ຫອນໄກ່ / Stinging-Hair Cnestis

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Cnestis palala (Lour.) Merr. / CONNARACEAE
ຊື່ພ້ອງ
Cnestis annamensis Gagnep.
Cnestis diffusa Blanco
Cnestis flaminea Griff.
Cnestis flammea Kurz
Cnestis foliosa Planch. ex Kurz
Cnestis ignea Planch. ex Kurz
Cnestis palala subsp. diffusa (Blanco) Andreas
Cnestis platantha Griff.
Cnestis ramiflora Griff.
Connarus foliosus Jack
Thysanus palala Lour.
ຊື່ອື່ນ
ລາວ: ຫອນໄກ່ ແລະ ເຄື່ອສະໝັດ.
ໄທ: ໝາກຕາຍວາຍ, ໝາກສັກຫຼາດ, ກະພາກລາກ, ກະດໍລິງ, ກະລິງປິງປ່າ, ໝາກຕາຍທາກລາກ, ຫງອນໄກ່ປ່າ, ຫງອນໄກ່ໜ່ວຍ, ໝາກແດງ, ເກົາຫງອນໄກ່, ພຣູ້ມັນປີ້ງ ແລະ ໝາກຕາຍຊາກ.
ຫວຽດນາມ: Dây vắp cầy, Vắp cầy, Dây khế ແລະ (dây) Trường khế.
ຈີນ: 螫毛果.
ມາເລຍເຊຍ: Garing-garing, sembelit merah ແລະ sembelit kecil.
ອິນໂດເນເຊຍ: Andor balimbing, baih patuh senggulin ແລະ jukut abang.
ບັນຍາຍລັກສະນະພືດສາດ

ລຳຕົ້ນຈັດເປັນລຳເຄືອ, ມີເນື້ອໄມ້ແຂງ, ເລືອພາດພັນຕາມຕົ້ນໄມ້ອື່ນ, ຍາວໄດ້ຮອດ 10 ມ, ເປືອກມີສີເທົາປົນສີຂຽວ, ຕາມກິ່ງກ້ານ ແລະ ໃບມີຂົນອ່ອນນຸ້ມປົກຄຸມຢ່າງໜາແໜ້ນ, ສີນ້ຳຕານ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ, ອອກຮຽງສະຫຼັບ, ຍາວ 20-30 ຊມ. ໃບຍ່ອຍມີ 15-31 ໃບ, ໃບຍ່ອຍສ່ວນປາຍຮູບຮີ, ກ້ວາງ 2-3 ຊມ, ຍາວ 6-8 ຊມ, ໂຄນໃບມົນ, ຂອບລຽບ, ປາຍມົນ, ໃບຍ່ອຍສ່ວນຂ້າງຮູບຂອບຂະໜານ ຫຼື ຮູບຫອກ, ກ້ວາງ 1.5-3 ຊມ, ຍາວ 4-8 ຊມ, ຜິວໃບດ້ານເທິງກ້ຽງ ຫຼື ມີຂົນສັ້ນທີ່ເສັ້ນໃບ, ຜິວໃບດ້ານລຸ່ມມີຂົນສັ້ນກະຈາຍຢ່າງໜາແໜ້ນ, ຍອດເປັນສີແດງ, ກ້ານໃບຍອດສັ້ນຫຼາຍ. ຊໍ່ດອກແບບກະຈະ, ແຕກແໜງ ຫຼື ແບບກະຈຸກ, ອອກຕາມງ່າມໃບ ຫຼື ກິ່ງກ້ານ, ຍາວ 4-7 ຊມ. ກ້ານຊໍ່ດອກມີຂົນອ່ອນນຸ້ມ. ດອກຍ່ອຍມີຈຳນວນຫຼາຍ. ກາບດອກເຊື່ອມຕິດກັນເປັນຫຼອດ, ປາຍແຍກອອກເປັນແສກ, ຮູບຂອບຂະໜານ, ມີຂົນອ່ອນນຸ່ມ. ກີບດອກມີ 5 ກີບ, ຮູບຂອບຂະໜານ, ຍາວ 3-4 ມມ, ສີຂາວອົມເຫຼືອງ ຫຼື ສີເຫຼືອງອ່ອນ. ເກສອນເພດຜູ້ 10 ອັນ. ເຕົ້າໄຂ່ຈັບເທິງ, ມີຂົນປົກຄຸມ. ໝາກຮູບຮີ ຫຼື ຮູບໄຂ່, ກ້ວາງ 1-1.5 ຊມ, ຍາວ 2-4 ຊມ, ແຫ້ງແລ້ວແຕກ, ສີເຫຼືອງ ຫຼື ສີນ້ຳຕານແດງ, ມີຂົນສີນ້ຳຕານ. ແກ່ນຮູບຮີ, ມີຂະໜາດປະມານ 2 ຊມ, ສີດຳ.

ບັນຍາຍການນຳໃຊ້

ສັບພະຄຸນ: 

  • ຮາກ: ເຮັດໃຫ້ປວດຮາກ, ຮັກສາອາການຕິດຢາເສບຕິດ (ຕົ້ມປະສົມກັບຮາກຜັກກາດນົກເຂົາ ແລະ ເປືອກຕົ້ນຕາເສືອ), ຕົ້ມດື່ມຮັກສາອາການເຈັບທ້ອງ (ຕົ້ມກັບຕົ້ນເຂົ້າເມົານົກ, ຫຍ້າຂີ້ອົ້ນ, ໝາກແຟນຂາວ ແລະ ຕົ້ນດູ່), ໃຊ້ເປັນຢາບຳລຸງຫຼັງຄອດລູກ, ແກ້ໄຂ້ມາລາເຣຍ ແລະ ຮັກສາທາງເດີນປັດສະວະອັກເສບ.
  • ລຳຕົ້ນ ແລະ ໃບ: ຕົ້ມດື່ມຮັກສາໜີ້ວ ແລະ ນຳມາຕົ້ມອາບຮັກສາຜື່ນຄັນ (ສຳລັບຜູ້ໃຫຍ່).

ສ່ວນທີ່ເປັນພິ: ລຳຕົ້ນ, ຮາກ ແລະ ເມັດ.

ພິດທີ່ພົບ: ໄດ້ແກ່ສານ L-methionine sulfoximine.

ການປະກອບສ່ວນ