ຫຍ້າປາກຄວາຍ / Beach wiregrass

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Dactyloctenium aegyptium (L.) Willd. / POACEAE
ຊື່ພ້ອງ
Aegilops saccharina Walter
Cenchrus aegyptius (L.) P.Beauv.
Cenchrus mucronatus Pers. ex Steud.
Chloris guineensis Schumach. & Thonn.
Chloris mucronata Michx.
Chloris prostrata (Willd.) Poir.
Ctenium nukaviense Steud.
Cynosurus aegyptiacus Link
Cynosurus aegyptius L.
Cynosurus carolinianus Willd. ex Steud.
Cynosurus cavara Dillwyn
Cynosurus ciliaris Hook.f.
Cynosurus distachyos Rottler ex Steud.
Cynosurus macara Buch.-Ham. ex Wall.
Dactyloctenium aegyptiacum Willd.
Dactyloctenium aegyptium var. mucronatum (Michx.) Schweinf.
Dactyloctenium aegyptium f. viviparum Beetle
Dactyloctenium aegyptius var. mucronatum (Michx.) Lanza & Mattei
Dactyloctenium ciliare (Hook.f.) Chiov.
Dactyloctenium distachyum Trin.
Dactyloctenium figarei De Not.
Dactyloctenium meridionale Ham.
Dactyloctenium mpuetense De Wild.
Dactyloctenium mucronatum (Michx.) Willd.
Dactyloctenium mucronatum var. erectum E.Fourn.
Dactyloctenium prostratum Willd.
Eleusine aegyptia (L.) Roxb.
Eleusine aegyptiaca (L.) Desf.
Eleusine ciliata Raf.
Eleusine cruciata Lam.
Eleusine egyptia Raf.
Eleusine pectinata Moench
Eleusine prostrata Spreng.
Rabdochloa mucronata (Michx.) P.Beauv.
Syntherisma aegyptiaca Schult. ex Steud.
ຊື່ອື່ນ
ລາວ: ຫຍ້າປາກຄວາຍ ແລະ ຫຍ້າພາກຄວາຍ.
ໄທ: ຫຍ້າປາກກ້ວຍ, ຫຍ້າປາກຄວາຍ, ຫຍ້າປາກຄອກ, ຫຍ້າສາຍນ້ຳເຜິ້ງ ແລະ ຫຍ້າຕີນຈິໂກະ.
ອັງກິດ: Beach wiregrass, Crowfoot grass ແລະ Egyptain finger grass.
ບັນຍາຍລັກສະນະພືດສາດ

ເປັນພືດລົ້ມລຸກ, ມີອາຍຸປີດຽວ. ລຳຕົ້ນເລືອໄປຕານພື້ນ, ລຳຕົ້ນຕັ້ງຂື້ນ ແລະ ຮາກອອກຕາມຂໍ້, ລຳຕົ້ນກົມ, ມີຂໍ້, ກ້ວາງປະມານ 5 ມມ, ສູງປະ 15-50 ຊມ. ໃບຮູບແຖບ, ຍາວປະມານ 9.5-32 ຊມ, ໂຄນໃບຕັດ, ຂອບລຽບ ແຕ່ມີຂົນຍາວເປັນຫາງ, ປາຍແຫຼມ, ລັກສະນະຂອງແຜ່ນໃບກ້ຽງ. ກາບໃບສັ້ນ ຫຼື ຍາວກວ່າປ້ອງ, ຍາວ 3.2-5.5 ຊມ, ກ້ຽງ, ຂອບລຽບ. ລີ້ນໃບມີຄວາມຍາວປະມານ 1.5 ມມ, ປາຍມີຂົນ. ຊໍ່ດອກແບບກະຈະ, ແຍກອອກເປັນຂະແໜງຄ້າຍດິ້ວມື, ອອກບໍລິເວນປາຍກິ່ງ, ກວ້າງ 4-6 ຊມ, ຍາວ 2.2-3.8 ຊມ. ຊໍ່ດອກຍ່ອຍມີ 3-5 ຊໍ່, ຍາວປະມານ 2-4 ຊມ, ແກ່ນຊໍ່ດອກເປັນຫຼ່ຽມ, ຊໍ່ດອກຍ່ອຍຈັບດ້ານດຽວ, ອອກຮຽງສະຫຼັບ, ບໍ່ມີກ້ານ. ກາບຊໍ່ດອກລຸ່ມຮູບຫອກ, ຍາວປະມານ 2.5 ມມ, ປາຍແຫຼມ,​ ມີຂົນບໍລິເວນເສັ້ນກ່າງກາບ, ແຜ່ນກາບບາງຄ້າຍຄືເຈ້ຍ. ກາບຊໍ່ດອກເທິງຮູບໄຂ່ກັບ, ຍາວປະມານ 3 ມມ, ປາຍຮຽວແຫຼມ, ຍາວປະມານ 1.5 ມມ. ດອກຍ່ອຍມີ 3 ດອກ, ດອກກາງເປັນໜັນ. ກາບດອກລຸ່ມຮູບໄຂ່, ຍາວປະມານ 3 ມມ, ປາຍຮຽວແຫຼມ, ກາບດອກເທິງຮູບໄຂ່, ຍາວປະມານ 2 ມມ. ດອກເທິງເປັນດອກສົມບູນເພດ. ກາບດອກຮູບຂອບຂະໜານ, ເນື້ອບາງ, ກາບລຸ່ມຍາວປະມານ 3 ມມ, ປາຍຮຽວແຫຼມ. ດອກທີ 3 ຢູ່ເທິງສຸດ, ເປັນດອກບໍ່ມີເພດ. ກາບເທິງໃບຫອກ, ຍາວປະມານ 2.3 ມມ, ປາຍຮຽວແຫຼມ. ກາບລຸ່ມຮູບຂອບຂະໜານ, ຍາວປະມານ 1.2 ມມ, ຜິວລຽບ.

ບັນຍາຍການນຳໃຊ້

ສັບພະຄຸນ: 

  • ທັງຕົ້ນ: ນຳມາຕົ້ມດື່ມຊ່ວຍບຳລຸງທາດໄຟ, ຊ່ວຍດັບພິດຮ້ອນໃນຮ່າງກາຍ, ຊ່ວຍດັບພິດພິການ, ແກ້ໄຂ້ຫວັດທຸກຊະນິດ, ແກ້ໄຂ້ພິດ, ຊ່ວຍໃນການຍ່ອຍອາຫານ, ເປັນຢາຂັບປັດສະວະ, ເປັນຢາແກ້ພິດຝີ, ນຳມາປະສົມກັບເຫຼົ້າໃຊ້ພອກ ຫຼື ທາແກ້ອາການເຈັບ, ບວມ ແລະ ອາການອັກເສບ.

ຄຸນປະໂຫຍດ: 

  • ໃຊ້ເປັນອາຫານສັດ. 

ຄຸນຄ່າທາງໂພຊະນາການ: 

  • ຫຍ້າຜັກຄວາຍທີ່ມີອາຍຸ 45 ວັນ: ໂປຣຕີນ 7.4-8.6%, ແຄລຊຽມ 0.50-0.53%, ທາດໂພແທກຊຽມ 1.41-1.60%, ADF 27.6-42.2%, NDF 55.1-75.6%, DMD 55.2-59.1% ແລະ ລິກນິນ 4.2%. 
ການປະກອບສ່ວນ