ຕົ້ນນາງແຊງ

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Trigonostemon reidioides Craib / EUPHORBIACEAE
ຊື່ພ້ອງ
Baliospermum reidioides Kurz
ຊື່ອື່ນ
ໄທ: ທະນົງແດງ, ທະນົງ, ລັກທະນົງ, ນາງແຊງ, ໂລກທະນົງແດງ, ດູ່ເບ້ຍ, ດູ່ເຕ້ຍ, ເຂົ້າເຢັນເນີນ, ຫົວຢາເຂົ້າເຢັນເນີນ ແລະ ໜາດຄຳ.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ຟຸ່ມຂະໜາດນ້ອຍ, ສູງປະມານ 1 ມ. ຮາກສະສົມອາຫານ, ເປືອກສີແດງອົມມ່ວງ, ເນື້ອສີຂາວ. ລຳຕົ້ນຮຽງຍາວ, ທຸກພາກສ່ວນຂອງລຳຕົ້ນມີຂົນອ່ອນນຸ້ມກະຈາຍຢ່າງໜາແໜ້ນ. ໃບດ່ຽວ, ອອກຮຽງສະຫຼັບກັນ, ຮູບໄຂ່, ຂອບຂະໜານ ຫຼື ຮູບຫອກ, ກ້ວາງ 2-4 ຊມ, ຍາວ 6-10 ຊມ, ໂຄນໃບມົນ, ຂອບລຽບ, ປາຍແຫຼມ, ແຜ່ນໃບໜາມີຂົນອ່ອນນຸ້ມປົກຄຸມທັງສອງດ້ານຢ່າງໜາແໜ້ນ, ກ້ານໃບກົມ, ຍາວ 1-1.5 ຊມ, ມີຂົນສີນ້ຳຕານ. ຊໍ່ດອກແບບກະຈະ, ອອກບໍລິເວນງ່າມໃບ ແລະ ປາຍກິ່ງ, ຍາວ 7-10 ຊມ. ດອກຍ່ອຍມີຈຳນວນຫຼາຍ, ດອກແຍກເພດໃນຕົ້ນດ່ຽວກັນ, ສີຂາວ, ສີບົວ, ສີມ່ວງ ຫຼື ເກືອບດຳ. ກ້ານດອກມີຂົນ, ສີບົວ ຫຼື ສີແດງ. ດອກເພດຜູ້ຫຼາຍກ່ວາຢູ່ບໍລິເວນໂຄນຊໍ່ດອກ, ມີລັກສະນະກົມ. ກາບດອກມີ 5 ກາບ, ສີຂຽວ ຫຼື ສີມ່ວງ. ກີບດອກມີ 5 ກີບ, ບໍ່ມີຂົນ. ເກສອນເພດຜູ້ມີ 6 ອັນ, ກ້ານເກສອນເຊື່ອມຕິດກັນເປັນແທ່ງດຽວ. ດອກເພດແມ່ຮູບໄຂ່. ກາບດອກມີ 5 ກາບ, ມີຂົນທີ່ຖານຮອງດອກ. ເຕົ້າໄຂ່ຈັບເທິງ, ມີຂົນອ້ອມຮອບເຕົ້າໄຂ່. ໝາກຂ້ອນຂ້າງກົມ, ໝາກແຫ້ງແລ້ວແຕກ, ມີຂົນສັ້ນອ່ອນນຸ້ມປົກຄຸ່ມຢ່າງໜາແໜ້ນ, ມີ 3 ຫ້ອງ, ມີຂະໜາດເສັ້ັນຜ່າສູນກາງປະມານ 12 ມມ. ກ້ານໝາກຍາວ 3-5 ຊມ, ສີແດງ. ແກ່ນຮູບເກືອບກົມ ຫຼື ຮູບໄຂ່ແກມຮູບສາມຫຼ່ຽມ, ຍາວ 5-6 ມມ, ຜິວລຽບ, ສີເຫຼືອງ.

ບັນຍາຍການນຳໃຊ້

ສັບພະຄຸນ:

  • ຮາກ: ຕົ້ມດື່ມຮັກສາວັນນະໂຣກ, ຊ່ວຍແກ້ຫືດ, ເຮັດໃຫ້ປວດຮາກ, ໃຊ່້ເປັນຢາລະບາຍ, ຊ່ວຍໃນການຄຸມກຳເນີດ, ຊ່ວຍຖອນພິດຄົນກິນຢາເບື່ອຢາເມົາ, ຊ່ວຍແກ້ເສມຫະເປັນພິດ, ແກ້ແສມຫະ ຫຼື ອາຈົມເປັນມູກເລືອດ, ຊ່ວຍແກ້ອາການພິດສຳແດງ, ຝົນແກ້ອາການເມົາພິດເຫັດ ແລະ ຫອຍ, ແກ້ພິດແມງມຸມ, ຊ່ວຍແກ້ພິດງູກັດທີອອກລິດຕໍ່ລະບົບປະສາດ, ແກ້ອາການເຈັບຝີ, ຮາກໃຊ້ຝົນທາ ຫຼື ດູດໜອງຝີໃຫ້ແຕກ, ຮາກນຳມາໃຊ້ຝົນທາແກ້ອາການຝົກຊ້ຳ, ຂໍເຂັດ ແລະ ໃຊ້ຖອນເມົາເຫຼົ້າ.

ຄຸນປະໂຫຍດ: 

  • ຮາກ: ຝົນກັບນ້ຳຊ່ວຍເຮັດໃຫ້ເລີກດື່ມເຫຼົ້າ.
  • ເຫງົ້າ: ຝົນທາແກ້ສິວ.
  • ໃຊ້ຮັກສາຜູ້ທີຖືກງູເຫງົາກັດໄດ້ໂດຍບໍ່ມີຄົນເສຍຊີວິດ ແລະ ບໍ່ມີຜົນຂ້າງຄຽງ, ແຕ່ແຜທີ່ເກີດຈາກພິດງູກັດບໍ່ສາມາດຮັກສາ.

ຂໍ້ມູນທາງວິທະຍາສາດ: ນັກວິໄຈໄດ້ພົບວ່າສານຈາກຕົ້ນນາງແຊງສາມາດຊ່ວຍຈັບກັບໂປຣຕີນພິດງູໄດ້.

ການປະກອບສ່ວນ