ຢາຫົວແດງ / Red Smilax

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Smilax corbularia Kunth / SMILACACEAE
ຊື່ພ້ອງ
Smilax balansaeana Baill. ex Gagnep.
Smilax banglaoensis R.H.Miao
Smilax corbularia var. corbularia
Smilax peguana A.DC.
ຊື່ອື່ນ
ໄທ: ຂ້າວເຢັນໂຄກແດງ, ຄ້ອນກະແຕ, ຂ້າວເຢັນເໜືອ, ຫົວເຂົ້າເຢັນວອກ, ຢາຫົວຂໍ້, ຫົວຢາຂ້າວເຢັນ, ແລະ ຫົວຢາຈີນປັກເໜືອ
ຈີນ: 金字塔形库克, 金字塔形, 摇摆跳巴 ແລະ 筐条菝葜
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຫົວໃຕ້ດິນ, ມີລັກສະນະກົມຍາວເປັນທ່ອນໆ, ແຕ່ລະທ່ອນຍາວປະມານ 5-15 ຊມ, ມີຂະໜາດເສັ້ນຜ່າສູນກາງ 2-5 ຊມ, ເນື້ອຫົວອ່ອນເປັນສີເຫຼືອງອ່ອນ, ເມື່ອຫົວແກ້ເປັນສີແດງ ຫຼື ສີນ້ຳຕານອ່ອນ, ມີຣົດຊາດມັນ. ລຳຕົ້ນຈັດເປັນລຳເລືອ, ເລືອພັນໄປຕາມຕົ້ນໄມ້ອື່ນ ຫຼື ເລືອໄປຕາມໜ້າດິນ, ຍາວຮອດ 5 ມ, ເນື້ອໄມ້ແຂງ, ມີລັກສະນະກົມ ຫຼື ເປັນຫຼ່ຽມເລັກນ້ອຍ, ເນື້ອໄມ້ເປັນສີແດງ, ເຄືອມີໜາມແຫຼມກະຈ່າຍອ້ອມຮອບຫ່າງໆ, ບໍລິເວນຍອດອ່ອນມີມືຈັບ 2 ອັນ, ອອກບໍລິເວນໂຄນໃບ, ຍາວປະມານ 12 ຊມ, ເຮັດໜ້າທີ່ຍຶດເກາະ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ, ຮູບຫອກ, ກ້ວາງ 2.5-7 ຊມ, ຍາວ 5-8 ຊມ, ໂຄນໃບມົນ, ຂອບລຽບ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທີງເປັນສີຂຽວເຂັ້ມ, ສ່ວນຜິວໃບດ້ານລຸ່ມມີຂົນສີຂາວປົກຄຸມ. ກ້ານໃບຍາວ 0.5-2 ຊມ. ຊໍ່ດອກແບບດິ້ວຄັນຮົ່ມ, ອອກຕາມງ່າມໃບບໍລິເວນໂຄນຕົ້ນ ຫຼື ກາງຕົ້ນ, ມີປະມານ 1-3 ຊໍ່ດອກ, ມີຂະໜາດນ້ອຍ. ກ້ານຊໍ່ດອກຍາວ 1-1.7 ຊມ. ດອກຍ່ອຍມີຈຳນວນຫຼາຍ, ສີຂຽວປົນສີຂາວ, ດອກແຍກເພດຕ່າງຕົ້ນກັນ ຫຼື ແຍກເພດໃນຕົ້ນດຽວກັນ. ໃບປະດັບຍ່ອຍມີລັກສະນະເປັນຮູບໄຂ່ກ້ວາງ. ກີບລວມມີ 6 ກີບ, ຮູບຮີ ຫຼື ຮູບຮີປົນຮູບຂອບຂະໜານ, ກີບວົງໃນມີຂະໜາດນ້ອຍກ່ວາກີບວົງນອກ. ຊໍ່ດອກເພດຜູ້ມີດອກຍ່ອຍປະມານ 20-40 ດອກ, ເກສອນເພດຜູ້ຈຳນວນ 6 ອັນ, ຖົງລະອອງຮູບຂອບຂະໜານ. ຊໍ່ດອກເພດແມ່ມີດອກຍ່ອຍ 15-30 ດອກ, ເຕົ້າໄຂ່ຈັບເທິງ, ຮູບຮີ, ຍາວປະມານ 2 ມມ, ມີ 3 ຫ້ອງ, ແຕ່ລະຫ້ອງມີເມັດໄຂ່ຈຳນວນ 1-2 ເມັດ, ມີເກສອນເພດຜູ້ເປັນໝັນ 3 ອັນ, ຮູບເຂັ້ມ. ໝາກອອກແບບກະຈຸກແໜ້ນ, ໝາກມີເນື້ອ, ຮູບກົມ, ມີຂະໜາດເສັ້ນຜ່າສູນກາງປະມານ 0.5-0.6 ຊມ, ໝາກສຸກເປັນສີມ່ວງດຳ, ຜິວໝາກຈະມີແປ້ງສີຂາວປົກຄຸມຢູ່. ແກ່ນມີ 1-2 ແກ່ນ.

ບັນຍາຍການນຳໃຊ້

ອາຫານ: 

  • ຍອດອ່ອນ: ສາມາດນຳມາຮັບປະທານເປັນຜັກສົດ ຫຼື ເປັນກິນກັບແຈ່ວໄດ້.

ສັບພະຄຸນ: 

  • ຫົວ: ເປັນຢາບຳລຸງຮ່າງກາຍ, ບຳລຸງເລືອດ, ບຳລຸງກຳລັງ (ນຳມາຕັດເປັນແຜ່ນຕາກໃຫ້ແຫ້ງ), ນຳມາຕົ້ມດື່ມເປັນຢາແກ້ມະເຮັງ (ໂດຍນຳມາບົດໃຫ້ລະອຽດແລ້ວນຳມາຕົ້ມກັບສົ້ມໂມງຈົນແຫ້ງ ແລະ ນຳມາປະສົມກັບນ້ຳເຜິ້ງຮັບປະທານ, ວັນລະ 1 ເມັດ), ສາມາດປ້ອງກັນມະເຮັງເຕົ້ານົມ, ປິ່ນປົວເບົາຫວານ (ຢາຫົວທັງສອງມາຕົ້ມໃສ່ໝໍ້ດິນກັບໃບໂພ ແລະ ໄມ້ສັກ ຫຼື ນຳມາຕົ້ມກັບລຽງໃຕ້ໃບດື່ມ), ອອກລິດຕໍ່ຕັບ ແລະ ກະເພາະ, ໃຊ້ເປັນຢາຂັບພິດຮ້ອນຖອນພິດໄຂ້, ປິ່ນປົວໄຂ້ທັບລະດູ ແລະ ລະດູທັບໄຂ້, ເປັນຢາປິ່ນປົວປະດົງ, ໄອ, ອາການຮ້ອນໃນເນື່ຶອງຈາກຂາດນ້ຳ, ຕາແດງ, ຊ່ວຍຂັບລົມ, ນິ້ວ, ປິ່ນປົວກາມມະໂຣກ, ປິ່ນປົວພະຍາດໜອງໃນທັງຍິງ ແລະ ຊາຍ, ຮັກສາລິດຊີດວງທະວານ, ລົງຂາວຂອງແມ່ຍິງ ແລະ ພະຍາດທ່ານຊາຍ, ຮັກສາຊີ້ນປົ່ງບໍລິເວນປາກມົດລູກ, ຊ່ວຍຂັບນ້ຳໃນຮ່າງກາຍ, ເປັນຢາແກ້ພິດ,  ແກ້ພິດຈາກ Mercury, ປິ່ນປົວມະເຮັງຜິວໜັງ, ໃຊ້ເປັນຢາຮັກສາແຜໄຟໄໝ້, ນ້ຳຮ້ອນລວກ (ໂດຍໃຊ້ຢາຫົວທັງສອງສະນິດນຳມາບົດເປັນຜົງປະສົມກັບນ້ຳມັນໝາກພ້າວ ຫຼື ນຳມັນງາທາບໍລິເວນເປັນແຜ), ປິ່ນປົວຝີທຸກຊະນິດ, ຮັກສາຝີເນົ່າເປືອຍພຸພອງ ເຮັດໃຫ້ແຜຝີແຫ້ງ, ຮັກສາແຜໃນຫຼອດລົມ ແລະ ລຳໄສ້ໄດ້ຢ່າງດີ, ເປັນຢາປິ່ນປົວພະຍາດຜິວໜັງ, ຜື່ນຄັນ, ກາກເກື້ອນ, ຜິວໜັງອັກເສບ, ນ້ຳກັດຕີນ, ນຳມາຕົ້ມອາບໃຫ້ເດັກນ້ອຍແກ້ຕຸ່ມແດງ, ຜື່ນຄັນ ແລະ ຖ່າຍແຫຼວໄດ້, ຊ່ວຍຂ້າເຊື້ອໜອງ, ນິຍົມໃຊ້ເປັນຢາຮັກສາການອັກເສບໃນຮ່າງກາຍ, ເຈັບເມື່ອຍຕາມຮ່າງກາຍ,ເຈັບແອວ, ເຈັບເມື່ອຍໃນຜູ້ສູງອາຍຸ, ເຈັບຂໍ້ເນື່ອງຈາກລົມຊື້ນ ຫຼື ຝີໜອງທັງພາຍໃນ ແລະ ພາຍນອກ, ເສັ້ນເອັນພິການ, ຊ່ວຍດັບພິດໃນກະດູກ ແລະ ນຳມາຕົ້ມຮັບປະທານເພື່ອຫຼຸດອາການເຈັບປວດສຳລັບແມ່ຍິງຢູ່ໄຟຫຼັງເກີດລູກ.
  • ຮາກ: ໃຊ້ເປັນຢາແກ້ປັດສະວະພິການ, ຊ່ວຍຮັກສານ້ຳເຫຼືອງ (ຫົວ, ຮາກ), ເປັນຢາປິ່ນປົວພະຍາດພິດໃນທ້ອງ ແລະ ຊ່ວຍຮັກສາພຸພອງ.
  • ໃບ: ເປັນຢາແກ້ໄຂ້ ແລະ ແກ້ໄຂ້ສັນນິບາດ.
  • ດອກ: ໃຊ້ເປັນຢາແກ້ພິດງູເຫົ່າ. 
  • ໝາກ: ເປັນຢາແກ້ໄຂ້ຊຳເຮື້ອ, ແກ້ໄຂ້ຕົວຮ້ອນ ແລະ ຊ່ວຍຂັບລົມລິດຊີດວງ.

ສານພົບໄດ້ແກ່: Alkaloid, Amino acid, Diosgennin, Saponin, Saponins, Smilax, Smilacin, Parillin, Tanin, Tigogenin  ແລະ ໃນເມັດຍັງພົບນ້ຳມັນຫອມລະເຫີຍ 11,2%. 

ການປະກອບສ່ວນ