ້ອງ (ຮາກ, ເຄືອ ແລະ ໝາກ), ແກ້ອາການຖອກທ້ອງ, ຂັບລົມໃນລຳໄສ້ (ໝາກ ແລະ ຮາກ), ແກ້ເສັ້ນ ແລະ ແກ້ພິດອຳມະພາດ.
  • ເຄືອ: ຊ່ວຍເຮັດໃຫ້ຈະເລີນອາຫານ (ເຄືອ, ດອກ), ຊ່ວຍແກ້ລົມອຳມະພາດ, ແກ້ອາການປ່ວນທ້ອງປວດຮາກທີ່ເກີດຈາກທາດຜິດປົກກະຕິ, ແກ້ອາການເຈັບແຂ້ວ ຫຼື ນຳມາຝົນທາບໍລິເວນທີ່ເຈັບ, ແກ້ອາການອາຫານບໍ່ຍ່ອຍ, ທ້ອງອືດທ້ອງເຟື້ອ, ຈຸກສຽດແໜ້ນທ້ອງ, ແກ້ລິດຊີດວງທະວານໜັກ (ເຄືອ ແລະ ໝາກ), ແກ້ພະຍາດປັດສະວະຂັດ, ປັດສະວະຊ້ຳເລືອດຊ້ຳໜອງ, ຮັກສາພະຍາດເຮື້ອນ ແລະ ແກ້ພິດງູ. 
  • ໃບ: ແກ້ອາການເຈັບເມື່ອຍຕາມເສັ້ນເອັນ.
  • ດອກ: ເປັນຢາອາຍຸວັນນະ, ບຳລຸງຮ່າງກາຍ, ນຳມາຕົ້ມນ້ຳດື່ມ, ຮັກສາຕັບອັກເສບ, ຮັກສາພະຍາດເຮື້ອນ (ຮາກ, ດອກ), ແກ້ໄຂ້ຊຳເຮື້ອ, ແກ້ອາການຫືດໄອ, ແກ້ອາການໄອ ຫຼື ຫຼຸດອາການໄອ, ມີອາການລະຄາຍເຄືອງຄໍ (ດອກ, ໝາກ), ແກ້ອາການເຈັບຄໍ, ແກ້ອາການປ່ວນທ້ອງປວດຮາກ, ແກ້ອາການຖອກທ້ອງ, ແກ້ພິດອຳມາພາດ ແລະ ເສັ້ນ.
  • ໝາກ: ຊ່ວຍບຳລຸງທາດໄຟ, ແກ້ທາດໄຟອັກເສບ, ຮັກສາອາການກຳເລິບຂອງທາດໄຟ, ທາດລົມ, ແກ້ທາດພິການ, ແກ້ທາດໃນຮ່າງກາຍພິດປົກກະຕິ, ຊ່ວຍຂັບນ້ຳລາຍ ແລະ ເຮັດໃຫ້ລີ້ນຊາ, ໃຊ້ເປັນຢາລະງັບປະສາດ ແກ້ອາການນອນບໍ່ຫຼັບ, ຮັກສາພະຍາດຊຳເຮື້ອທີ່ຮັກສາບໍ່ຫາຍ, ແກ້ອາການຫຼອດລົມອັກເສບ, ຫຼຸດອາການສຽງແຫບ, ຮັກສາພະຍາດບ້າໝູ, ແກ້ເສມຫະໃນຊ່ວງເອິກ, ແກ້ອາການທ້ອງອືດ, ໃຊ້ໃນຕຳລາຮັກສາພະຍາດກ່ຽວກັບລະບົບຍ່ອຍອາຫານ, ທາດບໍ່ປົກກະຕິ, ຂັບພະຍາດພິດ, ຊ່ວຍບີບມົດລູກ ແລະ ໃຊ້ເປັນຢາຂັບປະຈຳເດືອນຂອງແມ່ຍິງ, ໃຊ້ເປັນຢາຂັບແຮ່ຫຼັງເກີດລູກໃຫ້ອອກງ່າຍ, ຊ່ວຍຂັບນ້ຳບີເມື່ອມີການອຸດຕັນຂອງທໍ່ນ້ຳບີ, ແກ້ອາການຝົກຊ້ຳ, ໃຊ້ເປັນຢາທາພາຍນອກແກ້ອາການເມື່ອຍກ້າມເນື້ອ ແລະ ອັກເສບຂອງກ້າມເນື້ອເຮັດໃຫ້ເລືອດອອກມາລ້ຽງພາກສ່ວນດັ່ງກ່າວ, 
  • ບໍ່ບອກພາກສ່ວນນຳໃຊ້: ເປັນຢາບຳລຸງກຳລັງ, ບຳລຸງສະມັດຕະພາບທາງເພດ, ຊ່ວຍກະຈາຍລົມ, ຫຼຸດຄວາມເຈັບປວດ, ແກ້ຫວັດ, ຮັກສາອາການອັກເສບ, ພະຍາດເກົ້າ, ແກ້ໄຂ້, ຊ່ວຍໃນການຍ່ອຍອາຫານ, ແກ້ລົມຈຸກສຽດ, ຊ້ຳບວມ, ແກ້ໄອ, ຈ່ອຍແຫ້ງ, ແກ້ເສມຫະໃນຊ່ວງເອິກ ແລະ ລຳຄໍ, ຮັກສາລິດຊີດວງທະວານໜັກ, ແກ້ລົມວິນວຽນ, ໜ້າມືດຕາລາຍ, ໃຈສັ່ນ, ປ່ວນທ້ອງປວດຮາກ, ແກ້ອາການຈຸກແໜ້ນໃນທ້ອງ, ບັນເທົາອາການເຈັບທ້ອງ, ທ້ອງອືດທ້ອງເຟື້ອ, ອາຫານບໍ່ຍ່ອຍ, ແກ້ປະຈຳເດືອນມາບໍ່ສະໝ່ຳສະເໝີ ຫຼື ປະຈຳເດືອນມາບໍ່ປົກກະຕິ, ແກ້ອາການຖອກທ້ອງທີ່ບໍ່ເກີດຈາກເຊື້ອ ຫຼື ຖອກທ້ອງຊະນິດທີ່ບໍ່ມີໄຂ້.

ພືດປະດັບ: ນອກຈາກປູກເປັນເຄື່ອງຄຽງ ແລະ ເປັນສະໝູນໄພແລ້ວຍັງປູກເປັນໄມ້ປະດັບເພື່ອເບິ່ງໃບສີຂຽວງາມ ແລະ ດອກທີ່ມີສີສັນງົດງາມ.

ນ້ຳມັນຫອມລະເຫີຍ: ໝາກມີນ້ຳມັນຫອມລະເຫີຍທີ່ສາມາດຂ້າດ້ວງໄດ້. ເພາະສະນັ້ນຈຶ່ງສາມາດນຳມາສະກັດເປັນສານກຳຈັດແມງໄມ້ຕາມທຳມະຊາດໄດ້. 

ສິນຄ້າ: ປູກເປັນສິນຄ້າເພື່ອໃຊ້ໃນອຸດສາຫະກຳຜະລິດຢາແຜນບູຮານ ຫຼື ຢາສະໝູນໄພ.

ຂໍ້ມູນທາງວິທະນາສາດ: ສະໝູນໄພພູປ່າສາມາດຕ້ານເຊື້ອຣາ ແລະ ເຊື້ອແບັກທິເຣຍໄດ້, ຕ້ານການເກີດແຜໃນກະເພາອາຫານ, ສາມາດກົດປະສາດສ່ວນກາງ, ຊ່ວຍຕ້ານຂະບວນການອອກຊີເດເຊິນ, ຕ້ານພິດຕໍ່ຕັບ, ຊ່ວຍຫຼຸດໄຂມັນໃນເສັ້ນເລືອດ, ຫຼຸດລະດັບນ້ຳຕານໃນເສັ້ນເລືອດ, ເຮັດໃຫ້ກ້າມກ້ຽງຄາຍຕົວ ແລະ ມີສານສະກັດປີໂຕລຽມອິນເທືອນ ແລະ ເຮັດແທ້ງລູກ.

ຂໍ້ຄວນລະວັງ: 

  • ບໍ່ຄວນບໍລິໂພກໃນປະລິມານຫຼາຍເກີນໄປ ເພາະຈະເຮັດໃຫ້ກະເພາະອັກເສບ ແລະ ແສບທະວານເວລາຂັບຖ່າຍ.
  • ສຳລັບຜູ້ທີ່ເປັນໄຂ້ບໍ່ຄວນຮັບປະທານເພາະຈະເຮັດໃຫ້ຮ້ອນໃນ.
  • ສຳລັບແມ່ຍິງມີລູກຫ້າມຮັບປະມານເດັດຂາດ ເພາະອາດຈະເຮັດໃຫ້ແທ້ງລູກໄດ້.
ການປະກອບສ່ວນ