ຫຍ້າຂີວຂົນ / Goat Weed

ການນຳໃຊ້
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Ageratum conyzoides (L.) L./ASTERACEAE
ຊື່ພ້ອງ
Ageratum obtusifolium Lam.
Cacalia mentrasto Vell. Conc.
ຊື່ອື່ນ
ລາວ: ຫຍ້າຂິ່ວ ແລະ ຫຍ້າສາບແຫ້ງ.
ໄທ: ຫຍ້າສາບແຫ້ງ, ຫຍ້າສາບແລ້ງ, ຕັບເສືອນ້ອຍ ແລະ ທຽມແມ່ຮ້າງ.
ຈີນ: 待售, 盛鴻基, 藿香薊 ແລະ 勝紅薊.
ອັງກິດ: White weed, appa grass, conyzoid floss-flower ແລະ bastard agrimony.
ຫວຽດ: Cây cứt lợn, Cây ngũ sắc, Cây ngũ vị ແລະ Cỏ hôi.
ບັນຍາຍລັກສະນະພືດສາດ

ຈັດເປັນໄມ້ລົ້ມລຸກ ແລະ ຈັດເປັນວັດຊະພືດຊະນິດໜຶ່ງ, ມີອາຍຸ 1 ປີ. ລຳຕົ້ນຕັ້ງຊື່, ສູງ 30-70 ຊມ, ແຕກກິ່ງກ້ານຈຳນວນຫຼາຍ, ກິ່ງອ່ອນມີສີຂຽວປົນມ່ວງ, ລຳຕົ້ນມີຂົນຂາວປົກຄຸມຢ່າງໜາແໜ້ນ, ມີກີ່ນຂິວ. ໃບດ່ຽວ, ອອກຮຽງກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ບໍລິເວນປາຍໃບອອກຮຽງສະຫຼັບ, ໃບຮູບຮີກ້ວາງ, ກ້ວາງ 2-5.5 ຊມ, ຍາວ 5-13 ຊມ, ໂຄນໃບມົນ ຫຼື ວ້ຳເຂົ້າ, ຂອບແສກແຂ້ວ, ປາຍແຫຼມ, ແຜ່ນໃບສີຂຽວເຂັ້ມ, ມີຂົນປົກຄຸມຢ່າງໜາແໜ້ນ, ຍາວ 2-5 ນິ້ວ. ກ້ານໃບແປ, ຍາວ 7-22 ມມ, ປີຂົນປົກຄຸມຢ່າງໜາແໜ້ນ. ຊໍ່ດອກອອກຕາມງ່າມໃບ ແລະ ບໍລິເວນປາຍຍອດ. ຊໍ່ດອກຍ່ອຍມີ 4-8 ດອກ, ມີຂະໜາດເສັ້ນຜ່າສູນກາງ 5-5 ມມ, ສີຟ້າ, ສີມ່ວງ, ສີນ້ຳເງິນ ຫຼື ສີຂາວ. ດອກຍ່ອຍຢູ່ອັດແໜ້ນໃນຖານຮອງດອກດຽວກັນ. ກີບດອກມີຂະໜາດນ້ອຍ, ເປັນຫຼອດສັ້ນ, ປາຍແຍກອອກເປັນ 5 ກີບ, ປາຍແຫຼມ, ຮຽງຊ້ອນກັນ 2-3 ຊັ້ນ, ດ້ານນອກກີບມີຂົນ. ເກສອນເພດຜູ້ມີ 5 ອັນ, ຈັບຢູ່ບໍລິເວນໃຈກາງດອກ. ໝາກຄ້າຍຮູບຊົງກະບອກ, ປາຍແຫຼມເປັນເສັ້ນໆ, ມີ 5 ຮ່ອງ, ສີດຳ.

ບັນຍາຍການນຳໃຊ້

ສັບພະຄຸນ: 

  • ຮາກ: ຕົ້ມດື່ມແກ້ອາການເຈັບຫົວ, ເປັນຢາແກ້ໄຂ້, ແກ້ໄຂ້ຫວັດຕົວຮ້ອນ, ນຳມາຍ້ຳກີນ ຫຼື ຕົ້ມກິນແກ້ອາການເຈັບທ້ອງ, ອາຫານເປັນພິດ, ອາຫານບໍ່ຍ່ອຍ, ຮັກສາອາການເຈັບກະເພາະ, ໃຊ້ຕຳພອກ ແລະ ຄັ້ນເອົານ້ຳກິນເປັນຢາແກ້ອາການອັກເສບຈາກພິດງູກັດ, ຂີ້ແຄັບ, ແມງງອດ ຫຼື ແມງໄມ້ກັດ ( ຮາກ, ໃບ) ແລະ ຊ່ວຍຢັບຢັ້ງການຈະເລີນເຕີບໂຕຂອງກ້ອນນິ້ວ.
  • ຕົ້ນ: ແກ້ຫວັດຕົວຮ້ອນ (ຕົ້ນສົດ 70 ກຼາມຕົ້ມດື່ມ) ແລະ ຮັກສາຝີໜອງພາຍນອກ (ຕຳພອກແຜໂດຍປ່ຽນວັນລະ 1 ຄັ້ງ).
  • ໃບ: ຮັກສາປາກເປັນແຜ, ຮັກສາຕາປາອັກເສບ (ໃບສົດ 120 ກຼາມ ແລະ ກາກຊາ 15 ກຼາມປະສົມກັນແລ້ວຕຳພອກ), ຮັກສາອາການຄໍອັກເສບ (ໃບສົດ 30-60 ກຼາມຄັ້ນເອົານ້ຳປະສົມກັບນ້ຳຕານປິບດື່ມວັນລະ 3 ຄັ້ງ), ຮັກສາແຜຝົກຊ້ຳ, ແຜສົດທີ່ມີເລືອດອອກ, ຊ່ວຍຫ້າມເລືອດ (ຕຳພອກບໍລິເວນທີ່ເປັນແຜ່), ຮັກສາແຜຊ້ຳເຮື້ອ, ບວມອັກເສບ (ໃບສົດປະສົມກັບເກືອ ແລະ ເຂົ້າມັກຕຳໃຫ້ເຂົ້າກັນພອກບໍລິເວນທີ່ເປັນແຜ), ຄັ້ນນ້ຳດື່ມຊ່ວຍເຮັດໃຫ້ປວດຮາກ, ໃຊ້ຍອດຕາແກ້ເຈັບຕາ, ຮັກສາຫູຊັ້ນກາງອັກເສບ, ເປັນຢາທາພາຍນອກ, ມີສັບພະຄຸນເປັນຢາແກ້ທ້ອງອືດທ້ອງເຟື້ອ, ເປັນຢາແກ້ອາການເຈັບບວມ, ຊ່ວຍບັນເທົາອາການເຈັບຂໍ້ ແລະ ເຈັບກະດູກໂດຍການໃບນຳມາຕຳພອກ.
  • ທັງຕົ້ນ: ແກ້ອາການເຈັບກະເພາະ, ເຈັບທ້ອງ, ກະເພາະລຳໄສ້ອັກເສບ, ຈຸກສຽດແໜ້ນທ້ອງ (ນຳມາຂົ້ວໃຫ້ເຫຼືອງແລ້ວບົດເປັນຜົງຊົງດື່ມຄັ້ງລະ 1.5-2 ກຼາມ), ມີລົດເຜັດອອກລິດຕໍ່ຕັບ, ປອດ ແລະ ຫົວໃຈ, ເປັນຢາຂັບພິດຮ້ອນ, ຖອນພິດໄຂ້, ຊ່ວຍຂັບສຽມຫະ, ເປັນຢາແກ້ເຈັບຄໍ, ຄໍອັກເສບເຈັບບວມ, ລະບົບທາງເດີນຫາຍໃຈຕິດເຊື້ອ, ເປັນຢາແກ້ລົມ, ເປັນຢາແກ້ທ້ອງບິດ, ຊ່ວຍຂັບໜິ້ວໃນໝາກໄຂ່ຫຼັງ, ໜິ້ວໃນຖົງປັດສະວະ, ຊ່ວຍແກ້ຊ່ວງທ້ອງທະວານໜັກຍ່ອນ, ເປັນຢາຂັບເລືອດປະຈຳເດືອນຂອງແມ່ຍິງ ແລະ ແກ້ອາການຕົກເລືອດຂອງແມ່ຍິງ.
ການປະກອບສ່ວນ